ໃນໄລຍະຜ່ານມາຄະນະກຳມາທິການເພື່ອຄວາມກ້າວ
ໜ້າຂອງແມ່ຍິງແຫ່ງຊາດ, ບັນ ດາຂະແໜງການ
ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດຕ່າງໆກໍ່ໄດ້ອອກແຮງເຄື່ອນໄຫວຕ້ານທຸກຮູບແບບຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສ້າງຂອບນິຕິກຳທີ່ຈຳເປັນ
ແລະ ຂະບວນຍຸຕິທຳ ເພື່ອປົກປ້ອງ ແລະ ໃຫ້ການຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ, ທັງນຳເອົາຜູ້ກະທຳຜິດມາລົງໂທດຕາມລະ ບຽບກົດໝາຍ,
ພ້ອມໄດ້ສະ ໜອງການບໍລິການດ້ານການແພດໃຫ້ຜູ້ຖືກເຄາະຮ້າຍທາງດ້ານຮ່າງກາຍ ແລະ
ຈິດໃຈ, ມີການຕັ້ງສູນພັກເຊົາຊົ່ວຄາວເພື່ອຮອງຮັບຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ
ແລະ ການຄ້າມະນຸດ, ຈາກການຂູດຮີດທາງເພດ ແລະ ເພື່ອຊ່ວຍເຫຼືອ, ມີການຕັ້ງສູນໃຫ້ຄຳປືກສາ
ໃນການປົກປ້ອງແມ່ຍິງ ແລະ ເດັກນ້ອຍເພື່ອຮອງຮັບຜູ້ຖືກເຄາະຮ້າຍດັ່ງກ່າວຢູ່ນະຄອນຫຼວງວຽງຈັນ,
ສະ ຫວັນນະເຂດ, ຈຳປາສັກ ແລະ ສາລະວັນ ສົມທົບກັບການເປີດບໍລິການສາຍດ່ວນ
1362 ຢູ່ນະຄອນຫຼວງວຽງຈັນ ແລະ ອື່ນໆ.
ໃນໄລຍະຜ່ານມາຄະນະກຳມະການກ່ຽວຂ້ອງດັ່ງກ່າວ
ໄດ້ເອົາໃຈໃສ່ ໂຄສະນາເຜີຍແຜ່ລະບຽບກົດໝາຍໃຫ້ຮາກຖານປະຊາຊົນບັນດາເຜົ່າໄປຄຽງຄູ່ກັບການສ້າງຕັ້ງ
ແລະ ປັບປຸງ ໜ່ວຍໄກ່ເກ່ຍຂໍ້ຂັດແຍ້ງຂັ້ນບ້ານ, ດຳເນີນມາດຕະການລົງໂທດຕໍ່ຜູ້ກະທຳຜິດດ້ວຍການຈັດ
ຝຶກອົບ ຮົມເຈົ້າໜ້າທີ່ ແລະ ອົງການປົກ ຄອງທ້ອງຖິ່ນ, ກະກຽມສ້າງຮ່າງກົດໝາຍວ່າດ້ວຍການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ອັນພົ້ນເດັ່ນແມ່ນຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ
(ຄກມຊ) ທຸກຂັ້ນ, ດ້ວຍການສະໜັບສະໜູນຈາກຄະນະພັກ ແລະ ຄະນະນຳບັນດາຂະແໜງການ, ອງົການ
ແລະ ທ້ອງ ຖິ່ນຕ່າງໆໄດ້ເປີດຂະບວນ ການແຂ່ງຂັນຮັກຊາດ ແລະ ພັດ ທະນາ, ໃນຂອບເຂດທົ່ວປະເທດ
ເພື່ອສ້າງຄອບຄົວ, ບ້ານ ແລະ ເມືອງພັດທະນາຕິດພັນກັບການປະຕິບັດສິດສະເໝີພາບຍິງຊາຍ
ແລະ ປາສະຈາກການໃຊ້ຄວາມຮຸນແຮງໃນຄອບຄົວໂດຍສະເພາະຕໍ່ແມ່ຍິງ ແລະ ເດັກນ້ອຍ, ອັນໄດ້ສ້າງບາດລ້ຽວໃໝ່ໃນການແກ້ໄຂບັນຫາສະຕິ,
ຄວາມຮັບຮູ້ ແລະ ການເຊື່ອຖືງົມງວາຍແບບຄອງເດີມທີ່ລ້າສະໄໝຕໍ່ບັນຫາຄວາມສະເໝີພາບຍິງ-ຊາຍ
ແລະ ຄວາມຮຸນແຮງໃນຄອບຄົວ.
No comments:
Post a Comment