Ad

Ad

17 November 2014

ອົງການໄອພີເອສ ແນະນຳປຶ້ມລາຍງານຂ່າວຂອງໂລກໃຫ້ແກ່ ສື່ມວນຊົນລາວ



     ໃນວັນທີ 14 ພະຈິກຜ່ານມາ, ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ໄດ້ຈັດພິ ທີແນະນຳປຶ້ມ ລາຍງານຂ່າວຈາກໂລກໃຫ້ສື່ ມວນຊົນລາວ, ໂດຍການເຂົ້າ ຮ່ວມ ຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນາງ ໂຈ ຮັນນາ ຮັນຜູ້ອຳນວຍການອົງ ການໄອພີເອສ ອາຊີ-ປາຊີຟິກ.
     ທ່ານ ນາງ ສຸພາລັກ ທິຣາວົງ ຫົວໜ້າກົມພິມຈຳໜ່າຍກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວ່າ: ປື້ມເຫລັ້ມນີ້ເປັນປຶ້ມສຳລັບສື່ມວນ ຊົນ ໂດຍສະເພາະນັກຂ່າວທີ່ສາມາດຮຽນຮູ້ວິທີການຂຽນຂ່າວ, ຂຽນບົດສະເໜີ, ບົດວິ ເຄາະຕ່າງໆ. ນອກນັ້ນ ຍັງເປັນປື້ມສຳລັບ ຊອກຫາຂໍ້ມູນຂ່າວສານ ຂອງນັກຮຽນຮູ້ປັນຍາຊົນເພື່ອນຳມາພັດທະນາປະເທດ ຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ. ພິເສດໃນ ປື້ມເຫລັ້ມນີ້ຍັງໄດ້ນຳສະເໜີ ຜົນງານຂອງນັກຂ່າວຊາວເນ ປານທີ່ໄດ້ເກັບກ່ຽວເອົາ ປະສົບການຕົວຈິງຂອງຕົນມາໄວ້ໃນ
ປື້ມຫົວນີ້ ເພື່ອໃຫ້ຜູ້ອ່ານສາມາດ ນຳໃຊ້ເຂົ້າໃນວຽກງານການຂຽນຂ່າວ, ບົດສະເໜີ, ບົດວິ ເຄາະ, ວິຈານຂອງສື່ມວນຊົນ ໃນຖານະທີ່ເປັນປາກກະບອກ ສຽງຂອງພັກກໍຄືປະຊາຊົນ, ສັງຄົມໃນການໂຄສະນາເຜີຍ ແຜ່ຂໍ້ມູນຂ່າວສານ, ສຶກສາອົບຮົມ ແນວຄິດການເມືອງ, ລວມໄປ ເຖິງລະບຽບກົດໝາຍຂອງຊາດ, ການຕອບໜອງຂໍ້ມູນຂ່າວ ສານ, ສາລະໜ້າຮູ້, ບັນເທິງ ແລະ ອື່ນໆ ໃຫ້ແກ່ປະຊາຊົນໄດ້ຮັບຮູ້, ເຂົ້າ ໃຈ ແລະ ທັນເຫດການຕົວຈິງ.
     ການຈັດພິມປຶ້ມດັ່ງກ່າວໃນ ຄັ້ງນີ້ ແມ່ນເປັນຄັ້ງທີ 2 ແລ້ວ ມີທັງໝົດ 400 ຫົວ, ມີວາງຂາຍຢູ່ ບໍລິສັດ ດອກເກດ ທີ່ນະ ຄອນຫລວງວຽງຈັນ.

No comments:

Post a Comment