Ad

Ad

14 November 2014

ສານນະຄອນຫລວງຕັດສີນລົງໂທດຜູ້ຄ້າຢາເສບຄິດຈຳຄຸກ 12 ປີ



      ໃນວັນທີ 12 ພະຈິກນີ້, ສານ ປະຊາຊົນນະຄອນຫລວງວຽງ ຈັນ, ໄດ້ຕັດສີນລົງໂທດນາງ ພຸດສີ ອາຍຸ 55 ປີຢູ່ບ້ານວຽງ ຈະເລີນ ເມືອງໄຊເສດຖາ ຈຳ ຄຸກເປັນເວລາ 12 ປີ, ພ້ອມປັບ ໃໝ 128 ລ້ານກີບ ແລະ ທ້າວ ສາມີ (ຕົ້ນ) ອາຍຸ 29 ປີຢູ່ບ້ານ ສີໄຄທົ່ງ ເມືອງສີໂຄດຕະບອງ, ໃຫ້ຈຳຄຸກເປັນເວລາ 6 ປີພ້ອມ ປັບໃໝ 28 ລ້ານກີບໃນຂໍ້ຫາຄ້າ ຢາເສບຕິດ.
     ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພວກກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ ເມື່ອເດືອນກັນຍາ 2013 ພ້ອມ ຂອງກາງຢາບ້າທີ່ຢູ່ໃນການຄຸ້ມ ຄອງຂອງນາງພຸດສີຈຳນວນ 2 ພັນເມັດ ແລະ ທ້າວ ສາມີ 290 ເມັດ, ນອກຈາກນີ້ ນາງພຸດສີ  ເຄີຍຕ້ອງໂທດມາແລ້ວໜຶ່ງຄັ້ງ ໃນຂໍ້ຫາຄ້າຢາເສບຕິດ ແລະ ຖືກ ສານລົງໂທດຈຳຄຸກເປັນເວລາ 8 ປີແຕ່ບໍ່ເຂັດຫລາບ.

No comments:

Post a Comment