ພິທີລົງນາມການສຶກສາຄວາມເປັນໄປໄດ້ການພັດທະນາຂີ້ເຫຍື້ອເປັນພະລັງ ງານ
ແລະ ການສ້າງໂຮງງານແຍກຂີ້ເຫຍື້ອລະ ຫວ່າງອົງການພັດທະນາ ແລະ ບໍລິ ຫານຕົວເມືອງ (ອພບ), ບໍລິສັດ
ຣາຊລາວ ບໍລິການ ຈຳກັດ ແລະ ບໍລິສັດ ຂວັນ ເມືອງ ກລຸບ ຈຳກັດ, ມີຂື້ນໃນວັນທີ 13 ພະຈິກນີ້,
ຢູ່ຫ້ອງການອົງການພັດທະນາ ແລະ ບໍລິຫານຕົວ ເມືອງ,
ນະຄອນຫລວງວຽງ ຈັນ. ເຊິ່ງນະຄອນຫລວງວຽງຈັນເປັນຕົວເມືອງເອກຂອງປະເທດລາວ, ມີເນື້ອທີ່ປະມານ
39 ພັນກິໂລ ຕາແມັດ, ມີປະຊາ ກອນ ເກືອບໜຶ່ງລ້ານຄົນ, ເສດຖະກິດຂະຫຍາຍຕົວສະເລ່ຍ 10% ຕໍ່ປີ,
ຈຶ່ງເຮັດໃຫ້ປະລິ ມານຂີ້ເຫຍື້ອຫລາຍກວ່າ 500 ໂຕນຕໍ່ມື້, ແຕ່ການຈັດເກັບມ້ຽນຕົວຈິງໄດ້ພຽງ
250- 300 ໂຕນຕໍ່ມື້ເທົ່ານັ້ນ. ຈຶ່ງຈຳ ເປັນ ຕ້ອງມີມາດຕະການປ້ອງ ກັນ, ຈັດເກັບຢ່າງຮີບດ່ວນ
ແລະ ຖືກຕາມຫລັກການມາດຕະຖານຂອງສາກົນ ແລະ ສິ່ງສຳຄັນແມ່ນ
ປະຕິບັດນະໂຍບາຍ 6 ສ ຂອງນະຄອນຫລວງວຽງຈັນ
ເວົ້າລວມ, ເວົ້າສະເພາະ ສ ສະອາດໃຫ້ປາກົດຜົນເປັນຈິງເທື່ອລະ ກ້າວ.
ການສຶກສາດັ່ງກ່າວຈະ ລົງເລິກກ່ຽວກັບອົງປະກອບ ແລະ
ປະເພດຂີ້ເຫຍື້ອ, ສຳຫລວດອອກແບບໂຮງງານແຍກຂີ້ເຫຍື້ອ ທີ່ທັນສະໄໝ, ເຊິ່ງຖ້າຜົນການສຶກສາມີຄວາມເປັນໄປ
ໄດ້ກໍຈະລົງມືກໍ່ສ້າງໂຮງງານ ແຍກຂີ້ເຫຍື້ອທັນທີຢູ່ເຂດຫລັກ 35 ໃກ້ກັບສະໜາມຖີ້ມຂີ້ເຫຍື້ອ,
ເມືອງໄຊທານີ, ນະຄອນຫລວງວຽງຈັນ. ໂດຍຂີ້ເຫຍື້ອທີ່ປ້ອນ ເຂົ້າໂຮງງານຈະຖືກແປຮູບເປັນ ຖ່ານເຊື້ອເພິງທີ່ມີປະສິດທິພາບສູງສະໜອງໃຫ້ແກ່ຂະແໜງອຸດສະຫະກຳຂະໜາດໃຫຍ່ຂອງລາວເຊັ່ນ:
ໂຮງງານຜະລິດຊີ ມັງ, ໂຮງງານຫລອມເຫລັກ ແລະ ອື່ນໆ ແລະ ທັງສາມາດຫລຸດຜ່ອນມົນລະພິດນຳອີກ.

No comments:
Post a Comment