Ad

Ad

14 November 2014

ເພີ່ມ​ຄວາມ​ຮູ້​ການ​ຕ້ານຄວາ​ມຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ​ນ້ອຍ​ໃຫ້​ສື່​ມວນ​ຊົນ



          ວັນ​ທີ 13 ພະຈິກ​ນີ້, ຢູ່​ທີ່​ສະມາຄົມ​ນັກ​ຂ່າວ​​ແຫ່ງ ສປປ ລາວ, ນະຄອນ ຫຼວງວຽງຈັນ​ໄດ້​ຈັດການ​ຝຶກ​ອົບຮົມ ຄວາມ ຮູ້ທົ່ວໄປໃຫ້ສື່ມວນຊົນກ່ຽວກັບ​ການ​ຕ້ານ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ​ເດັກນ້ອຍ​,​ ໂດຍ​ການ​​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະ ຫນຸກ ມີ​ໄຊ ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ​, ພ້ອມ​ດ້ວຍວິ ທະຍາກອນທີ່ມາຈາກຄະ ນະ​ກຳມາ​ທິການ​ເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງ​ແຫ່ງ​ຊາດ.
         ທ່ານ ນາງ ຈັນ​ໂສດາ ພອນ​ທິບ ຫົວໜາກອງ​ເລຂາ​ຄະ ນະ​ກຳມາ​ທິການ​ເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງ​ແຫ່ງ​ຊາດ​ໄດ້​ມີ​ຄຳ​ເຫັນ​ຕໍ່ພິທີ​ວ່າ : ກອງ​ປະ ຊຸມ​ສຳ​ມະ​ນາ​ໃນ​ມື້​ນີ້​ໄດ້​ພ້ອມ​ກັນ​ແລກປ່ຽນບົດຮຽນກ່ຽວກັບ​ບັນ ຫາ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ​ໂດຍ​ສະ​ເພາະ​ແມ່ນ​ຂະ​ບວນການ​ເຄື່ອນ​ໄຫວ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ຢູ່ ສ​ປປ ລາວ ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ນັ້ນກໍໄດ້​ພ້ອມ​ກັນ​ເຊື່ອມ​ຊຶມ​ຄວາມ​ຮູ້​ພຶ້ນຖານ​ກ່ຽວກັບ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ​ແລະ ​ເດັກນ້ອຍ​ເປັນຕົ້ນ​
ແມ່ນ: ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວກັບ​ການ​ປ້ອງ​ກັນ ແລະ ລຶບລ້າງ​ຄວາມຮຸນ​ແຮງ​ຕໍ່​ແມ່ຍິງ​ໃນ ສປປ ລາວ, ຮ່າງ​ກົດ ໝາຍວ່າ​ດ້ວຍ​ການ​ຕ້ານ ແລະ ສະກັດ​ກັ້ນການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ, ຜົນ​ໄດ້​ຮັບ​ຂອງ​ການ​ສຶກສາ​ລຳດັບ​ຊາດ​ກ່ຽວກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ໃນ​ຫົວ​ຂໍ້ “ການ​ສຳຫຼວດ ລະດັບ​ຊາດ​ກ່ຽວກັບ​ສຸຂະພາບ ແລະ ປະສົບ​ການ​ຊີວິດ​ຂອງ​ແມ່ ຍິງ“, ຈັນ​ຍາ​ບັນ​ຂອງ​ນັກ​ຂ່າວ​ໃນ​ການ​ຂຽນຂ່າວ​ກ່ຽວກັບ​ວຽກ ງານ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ, ບົດຮຽນ ແລະ ປະ ສົບ​ການ​ໃນ​ການ​ຊ່ວຍ​ເຫຼືອຜູ້​ຖືກ​ເຄາະ​ຮ້າຍ. ພ້ອມ​ນັ້ນຍັງ​ໄດ້​ແລກ ປ່ຽນບົດຮຽນ ແລະ ປະສົບ​ການ ຕ່າງໆ​ເຊິ່ງກັນ ແລະ ກັນໃນ ການ​ການ​ໂຄສະນາ​ເຜີຍ​ແຜ່​ແນວທາງ​ຂອງ​ພັກ, ກົດໝາຍລັດ, ຍຸດ​ທະ​ສາດ, ນິຕິ​ກຳ ​ແລະ ​ແຜນ​ດຳ​ເນີ​ນ ງານ​ກ່ຽວກັບ​ການ​ສົ່ງ​ເສີມ​ຄວາມ​ສະ​ເໝີພາບ​ຍິງ-ຊາຍ ຕ້ານ​ທຸກ​ຮູບ​ແບບ​ການ​ຈຳ​ແນ​ກ ​ແລະ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ​ໃນ​ອົງ ການ​ຈັດຕັ້ງຂອງ​ພັກ-ລັດ, ​ແນວ​ລາວ​ສ້າງ​ຊາດ, ອົງການ​ຈັດຕັ້ງ ມະຫາຊົນ ແລະ ທຸກ​ພາກສ່ວນ​ໃນ​ສັງຄົມ.

No comments:

Post a Comment