ທ່ານ ສິດທິສອນ ເທບພາສີ ຫົວໜ້າກົມສ່ວຍສາອາກອນ,
ກະ ຊວງການເງິນ ໃຫ້ຮູ້ວ່າ: ສຳລັບ ແຜນການເກັບລາຍຮັບ ສ່ວຍສາອາກອນສົກປີ 2013-2014 ສະ ພາແຫ່ງຊາດຮັບຮອງໃນເບື້ອງ
ຕົ້ນແມ່ນ 9.778,32 ຕື້ກີບ ແລະ ໄດ້ດັດ ແກ້ມາ ເປັນ 9.179,12 ຕື້ກີບ, ກວມປະມານ 48,4% ຂອງລາຍຮັບພາຍໃນ,
ເພີ່ມຂຶ້ນ ແບບກ້າວກະໂດດເມື່ອທຽບໃສ່ ສົກປີຜ່ານ ມາ. ແຕ່ຜ່ານການຈັດ ຕັ້ງປະຕິບັດເກັບ ລາຍຮັບຕົວຈິງ
ໄດ້ພຽງ 7.630,41 ຕື້ກີບ, ເທົ່າ ກັບ 83,1% ຂອງແຜນດັດແກ້, ໃນ ນັ້ນກົມສ່ວຍສາອາກອນເກັບໄດ້
4.555,18 ຕື້ກີບ, ບັນດາ ແຂວງເກັບໄດ້ 3.075,22 ຕື້ກີບ ແລະ ແຂວງທີ່ເກັບໄດ້ 100% ຂຶ້ນໄປປະກອບມີ:
ຜົ້ງສາລີ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ແຂວງ ວຽງຈັນ, ສາລະວັນ, ເຊກອງ
ແລະ ອັດຕະປື, ໂດຍສາເຫດທີ່ພາ ໃຫ້ການເກັບອາກອນບໍ່ບັນລຸ ແຜນແມ່ນຍ້ອນພະນັກງານຈຳ ນວນໜຶ່ງຍັງຂາດ ຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນທີ່ພັກ ແລະລັດມອບໝາຍໃຫ້, ບາງຂະ ແໜງການ, ບາງທ້ອງຖີ່ນບໍ່ທັນ ໃຫ້ການຮ່ວມມື ຢ່າງຈິງຈັງ,
ການເກັບກຳຖານຂໍ້ມູນບໍ່ທັນຄົບຖ້ວນ ແລະ ບໍ່ຊັດເຈນຕາມ ຄວາມຈິງ, ຫົວໜ່ວຍທຸລະກິດຈຳນວນໜຶ່ງ
ຍັງຫລົບຫລີກ,
ເຊື່ອງອຳອາກອນເປັນຕົ້ນ: ເຄື່ອນໄຫວທຸລະກິດໂດຍບໍ່ຂຶ້ນ ທະບຽນ, ບໍ່ແຈ້ງເສຍອາກອນຫລືແຈ້ງຊ້າບໍ່ກົງ ຕໍ່ເວລາ,
ແຈ້ງ ເສຍໜ້ອຍ, ຂາຍສີນຄ້າ ຫລື ການບໍລິການບໍ່ອອກໃບເກັບ ເງິນ, ບາງຫົວໜ່ວຍເຄື່ອນໄຫວ ກິດຈະການ ດີແຕ່ແຈ້ງບັນ
ຊີຂາດທຶນຫລາຍປີຕິດຕໍ່ກັນດັ່ງນີ້ເປັນຕົ້ນ.
ຕົວເລກດັ່ງກ່າວ, ໄດ້ລາຍງານຢູ່ກອງປະຊຸມສ່ວຍສາອາກອນທົ່ວປະເທດໃນລະຫວ່າງ
ວັນທີ 13 - 15 ພະຈິກນີ້, ຢູ່ນະ ຄອນຫລວງວຽງຈັນ, ໂດຍການ ເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ
ລັດຖະມົນຕີຊ່ວຍ ວ່າການກະຊວງການເງິນ. ເຊິ່ງ ໃນລະຫວ່າງການກ່າວເປີດກອງປະຊຸມຂອງທ່ານ ບຸນໂຈມ
ມີ ບາງຈຸດໄດ້ເນັ້ນວ່າ: ສ່ວຍສາອາກອນແມ່ນວຽກງານໜຶ່ງ ທີ່ມີຄວາມສຳຄັນໃນຂົງເຂດການ ເງິນ ແລະ
ການເກັບລາຍຮັບເຂົ້າງົບປະມານ, ເຊິ່ງຜ່ານມາ ສ່ວນຫລາຍແມ່ນເກັບໄດ້ນຳຫົວ ໜ່ວຍທຸລະກິດຂະໜາດນ້ອຍ
ແລະ ກາງ, ສ່ວນຫົວໜ່ວຍທຸລະກິດຂະໜາດໃຫຍ່ພັດເກັບບໍ່ໄດ້ ແລະ ບັນຫາປີ່ນອ້ອມອື່ນໆ, ແຕ່ຕົວຈິງແລ້ວແມ່ນກະໂຕພະນັກ
ງານລັດຖະກອນໃນຂະແໜງການຈຳນວນບໍ່ນ້ອຍຍັງຖືເບົາຕໍ່ການປະຕິບັດໜ້າທີ່, ປະ ປ່ອຍໃຫ້ມີການຮົ່ວໄຫລຂອງລາຍຮັບ
ແລະ ຈຳນວນໜຶ່ງມີການສວຍໂອກາດເອົາເງິນທີ່ເກັບມາໄດ້ ເປັນຂອງຕົນເອງ.

No comments:
Post a Comment