Ad

Ad

17 November 2014

ກອງປະຊຸມໂຕະມົນເນັ້ນຫາລືການບັນລຸເປົ້າໝາຍພັດທະນາຂອງລາວ



         ລັດຖະບານລາວ, ອົງການ ສະຫະປະຊາຊາດເພື່ອການພັດ ທະນາ (ສປຊ) ແລະ ບັນດາຄູ່ ຮ່ວມພັດທະນາ, ໄດ້ຮ່ວມ ກັນຈັດ ກອງປະຊຸມໂຕະມົນປະຈຳປີ 2014 ເພື່ອປຶກສາຫາລືເພື່ອຊອກ ຊ່ອງທາງຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າ ໝາຍການພັດທະນາທີ່ວາງໄວ້, ໂດຍສະເພາະການບັນລຸແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ VII ແລະ ເປົ້າໝາຍສະຫັດສະວັດດ້ານການພັດທະນາເພື່ອ ນຳພາປະເທດຫລຸດພົ້ນອອກຈາກສະຖານະພາບດ້ວຍພັດທະນາໃນປີ 2020.
        ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ທອງລຸນ ສີສຸລິດ ກ່າວວ່າ: ສປປ ລາວ, ມີສະຖຽນລະພາບທາງດ້ານ ການເມືອງໜັກແໜ້ນ, ສັງຄົມມີ ຄວາມສະຫງົບເປັນລະບຽບ ຮຽບຮ້ອຍ, ອັນເປັນເງື່ອນໄຂ ສຳ ຄັນໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມໃນຫລາຍສົກປີຜ່ານມາໄດ້ຮັບຜົນສຳເລັດເປັນຢ່າງດີ, ໂດຍສະເພາະເສດຖະ ກິດມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວສະເລ່ຍ 7,6%, ລາຍໄດ້ຕໍ່ຫົວ
ຄົນເພີ່ມຂຶ້ນຈາກ 1.534 ໂດລາສະຫະລັດໃນສົກປີ 2012-2013 ມາເປັນ 1.692 ໂດລາສະຫະລັດໃນ ສົກປີ 2013-2014, ເຊິ່ງຜົນສຳ ເລັດດັ່ງກ່າວກໍຍ້ອນມີການປະກອບສ່ວນຢ່າງຕັ້ງໜ້າຈາກທຸກພາກສ່ວນ, ລວມທັງພາກເອກກະຊົນ, ບັນດາປະ ເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດຄູ່ຮ່ວມພັດທະນາທີ່ໄດ້ໃຫ້ການຊ່ວຍເຫລືອດ້ານທຶນ ຮອນກໍຄືດ້າ ເຕັກນິກວິຊາການຢ່າງຕໍ່ເນື່ອງຕະຫລອດມາ, ແຕ່ ຄຽງຄູ່ກັບຜົນສຳເລັດດັ່ງກ່າວກໍ ເຫັນວ່າ: ປະເທດລາວຍັງພົບ​ຂໍ້​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ ເປັນຕົ້ນ: ຜົນ​ກະທົບ​ຈາກ​ໄພພິບັດ​ທາງ​ທຳ​ມະ​ຊາດ,​ ການບໍລິຫານ​ຄຸ້ມ​ຄອງ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິບັດ​ວິ​ໄນ​ແຜນ ການ ແລະ ການ​ເງິນ, ລວມເຖິງ ບັນຫາການເກັບລາຍຮັບເຂົ້າງົບປະມານ, ເຊິ່ງເຫັນວ່າມີຄວາມ ຫຍຸ້ງ ຍາກ. ສະນັ້ນ, ເພື່ອ​ຮັບ​ມື​ ກັບ​ສິ່ງ​ທ້າ​ທາຍດັ່ງກ່າວການສົນ ທະນາປືກສາຫາລືແລກປ່ຽນ ຄວາມ​ຄິດ​ເຫັນຮ່ວມ​ກັນ​ຢ່າງ​ສ້າງສັນ, ກົງ​ໄປ​ກົງມາ ​ແລະ ມີ​ຄວາມ​ຮັບຜິດຊອບ​ສູງ, ພ້ອມ​ທັງ​ຢືນຢັນ​ຄວາມໝັ້ນໝາຍຮ່ວມ​ກັນ ເພື່ອເຮັດໃຫ້ເສດຖະກິດ​ແຫ່ງ​ຊາດ​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ໝັ້ນທ່ຽງຍິ່ງ​ຂຶ້ນ, ​ພ້ອມ​ກັນ​ສືບ​ຕໍ່​ອອກ​ແຮງ​ຂຸດ​ຄົ້ນ​ຊອກ​ຫາ​ທ່າ​ແຮງ​ບົ່ມ​ຊ້ອນ​ພາຍ​ໃນ​ຢ່າງ​ເອົາ​ໃຈ​ໃສ່​ເປັນ​ຕົ້ນ​ແມ່ນ​ການ​ເພີ່ມ​ແຫ​ລ່ງລາຍ​ຮັບ, ການ​ສ້າງ​ຂີດ​ຄວາມ​ສາມາດ​ທາງ​ດ້ານ​ວິຊາ​ການ​ຫລາຍ​ຂຶ້ນ​ເພື່ອ​ຕອບ​ສະໜອງຄວາມ​ຮຽກ ຮ້ອງ​ຕ້ອງການ​ພັດທະນາ​​ໃນ​ໄລຍະ​ໃໝ່ ແລະ ສາມາດ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ເຂົ້າ​ກັບ​ພາກ​ພຶ້ນ ແລະ ສາກົນ​, ແນ​ໃສ່ບັນລຸ​ເປົ້າໝາຍສະຫັດ​ສະ ວັດດ້ານ​ການ​ພັດທະນາ​ໃນ​ປີ 2015 ແລະ ການ​ຫລຸດ​ພ້ົນ​ອອກ​ຈາກ​ດ້ອຍ​ຄວາມ​ພັດທະນາ​ໃນ​ປີ 2020. ຢ່າງໃດກໍດີ, ໃນສົກປີ 2014-2015 ລັດຖະບານຈະສຸມໃສ່ແກ້ໄຂຄວາມທຸກຍາກຂອງ ປະຊາຊົນໂດຍສູ້ຊົນເຮັດໃຫ້ຄອບຄົວ ທຸກຍາກຫລຸດລົງຕ່ຳກວ່າ 10%, ຊຸກຍູ້ສົ່ງເສີມພາກທຸລະກິດໃຫ້ກຽມຄວາມພ້ອມໃນການເຂົ້າເປັນປະຊາຄົມ ເສດຖະກິດອາ ຊຽນ, ສິ່ງສຳຄັນຈະໄດ້ສຸມໃສ່ ວຽກງານເກັບກູ້ລະເບີດບໍ່ແຕກ,ຊ່ວຍເຫລືອຜູ້ໄດ້ຮັບບາດເຈັບ ແລະ ເລັ່ງເກັບກູ້ເນື້ອທີ່ເພື່ອການ ພັດທະນາ ແລະ ເນື້ອທີ່ການຜະລິດໃຫ້ໄດ້ຫລາຍກວ່າເກົ່າ.
     ທ່ານນາງ ຄາຣິນາ ອີ​ມ​ໂມ​ເນັນ ຜູ້​ປະສານ​ງານ​ອົງການ (ສປຊ)​ ກ່າວ​ວ່າ: ການ​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງໜ້າຂອງ​ລັດຖະ ບານ ແລະ ຄູ່​ຮ່ວມ​ພັດທະນາ ລວ​ມທັງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ,​ ພາກ​ເອກະ​ຊົນ ແລະ ອົງ ການ​ຈັດ​ຕັ້ງ​ທາງ​ສັງຄົມ​ໃນ​​ຂະ​ບວນ ການ​ໂຕະມົນນີ້, ແມ່ນສະ​ແດງ​​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຮ່ວມ​ມື​ກັນ​ຢ່າງ​ຕັ້ງໜ້າຕໍ່​ກັບ​ການ​ພັດທະນາຂອງລາວ. ສຳລັບ (ສປຊ) ຍັງ​ຢືນຢັນຈະ​ສືບ​ຕໍ່​ສະ ໜັບສະໜູນຄວາມ​ພະຍາຍາມ​ຂອງ​ລັດຖະບານລາວເພື່ອ​ເລັ່ງ ລັດ​ໃຫ້ບັນລຸ​ເປົ້າໝາຍສະ​ຫັດ​ສະ ວັດ​ດ້ານ​ການ​ພັດທະນາທີ່​ຍັງ​ປະ ຕິບັດ​ບໍ່​ທັນ​ໄດ້​ຕາມ​ຄາດໝາຍ ແລະ ການ​ກະກຽມຂອບ​ການ​ພັດ ທະນາພາຍຫລັງປີ 2015 ລວມ ທັງການ​ນຳພາ​ປະ​ເທດ​ຫລຸດ​ພົ້ນ​ຈາກ​ສະຖານະ​ພາບ​ປະ​ເທດ​ດ້ອຍ​ພັດທະນາ.
     ກອງປະຊຸມໂຕະມົນປະຈຳປີ 2014 ຈັດຂຶ້ນໃນວັນທີ 14 ພະ ຈິກນີ້, ຢູ່ນະຄອນຫລວງວຽງ ຈັນ, ໂດຍມີຫົວຂໍ້ວ່າ: ຕັ້ງໜ້າ ບັນລຸເປົ້າໝາຍການພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງ ທີ VII, ເປົ້າໝາຍສະຫັດສະ ວັດດ້ານການພັດທະນາ ແລະ ນຳພາປະເທດຊາດຫລຸດພົ້ນ ອອກຈາກສະຖານະພາບດ້ອຍ ພັດທະນາໃນປີ 2020.

No comments:

Post a Comment