ວັນທີ 12 ພະຈິກນີ້ ກະຊວງສາທາລະນະສຸກ, ຄະນະກຳມາ
ທິການເພື່ອແມ່ ແລະ ເດັກແ່ຫ່ງຊາດ, ຮ່ວມກັບອຳນາດການປົກຄອງນະຄອນຫຼວງວຽງຈັນເປີດຂະ ບວນການປຸກລະດົມວັນສັກຢາ ກັນພະຍາດແຫ່ງຊາດ
(ວສຊ) ເພື່ອກຳຈັດພະຍາດ ໝາກແດງໃຫຍ່ ແລະ ໝາກແດງນ້ອຍຂຶ້ນ, ຢູ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງ ຈັນ,
ໂດຍການໃຫ້ກຽດເຂົ້າຮ່ວມຂອງ ປະ ທານປະເທດ ຈູມມະລີ ໄຊຍະສອນ ເພື່ອປຸກລະດົມຂົນຂວາຍທຸກພາກສ່ວນຂອງສັງຄົມ,
ທັງພາຍລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນ, ກໍຄືທົ່ວປະເທດໃຫ້ປະກອບສ່ວນຊຸກຍູ້ຂະບວນການສັກຢາກັນພະຍາດດັ່ງກ່າວ,
ສຳລັບເດັກ ນ້ອຍອາຍຸແຕ່ 9 ເດືອນຫາລຸ່ມ 10 ປີໃຫ້ບັນລຸເປົ້າໝາຍ, ສົມທັບກັບການຢອດຢາກັນພະຍາດໂປລີໂອເພີ່ມ,
ແຈກຢາຍຢາວິ ຕາມິນອາ ແລະ ຢາຂ້າແມ່ທ້ອງໃຫ້ແກ່ເດັກນ້ອຍອາຍຸລຸ່ມ 5 ປີ, ຊຶ່ງຈະຈັດຕັ້ງຂື້ນໃນລະຫວ່າງ
ວັນທີ 17 -30 ພະຈິກນີ້.
ເຈົ້າຄອງນະຄອນຫຼວງວຽງຈັນ ມີຄຳເຫັນໃນພິທີວ່າ:
ຜ່ານມາລັດຖະບານກໍໄດ້ເອົາໃຈໃສ່ຊຸກຍູ້ວຽກງານສັກຢາກັນພະ ຍາດຢ່າງຈິງຈັງ ແລະ ສາມາດປະກາດເປັນປະເທດທີ່ປອດພະຍາດໂປລິໂອໄດ້ໃນປີ
2000, ສຳລັບນະຄອນຫຼວງວຽງຈັນກໍໄດ້ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການມີສ່ວນຮ່ວມໃນການຫຼຸດຜ່ອນຄວາມເຈັບເປັນ,
ການຕາຍຂອງແມ່ ແລະ ເດັກຊຶ່ງສະ ແດງອອກຈາກການສຳຫຼວດໃນປີ 2012 ອັດຕາການຕາຍຂອງເດັກອາຍຸລຸ່ມ
1 ປີຢູ່ນະຄອນຫຼວງວຽງຈັນໄດ້ຫຼຸດລົງເຫຼືອພຽງ 27 ສ່ວນພັນ, ເດັກອາຍຸ ລຸ່ມ 5 ປີ ເຫຼືອພຽງ
32 ສ່ວນພັນ, ແມ່ຕາຍ 45 ສ່ວນແສນຂອງເດັກເກີດ ມີຊີວິດເທົ່ານັ້ນ, ສຳລັບ ການສັກຢາກັນພະຍາດໝາກແດງຢູ່ນະຄອນຫຼວງວຽງຈັນໃນຮອບປົກກະຕິແມ່ນສາມາດບັນລຸໄດ້ເຖິງ
95 % ໃນປີ 2013 (ທົ່ວປະເທດບັບລຸໄດ້ 82%), ສຳລັບປີ 2014 ນີ້, ນະຄອນຫຼວງມີເປົ້າໝາຍ ຢອດຢາ
ແລະ ສັກຢາກັນພະ ຍາດໃຫ້ເດັກອາຍຸ ລຸ່ມ 5 ປີ (ຢອດຢາໂປລິໂອ) ຈຳນວນ 117.487 ຄົນ, ຢອດຢາວິຕາມິນອາ
