Ad

Ad

17 November 2014

ນະຄອນຫຼວງວຽງຈັນທຳລາຍ​ຕູ້​ເກ​ມ​ເຖື່ອ​ນ​ເປັນ​ຈຳນວນຫຼາຍ



            ວັນ​ທີ 14 ພະຈິກ​ນີ້, ກົມ​ຕຳຫຼວດຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດ (​ເຂດ 207 ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ), ນະຄອນ ຫຼວງວຽງຈັນ, ໄດ້ເຮັດພິທີ​ຈູດ​ທຳລາຍ​ຕູ້​ເກ​ມຜິດ​ກົດໝາຍ​ເປັນ​ຈຳນວນ ຫຼາຍ. ໂດຍການ​ເຂົ້າ​ຮ່ວມ​ຂອງ ກອງ​ບັນຊາ​ການ ປກສ ນະຄອນ ຫຼວງ, ກົມ​ກົງ​ສູນກະຊວງ​ການ​ຕ່າງປະ​ເທດ, ກົມ​ພາຍ​ໃນ ແລະ ກົມ 206, 208.
       ທ່ານ ພັນ ​ເອກ  ສີສະ​ໄຫ​ວ ກ້ອນ​ພົມມາ  ຮອງ​ຫົວໜ້າກົມ​ໃຫຍ່​ສັນຕິ​ບານ​ໄດ້​ມີ​ຄຳ​ເຫັນ​ວ່າ: ທັງ​ນີ້ກໍ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຂອງ​ສັງຄົມສະກັດ​ກັ້ນ ການ​ລ່ວງ​ລະ​ເມີດລະບຽບກົດ ໝາຍຄື ​ໃນໄລຍະ 4 ເດືອນ​ຜ່ານ​ມາ​ນີ້​ເຈົ້າໜ​້າທີ່​ຂອງ​ຕົນ ສາມາດ​ກວດ​ຢຶດ​ຕູ້​ເກ​ມ ຫຼື ເຄື່ອງຫຼິ້ນ​ເກ​ມ ທີ່​ນຳ​ເຂົ້າ ​ແລະ ​ເປີດ​ບໍລິການ​ຢ່າງ​
ຜິດ​ລະບຽບກົດໝາຍ​ໄດ້​ໃນ​ນັ້ນມີ  53 ໜ່ວຍ,  ຕູ້​ຂະໜາດ​ໃຫຍ່ 10 ໜ່ວຍ, ກາງ 2 ໜ່ວຍ ແລະ ຕູ້​ຂະໜາດນ້ອຍ 41 ໜ່ວຍ.  ເຄື່ອງຫຼິ້ນດັ່ງກ່າວ​ສ່ວນ​ໃຫຍ່​ແມ່ນ​ນຳ​ເຂົ້າ​ມາ​ຈາກ​ຕ່າງປະ​ເທດ​ຄື ຈີນ ແລະ ຫວຽດນາມ​ ເພື່ອ​ມາ​ເປີດຮ້ານບໍລິການ​ຢູ່​ຕາມ​ບ້ານ​ເຮືອນຕ່າງໆຂອງ​ຄົນ​ລາວ​​ໂດຍ​ບໍ່​ໄດ້​ຮັບ​ອານຸຍາດ.  ຜູ້​ທີ່​ເຂົ້າ​ໄປຫຼີ້​ນ​ເກ​ມສ່ວນ​ໃຫຍ່​ແມ່ນ​ຊາວ ໜຸ່ມ​ເຍົາວະ​ຊົນ, ນັກຮຽນ ແລ​ະ ຮ້າຍ​ແຮງ​ໄປ​ກ່ວານັ້ນມີ​ສ່ວນ ໜຶ່ງທີ່​ຕິດການຫຼິ້ນ​ເກ​ມບໍ່​ໄປ​ເຮັດ​ວຽກ, ​ເຮັດ​ງານ, ຂາດຮຽນມີ​ຂຶ້ນ ຫຼາຍ ແລະ ປະລະ​ການ​ຮຽນ ເຮັດ​ໃຫ້​ມີ​ຜົນ​ກະທົບ​ຕໍ່ຄອບຄົວ,  ຄວາມ​ເປັນ​ລະບຽບຮຽບຮ້ອຍ​  ຂ​ອງສັງຄົມ ​ແລະ ​ຄວາມ​ສະ ຫງົບ​ຂອງ​ບ້ານ​ເມືອງ​.

No comments:

Post a Comment