ບໍລິສັດ MMG Limited ຂໍແຈ້ງໃຫ້ຊາບວ່ານັບແຕ່ມື້ນີ້
ເປັນຕົ້ນໄປ ທ່ານ ຊູເຣດຊ໌ ວາດ ນາກຣາ (Suresh Vadnagra), ໄດ້ຮັບການແຕ່ງຕັ້ງເປັນຜູ້ຈັດ ການໃຫຍ່ຂອງບໍລິສັດ
ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ. ບໍ່ຄຳ- ທອງເຊໂປນ (LXML Sepon) ແທນທ່ານ ຣິກ ວັດສ໌ຝອດ
(Rick Watsford) ໄດ້ຮັບໜ້າທີ່ ໄປ ເປັນ ທີ່ປຶກສາໃຫ້ແກ່ທີມງານດ້ານ ການຜະລິດຂອງ MMG ໃນຫ້ອງການໃຫຍ່ທີ່ເມືອງ
ເມວເບີນ ປະເທດອົດສະຕຣາລີ.
ທ່ານ ຣິກ ວັດສ໌ຝອດ ໄດ້ປະກອບສ່ວນທີ່ພົ້ນເດັ່ນຫລາຍຢ່າງໃຫ້ແກ່ບໍ່ຄຳ- ທອງເຊໂປນ
ຊຶ່ງ ໃນການນຳພາຂອງທ່ານໄດ້ ເຮັດໃຫ້ບໍ່ຄຳ-ທອງເຊໂປນ ມີການປັບ ປຸງດ້ານຄວາມປອດໄພທີ່ສຳຄັນ,
ສ້າງສະຖິຕິໃນການຜະລິດ ທອງ ແລະ ບໍລິຫານດ້ານ ການເງິນທີ່ດີເລີດ ແລະ ຍັງເປັນຜູ້ມີ ຄວາມມຸ້ງໝັ້ນໃນການເພີ່ມຈຳນວນ
ແລະ ຂີດຄວາມສາມາດໃນການເປັນຜູ້ນຳຂອງພະ ນັກງານຄົນລາວ, ພ້ອມທັງການ ປັບປຸງຊີວິດການເປັນຢູ່ຂອງຊຸມຊົນທີ່ອາໄສຢູ່ອ້ອມຂ້າງບໍ່ແຮ່.
ທ່ານ ຊູເຣດຊ໌ ວາດນາກຣາ ເຂົ້າຮັບໜ້າທີ່ເປັນຜູ້ຈັດການໃຫຍ່ຂອງບໍ່ຄຳ-ທອງເຊໂປນ
ຫລັງ ຈາກທີ່ທ່ານໄດ້ກັບມາຈາກ ການປະຈຳການຢູ່ ບໍ່ລາສ໌ ບາມບາສ ໃນຖານະຜູ້ຈັດການໃຫຍ່ດ້ານ
ການເຊື່ອມໂຍງແລ້ວເລີ່ມເຂົ້າ ເຮັດວຽກກັບບໍລິສັດ MMG ໃນ ເດືອນຕຸລາ 2011 ໃນຕຳແໜ່ງຜູ້ຈັດການໃຫຍ່ດ້ານການດຳເນີນງານ
ແລະ ເປັນທີ່ຍອມຮັບໃນ ການປະກອບ ສ່ວນທີ່ສຳຄັນໃນການປັບປຸງການດຳເນີນງານດ້ານຊັບສິນ ແລະ ປະສິດທິຜົນຂອງການດຳເນີນງານໃນທົ່ວ
ທຸກພາກສະໜາມ ຂອງ MMG.
ທ່ານ ຊູເຣດຊ໌ ວາດນາກຣາ ກ່າວວ່າ: ຂ້າພະເຈົ້າຮູ້ສຶກຕື່ນ
ເຕັ້ນຫລາຍທີ່ໄດ້ມາຮັບໜ້າທີ່ ເປັນຜູ້ຈັດການໃຫຍ່ຂອງບໍ່ຄຳ- ທອງເຊໂປນ ແລະ ຈະຊອກໂອ ກາດສືບຕໍ່ສ້າງມູນຄ່າຈາກຊັບ
ສິນທີ່ມີຄຸນນະພາບນີ້.
ທ່ານ ຊູເຣດຊ໌ ມີວຸດທິການ ສຶກສາດ້ານວິສະວະກຳກົນຈັກ
ແລະໄດ້ຈົບການສຶກສາລະດັບ ປະລິນຍາໂທໃນຫລາຍສາຂາ, ເປັນຜູ້ມີປະສົບການທີ່ສຳຄັນ ຫລາຍຢ່າງທາງດ້ານອຸດສາຫະກຳບໍ່ແຮ່ລວມທັງດ້ານນ້ຳມັນ
ເຊື້ອໄຟ ແລະ ອາຍແກສ໌.

No comments:
Post a Comment