ແລະ ກິນຢາຂ້າແມ່ທ້ອງບັນລຸ 90.375 ຄົນ, ເດັກນ້ອຍອາຍຸລຸ່ມ 9 ເດືອນ ຫາລຸ່ມ 10 ປີ ໄດ້ຮັບການສັກຢາກັນພະຍາດໝາກແດງຈຳນວນ
207.862 ຄົນ ແລະ ເພື່ອກຳ ຈັດພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍຢູ່ນະຄອນຫຼວງວຽງຈັນ ແລະ
ບັນດາແຂວງທົ່ວ ປະເທດໃຫ້ຫຼຸດໜ້ອຍ ຖອຍລົງ ແລະ ໝົດໄປໃນທີ່ສຸດ, ໃນລະຫວ່າງວັນທີ 17 - 30
ພະຈິກນີ້, ນະຄອນຫຼວງວຽງຈັນຈະຮ່ວມ ກັບກະຊວງສາທາ ລະນະສຸກຈັດກິດຈະກຳສັກຢາ ແລະ ຢອດຢາ ດັ່ງກ່າວຂຶ້ນຢູ່ຕາມໂຮງໝໍ,
ສຸກສາລາ ແລະ ໜ່ວຍແພດເຄື່ອນທີ່, ດັ່ງນັ້ນຈຶ່ງ ຮຽກຮ້ອງໃຫ້ທຸກ ພາກສ່ວນທົ່ວສັງຄົມຈົ່ງເພີ່ມທະວີເອົາໃຈໃສ່ປຸກລະດົມໂຄສະນາຂະບວນການດັ່ງກ່າວນີ້ໃຫ້
ກວ້າງຂວາງ, ທົ່ວເຖິງ, ສຳຄັນ ແມ່ນການຊຸກຍູ້ຢ່າງແຂງແຮງ ຈາກອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ,
ສື່ຕ່າງໆ, ລວມ ເຖິງພໍ່ແມ່ຜູ້ປົກຄອງຈົ່ງນຳລູກ, ຫຼານຂອງຕົນທີ່ຢູ່ໃນເກນອາຍຸ 10 ປີລົງມາໄປຮັບການສັກຢາ-ຢອດຢາກັນພະຍາດດັ່ງກ່າວໃຫ້
ບັນລຸໄດ້ 95% ຂຶ້ນໄປ.
ລັດຖະມົນຕີກະຊວງສາທາລະນະສຸກມີຄຳເຫັນວ່າ: ສິ່ງສຳຄັນໃນການສັກຢາກັນພະຍາດແມນແນ່ໃສ່ກຸ່ມເປົ້າໝາຍ
ແມ່ຍິງ ແລະ ເດັກນ້ອຍຊຶ່ງເປັນກຸ່ມຄົນທີ່ມີຄວາມສ່ຽງໃນການເຈັບເປັນ ແລະ ມີອັດຕາການຕາຍສູງກວ່າໝຸ່,
ໂດຍສະເພາະຢູ່ເຂດ ຫ່າງໄກສອກຫຼີກ, ເຂດພູດອຍ, ເຂດເຂົ້າເຖິງຍາກຊີວິດການເປັນຢູ່ຂອງປະຊາຊົນຍັງຕິດພັນກັບທຳມະຊາດ,
ການເຈັບເປັນ ຂອງຜູ້ເປັນແມ່ ແລະ ເດັກນ້ອຍໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ເສດຖະກິດຄອບຄົວ
ແລະ ການສຶກສາຂອງເດັກ, ການ ເຈັບເປັນຂອງສະມາຊິກຄອບຄົວແມ່ນເປັນທັງເຫດ ແລະ ຜົນຂອງຄວາມທຸກຍາກ,
ຍ້ອນແນວນັ້ນ ລັດຖະບານເຮົາຈຶ່ງຖືເອົາ ຂະແໜງສາທາລະນະສຸກເປັນໜຶ່ງ ໃນ 4 ຂະແໜງການຫຼັກຂອງການພັດທະນາຊົນນະບົດຮອບດ້ານເພື່ອລຶບລ້າງຄວາມທຸກ
ຍາກ ແລະ ສົ່ງເສີມຄວາມສາມາດຂອງປະຊາຊົນບັນດາເຜົ່າ.

No comments:
Post a Comment