ໃນວັນທີ 13 ພະຈິກນີ້ ບັນດານັກຄົ້ນຄວ້າພາສາສາດ,
ບັນດາທິການໜັງສືພິມ, ຜູ້ຊ່ຽວຊານພາສາບາລີ-ສັນສະກິດ ແລະ ນັກຈັດລາຍການວິທະຍຸ ແລະ ໂທລະພາບ ເຂົ້າຮ່ວມສຳມະນາວິທະຍາສາດຫົວຂໍ້
“ ຄວາມເຂົ້າໃຈຕໍ່ບັນຫາການນຳໃຊ້ ພາສາ ລາວໃນປັດຈຸບັນ” ຢູ່ສະຖາບັນວິທະຍາສາດສັງຄົມແຫ່ງຊາດເພື່ອສະແດງຄວາມ ຄິດເຫັນຕໍ່ການນຳໃຊ້ພາສາລາວໃຫ້ຖືກຕ້ອງ, ໂດຍການເປັນປະທານ ຂອງທ່ານ ສຈ.
ດຣ ຈະເລີນ ເຢຍ ປາວເຮີ ຫົວໜ້າສະຖາບັນວິທະຍາສາດສັງຄົມ ແຫ່ງຊາດ.
ທ່ານ ສຈ.ດຣ ຈະເລີນ ເຢຍ ປາວເຮີ ກ່າວວ່າ: ການຈັດສຳມະນາຄັ້ງນີ້
ແມ່ນວຽກໜຶ່ງຂອງໂຄງການຄົ້ນຄວ້າ, ປົກປັກຮັກ ສາ, ສົ່ງເສີມພາສາລາວ ແລະ ກໍ ເປັນບາດກ້າວໜຶ່ງໃນການເຕົ້າ
ໂຮມນັກວິຊາການຈາກສະຖາບັນຕ່າງໆທີ່ກ່ຽວຂ້ອງຈາກມະ ຫາວິທະຍາໄລແຫ່ງຊາດລາວ, ຜູ້ສອນພາສາລາວ,
ບັນນາທິການໜັງສືພິມວາລະສານ ແລະ ຜູ້ອາວຸໂສທີ່ສົນໃຈພາສາລາວ
ໄດ້ມາສະແດງຄວາມຄິດຄວາມເຫັນຂອງຕົນເພື່ອເກັບກຳເອົາຈຸດທີ່ເປັນບັນຫາພາສາລາວແທ້,
ເພື່ອນຳໄປສະເໜີຕໍ່ຂັ້ນ ເທິງຮັບຮູ້ ແລະ ໃຫ້ຄຳເຫັນຊີ້ນຳໃນຂັ້ນຕໍ່ໄປ, ເຊິ່ງພາສາລາວເປັນພາ
ສາໜຶ່ງທີ່ມີຄວາມເກົ່າແກ່ ແລະ ເກີດຂຶ້ນກັບຄົນລາວ ມາແຕ່ດຶກ ດຳບັນເຖິງຢ່າງໃດກໍຕາມໃນປັດຈຸບັນການນຳໃຊ້ພາສາລາວໃນທົ່ວສັງຄົມກໍປາກົດເຫັນບັນຫາ
ຫລາຍຢ່າງໂດຍສະ ເພາະການ ນຳໃຊ້ພາສາລາວບໍ່ເປັນເອກະ ພາບໃນການຂຽນ, ສະກົດຄຳ, ໃຊ້ພາສາລາວບໍ່ເລີກເຊິ່ງ,
ບໍ່ ມ່ວນ, ຟຸມເຟືອຍ, ຊ້ຳຊາກ, ເຊິ່ງ ເປັນບັນຫາທີ່ສັງຄົມພວມທັກ ທ້ວງຢາກໃຫ້ແກ້ໄຂເພື່ອໃຫ້ພາ
ສາລາວກາຍເປັນພາສາແຫ່ງ ຊາດທີ່ເອກະພາບ, ມີຫລັກການ ແບບແຜນໃຊ້ຢ່າງເປັນລະບົບ, ເລີກເຊິ່ງ
ແລະ ທັນສະໄໝ ເຊິ່ງ ສິ່ງດັ່ງກ່າວນີ້ເປັນບັນຫາທີ່ສະ ຖາບັນຄົ້ນຄວ້າ ວັດທະນະທຳ- ພະແນກພາສາສາດພາສາລາວ
ທີ່ຈະຕ້ອງເປັນຜູ້ຮັບພາລະດຳ ເນີນວຽກເປັນຂັ້ນຕອນຕາມ ແບບແຜນວິຊາ ການ ແລະ ເປັນ ໃຈກາງຄົ້ນຄວ້າ,
ເຕົ້າໂຮມນັກ ວິຊາການ, ເຕົ້າໂຮມຄວາມຮູ້, ຄວາມຄິດເຫັນຈາກພາຍນອກມາວິເຄາະ, ວິໄຈເພື່ອຊອກຫາ
ສາເຫດຂອງບັນຫາຕ່າງໆໃນ ພາສາລາວ ແລະ ວິທີການແກ້ໄຂບົນພື້ນຖານຄວາມເປັນເອກະ ພາບທາງ ດ້ານທັດສະນະຄືໃຫ້ມີວິ ທະຍາສາດ, ລັກສະນະຊາດ ແລະ ມະຫາຊົນ,
ມີການວາງ ແຜນ ແລະ ກຳນົດທິດທາງວຽກງານ ດ້ານວິຊາການ ແລະ ມາດ ຕະການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ.

No comments:
Post a Comment