Ad

Ad

14 November 2014

ພູເບ້ຍ ມາຍນິ້ງ ຈັດງານວາງສະແດງອຸດສາຫະກຳບໍ່ແຮ່ທີ່ທັນສະໄໝ



     ເພື່ອເປັນການແນະນຳໃຫ້ ຫລາຍໆພາກສ່ວນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ບໍ່ແຮ່ໃຫ້ຫລາຍຂຶ້ນ, ໃນວັນທີ 13 ພະຈິກນີ້, ບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ, ໄດ້ ຈັດງານວາງສະແດງອຸດສາຫະກຳບໍ່ແຮ່ທີ່ທັນສະໄໝຂອງຕົນ ຂຶ້ນເປັນຄັ້ງທຳອິດ, ຢູ່ຫໍປະ ຊຸມແຫ່ງຊາດນະຄອນຫລວງວຽງຈັນ, ໂດຍມີທ່ານ ຣ໋ອບ ອັຊເຊີ ຜູ້ຈັດ ການໃຫຍ່ຂອງບໍລິສັດດັ່ງ ກ່າວ ແລະ ທ່ານ ວິລະວົງ ວິ ລະພົນລັດຖະມົນຕີຊ່ວຍວ່າ ການ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານບໍລິສັດພູເບ້ຍ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
     ບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ ໄດ້ນຳເອົາພະນັກງານທີ່ເປັນມືອາຊີບຈຳນວນ 50 ກວ່າທ່ານ ມາໃຫ້ຄຳແນະນຳ ແລະ ອະທິ ບາຍກ່ຽວກັບການເຮັດວຽກ ຂອງບໍລິສັດເພື່ອໃຫ້ທຸກທ່ານທີ່ເຂົ້າຮ່ວມງານດັ່ງກ່າວໄດ້ຮັບຮູ້ ແລະ ເຂົ້າໃຈໃນການດຳເນີນ ງານຂອງພວກເຂົາ. ພ້ອມດຽວກັນນັ້ນ, ຍັງມີສະມາຊິກຈຳນວນ 4 ທ່ານ ທີ່ມາຈາກບ້ານໃກ້ຄຽງກັບໂຮງງານພູຄຳມາໂອ້ລົມ ກັບແຂກໃນການມີສ່ວນຮ່ວມໃນ ກຸ່ມທຸລະກິດຕ່າງໆເຊັ່ນ: ທະນາ ຄານບ້ານ, ແຜນງານການຝຶກ ອົບຮົມ ແລະ ແຜນລິເລີ່ມ
ອື່ນໆ ເພື່ອເປັນການສະໜັບສະໜູນ ການພັດທະນາຊຸມຊົນທີ່ບໍລິສັດ ພູເບ້ຍໄດ້ກຳນົດໄວ້ ແລະ ຍັງມີ ການສົນທະນາກັບພະ ນັກງານຂັບລົດບັນທຸກແຮ່ຂອງບໍລິສັດ ທີ່ເປັນເພດຍິງ 2 ຄົນ, ເຊິ່ງເປັນລົດຂະໜາດໃຫຍ່ ມີຄວາມສູງ 5 ແມັດ ແລະ ສາມາດ ບັນທຸກຫີນໄດ້ປະມານ 100 ໂຕນ/ຄັ້ງ. ພາຍໃນງານຍັງມີບູດຕ່າງໆເພື່ອໃຫ້ ທຸກຄົນໄດ້ຢ້ຽມຊົມ ແລະ ສອບຖາມ ເຊັ່ນ: ບູດ ການຜະລິດ, ຊຸມຊົນ, ຄວາມປອດໄພ, ການຝຶກ ອົບຮົມ ແລະ ການພັດທະນາ, ແຮ່ທອງຊ່ວຍສ້າງສາພັດທະນາ,  ບູດແນະ ນຳໃນການນຳໃຊ້ລົດ ຂຸດຄົ້ນແຮ່ທາດ-ລົດແກ່ແຮ່ທາດ ແລະ ອື່ນໆ.
     ຜູ້ຈັດການໃຫຍ່ຂອງບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ ມີ​ຄຳ​ເຫັນ​ໃນ​ພິທີ​ເປີດ​ງານ​ວາງສະ​ແດງ​ດັ່ງກ່າວ ວ່າ: ພວກເຮົາ ຕ້ອງ ການໃຫ້ທຸກຄົນເຫັນຄວາມ ເປັນຈິງຂອງອຸດສາຫະກຳບໍ່ແຮ່ທີ່ທັນສະໄໝດ້ວຍຕົນເອງ, ເນື່ອງ ຈາກວ່າມີຫລາຍໆຄົນຕ້ອງການ ທີ່ຈະຮັບຮູ້ກ່ຽວກັບການເຮັດວຽກຂອງພວກເຮົາ, ແຕ່ບໍ່ມີໂອ ກາດໄດ້ໄປເຫັນຕົວຈິງ. ດັ່ງນັ້ນ ພວກເຮົາຈຶ່ງນຳເອົາອຸປະກອນ ອຸດສາຫະກຳຕ່າງໆທີ່ພວກເຮົານຳໃຊ້ເຂົ້າໃນການດຳເນີນງານມາໃຫ້ທຸກຄົນໄດ້ເບິ່ງ, ໄດ້ສຳພັດ ແລະ ມີພະນັກງານຄອຍຕ້ອນ ຮັບໃຫ້ຄຳແນະນຳ, ຕອບຄຳ ຖາມສຳລັບທຸກທ່ານທີ່ເຂົ້າມາ ໃນງານນຳອີກ. ຄຽງຄູ່ກັບການ ສ້າງລາຍຮັບໃຫ້ແກ່ປະເທດລາວ  ​ແລະ ຄວາມຮັບຜິດຊອບດ້ານ ສິ່ງແວດລ້ອມ, ປະຕິບັດວຽກ ງານຢ່າງ​ມີຄວາມປອດໄພ ແລະ ດຳເນີນທຸລະກິດດ້ວຍຄວາມຊື່ ສັດ.     

No comments:

Post a Comment