ເຊົ້າວັນທີ 14 ພະຈິກນີ້, ຜູ້ ຕາງຫນ້າທະນາຄານການລົງ
ທຶນ ແລະ ພັດທະ ນາຫວຽດນາມ ( BIDV) ປະຈຳລາວ, ໄດ້ນຳ ເອົາຄອມພິວເຕີຈຳນວນ 10 ເຄື່ອງ ແລະ ເຄື່ອງພິມ
2 ເຄື່ອງ, ມາມອບໃຫ້ສຳນັກຂ່າວສານປະ ເທດລາວ, ເພື່ອສະ ຫນັບສະຫນູນການພັດທະນຂົງເຂດວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ຂອງລາວໃຫ້ມີຄວາມສະດວກວ່ອງໄວ ແລະ ທ່ວງທັນ ສະພາບການ.
ພິທີມອບ-ຮັບເຄື່ອງດັ່ງກ່າວ ໄດ້ມີຂຶ້ນທີ່ສຳນັກງານຂ່າວສານປະເທດລາວ ທີ່ນະຄອນຫລວງ
ວຽງຈັນລະຫ່ວາງ ທ່ານ ເຢືອງ ວັນເຟືອງ ຜູ້ຕາງຫນ້າ BIDV ປະຈຳລາວ ແລະ ທ່ານ ສູນທອນ ຄັນທະວົງ
ອຳນວຍການສຳນັກ ງານຂ່າວສານປະເທດ ລາວ, ພ້ອມດ້ວຍພະນັງານກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມນຳດ້ວຍ.
ໃນໂອກາດນີ້ທ່ານ ສູນ ທອນ ຄັນທະວົງໄດ້ຕາງຫນ້າໃຫ້ສຳ
ນັກຂ່າວສານປະເທດລາວສະ ແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການ ຊ່ວຍເຫລືອອັນລຳຄ່າດັ່ງກ່າວ,
ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການກະຕຸກຊຸແຍູ້ການ
ພັດທະນວຽກງານຂ່າວສານໃຫ້ນັບມື້ກ້າວຫນ້າ
ແລະ ທັນສະ ໄຫມ ແລະ ຕອບສະຫນອງ ຄວາມຮຽກຮ້ອງຕ້ອງການ ຂອງ ວຽກງານໄດ້ຢ່າງທັນການ ແລະ ຍັງເປັນສ່ວນປະກອບສຳ
ຄັນເຂົ້າໃນການໂຄສະນາໃຫ້ແກ່ການເພີ່ມທະວີເພີ່ມພູນຄູນສ້າງ ມູນເຊື້ອຄວາມສາມັກຄີແບບພິ ເສດ
ແລະ ການຮ່ວມມືຮອບ ດ້ານລະຫ່ວາງສອງປະເທດລາວ -ຫວຽດນາມທີ່ມີມາແຕ່ດົນ ນານແລ້ວນັ້ນໃຫ້ເຕີບໃຫຍ່ຂະຫຍາຍ
ຕົວຍິ່ງໆຂຶ້ນ.
ພ້ອມນັ້ນທ່ານ ເຢືອງວັນ ເຟືອງກໍໄດ້ມີຄຳເຫັນສະແດງ
ຄວາມຂອບໃຈຢ່າງສູງຕໍ່ສື່ມວນຊົນລາວ, ເວົ້າສະເພາະກໍແມ່ນ ສຳນັກງານຂ່າວສານ, ທີ່ໄດ້ ອອກແຮງໂຄສະນາປຸກລະດົມ
ຂະບວນການເຄື່ອນໄຫວຕ່າງໆຂອງທະນາຄານ BIDV ຢູ່ລາວ ໃນໄລຍະຜ່ານມາ, ທີ່ສາມາດ ຊ່ວຍໃຫ້
BIDV ມີຜົນສຳເລັດ ສູງໃນການປະຕິບັດວຽກງານ ຂອງຕົນໃນໄລຍະຜ່ານມາ, ໂດຍ ສະເພາະແມ່ນການເຄື່ອນ
ໄຫວເຮັດວຽກງານສະຫວັດດີ ການສັງຄົມຕ່າງໆຢູ່ໃນລາວຄື: ນັບແຕ່ປີ 2005 ມານີ້, ທະນາ ຄານ ດັ່ງກ່າວໄດ້ໃຫ້ການຊ່ວຍ
ເຫລືອດ້ານວຽກງານສະຫວັດດີການຕ່າງໆ ແກ້ລາວມາແລ້ວ ຄິດເປັນມູນຄ່າປະມານ 10 ລ້ານ ໂດລາ ສະຫະລັດ,
ສ່ວນໃຫຍ່ ແມ່ນໄດ້ປະກອບສ່ວນເຂົ້າໃນ ວຽກງານແກ້ໄຂຄວາມທຸກຍາກ, ປະກອບສ່ວນເຂົ້າໃນການພັດທະ
ນາຊັບພະຍາກອນມະນຸດຂອງ ລາວ ແລະ ການເພີ່ມທະວີເສີມ ຂະຫຍາຍສາຍພົວພັນມິດຕະ ພາບແບບພິເສດ ແລະ
ການ ຮ່ວມມືຮອບດ້ານລະຫ່ວາງລາວ -ຫວຽດນາມໃປ້ຫມັ້ນຄົງທະນົງ ແກ່ນຕະຫລອດກາລະນານ.

No comments:
Post a Comment