ເພື່ອຍົກສູງຄວາມອາດສາ ມາດດ້ານການປ້ອງກັນອັກຄີໄພ,
ການນຳໃຊ້ອຸປະ ກອນມອດໄຟ, ການມອດໄຟໃນເບື້ອງຕົ້ນ ແລະ ຮູ້ຈັກວິທີຊ່ວຍເຫລືອຕົນເອງ ແລະ ຜູ້ທີ່ຢູ່ໃກ້ຄຽງ,
ໃນວັນທີ 14 ພະຈິກຜ່ານມາ, ຢູ່ບໍລິສັດ ນ້ຳ ເທີນ II, ໄດ້ຈັດ ການຝຶກອົບຮົມ ການປ້ອງກັນອັກຄີໄພໃຫ້ແກ່ພະນັກງານຂອງຕົນຂຶ້ນຢູ່ນະຄອນ
ຫລວງວຽງຈັນ, ໂດຍການເຂົ້າ ຮ່ວມຂອງທ່ານຫົວໜ້າ ບໍລິສັດ ນ້ຳເທີນ II ແລະ ທ່ານຫົວໜ້າ ກອງບັນຊາການ
ປກສ ນະຄອນຫລວງວຽງຈັນພ້ອມດ້ວຍພະນັກງານ ໜ່ວຍສະກັດ ກັ້ນ ແລະ ຕ້ານ ອັກຄີໄພຂອງບໍລິສັດດັ່ງກ່າວ.
ທ່ານ ພັນຕີ. ສູນທອນ ແກ້ວວັນດີ ຮອງພະແນກຕຳ ຫລວດສະກັດກັ້ນ
ແລະ ຕ້ານອັກ ຄີໄພ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການຈັດຝຶກອົບຮົມນີ້, ກໍເພື່ອຍົກສູງຄວາມຮູ້ໃນການ
ປ້ອງກັນອັກຄີໄພ, ການນຳໃຊ້ ເຄື່ອງມອດໄຟ ແລະ ການ
ມອດໄຟເບື້ອງຕົ້ນ, ເຊິ່ງເປັນຄວາມຮູ້ດ້ານຄວາມປອດໄພໃນການເຮັດວຽກ
ແລະ ຊ່ວຍໃຫ້ຜູ້ປະຕິບັດ ໜ້າທີ່ມີສະຕິຮອບຄອບ ໃນການເຮັດວຽກພ້ອມນັ້ນຍັງເປັນການຫລຸດຜ່ອນບັນຫາຄວາມສ່ຽງທີ່
ອາດຈະເກີດຂຶ້ນໄດ້ໃນທຸກເວລາ, ລວມໄປເຖິງການ ສູນເສຍຊີວິດ ແລະ ຊັບສິນຂອງລັດກໍຄືຂອງ ປະຊາຊົນລາວທຸກຄົນສະນັ້ນ
ພວກເຮົາຕ້ອງໄດ້ໃຫ້ຄວາມສຳ ຄັນໃນການມີສະ ຕິປ້ອງກັນອັກຄີໄພ.
ໃນໄລຍະ 1 ປີຜ່ານມາ, ຢູ່ທົ່ວປະເທດເຮົາມີອັກຄີໄພເກີດຂຶ້ນ
86 ຄັ້ງ ໃນນັ້ນມີເຮືອນຊານ ປະຊາຊົນເສຍຫາຍ 30 ຫລັງ. ສຳລັບການຝຶກອົບຮົມໃຫ້ແກ່ສຳນັກງານ,
ອົງການຕ່າງໆນີ້ ໃນປີ ຜ່ານມາມີໂຮງແຮມແດນສະ ຫວັນ ແລະ ບໍລິສັດນ້ຳເທີນ II.

No comments:
Post a Comment