ມາຮອດປັດຈຸບັນ, ຍັງບໍ່ມີສະຖາບັນການສືກສາໃດໄດ້ນຳໃຊ້ມາດຕະການຕໍ່ນັກສຶກສາທີ່ໃຊ້
ໃບປະກາດປອມ ແປງເຂົ້າ ຮຽນໃນສະຖາບັນຕົນຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາໄດ້ສະເໜີໄປກ່ອນໜ້ານີ້,
ຂະນະທີ່ພາກສ່ວນກ່ຽວ ຂ້ອງ ຍັງສືບຕໍ່ຕິດຕາມເບິ່ງທ່າທີຂອງສະຖາບັນການສຶກສາເຫລົ່ານັ້ນ, ເຊິ່ງຖ້າເມີນເສີຍກໍຈະໄດ້ນຳໃຊ້ມາດຕະການອື່ນໆ ເຂັ້ມງວດ
ກວ່າເກົ່າ.
ກົມກວດກາ, ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ:
ໃນ ໄລຍະຜ່ານມາ, ກະຊວງສຶກສາ ໄດ້ກວດກາສະຖາບັນ ການສຶກສານັບທັງພາກລັດ ແລະ ເອກະ ຊົນໃນທົ່ວປະເທດ
ແລະ ພົບເຫັນປະກາສະນີຍະບັດປອມແປງຈຳນວນ 176 ໃບ, ສ່ວນຫລາຍແມ່ນ ພົບຢູ່ໂຮງຮຽນເອກກະຊົນ ແລະ
ໄດ້ອອກຄຳສັ່ງລຶບລ້າງປະກາ ສະນີຍະບັດປອມແປງດັ່ງກ່າວ, ພ້ອມທັງ ເຮັດໜັງສືແຈ້ງໃຫ້ສະ ຖາບັນການສຶກສາທີ່ເປັນເປົ້າ
ໝາຍໃຫ້ໂຈະການຮຽນຂອງຜູ້ ນຳໃຊ້ໃບປະກາດປອມແປງທີ່ ກຳລັງຮຽນ
ຢູ່ສະຖາບັນຕົນ, ສ່ວນຜູ້ທີ່ຮຽນຈົບໄປແລ້ວ
ແລະ ໄດ້ເຂົ້າສັງກັດເປັນພະນັກງານລັດໄດ້ແຈ້ງໃຫ້ກົມກອງຜູ້ກ່ຽວ ຮັບຊາບເພື່ອ ປະຕິບັດວິໄນຕາມລະບຽບ,
ສຳລັບຜູ້ທີ່ຜະລິດ ແລະ ອອກໃບປະກາດປອມແປງກໍໄດ້ສົ່ງລາຍຊື່ໃຫ້ເຈົ້າໜ້າທີ່ເພື່ອນຳ ຕົວມາ ດຳເນີນຄະດີຕາມລະບຽບກົດໝາຍ.ແນວໃດກໍຕາມ, ມາຮອດປັດຈຸບັນຍັງບໍ່ທັນໄດ້ຮັບລາຍງານວ່າມີສະຖາບັນການສຶກ ສາແຫ່ງ
ໃດ ຫລື ກົມກອງໃດ ໄດ້ປະຕິບັດຕາມເນື້ອໃນຂອງຄຳສັ່ງດັ່ງກ່າວ, ຊຶ່ງກະຊວງສຶກສາຈະສືບຕໍ່ຕິດຕາມເບິ່ງທ່າທີຂອງ ສະຖາບັນການສຶກສາເຫລົ່ານັ້ນວ່າຈະປະຕິບັດຄຳສັ່ງດັ່ງກ່າວ ເມື່ອໃດ ແລະ ຖ້າເຫັນວ່າດົນນານກໍຈະມີມາດຕະການ ອື່ນໆທີ່ເຂັ້ມ
ງວດກວ່າເກົ່າ ແລະ ເພື່ອສະກັດກັ້ນບໍ່ໃຫ້ເກີດມີສະພາບບໍ່ດີຄືດັ່ງກ່າວກະຊວງສຶກສາໄດ້ ນຳໃຊ້ລະບົບໄອທີທັນ ສະໄໝ
ເຂົ້າ ຊ່ວຍໃນການຕິດຕາມການເຂົ້າຮຽນ, ຜົນການຮຽນ ແລະ ການເຄື່ອນຍ້າຍຂອງນັກຮຽນທຸກຄົນນັບ ແຕ່ມື້ລົງທະ ບຽນເຂົ້າ
ຮຽນປີທີ 1 ຮອດປີສຸດທ້າຍ, ພ້ອມທັງ ແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນຢ່າງລະ
ອຽດກ່ຽວກັບກາ ນອອກໃບ ປະກາສະນີຍະບັດຈົບຊັ້ນໃຫ້ຖືກຕ້ອງ. ເຊິ່ງການປອມແປງໃບປະກາສະນີຍະບັດນັ້ນ,
ແມ່ນປະກົດການຫຍໍ້ທໍ້ໜຶ່ງ ທີ່ສ້າງ ຄວາມເຊື່ອມເສຍຕໍ່ຕົນເອງ, ການຈັດຕັ້ງ ແລະ ສັງຄົມ ແລະ
ສົ່ງຜົນ ສະທ້ອນໂດຍກົງຕໍ່ຄຸນນະພາບການສຶກ ສາຂອງປະ ເທດເຮົາ, ຊຶ່ງຈະຕ້ອງໄດ້ແກ້ໄຂຢ່າງເດັດຂາດ.
No comments:
Post a Comment