ແລງວັນທີ 11 ພະຈິກນີ້, ຢູ່ໂຮງແຮມດອນຈັນພາແລດ,
ນະຄອນຫຼວງວຽງ ຈັນພາເລດ ໄດ້ມີພິທີເປີດນຳໃຊ້ບັດຊໍາ ລະ ພາສີອາກອນ (Smart Tax Card) ຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ
(BCEL ) ຂຶ້ນ, ໂດຍການໃຫ້ ກຽດເຂົ້າຮ່ວມຂອງທ່ານ ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີຜູ້ຊີ້ ນຳວຽກງານເສດຖະກິດມະຫາພາກ
ແລະ ການບໍລິການ, ພ້ອມດ້ວຍການນຳ ກະຊວງການເງິນ, ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ
ຜູ້ອຳນວຍ ການທະນາຄານການຄ້າຕ່າງປະເທດລາວເຂົ້າຮ່ວມ. ເພື່ອຫັນເອົາທຸລະກິດ ແລະ ການບໍລິການຂອງທະນາ
ຄານການຄ້າຕ່າງ ປະເທດລາວກ້າວເຂົ້າສູ່ຄວາມທັນສະໄໝ, ໄດ້ມາດຕະຖານສາກົນ, BCEL ຈຶ່ງໄດ້ເອົາໃຈໃສ່ພັດທະນາຜະລິດຕະພັນ
ແລະ ການບໍລິການໃຫ້ມີຄວາມທັນສະໄໝໂດຍການໝູນໃຊ້ນະວັດຕະກໍາ, ເຕັກໂນໂລຢີທີ່ ສອດຄ່ອງກັບສັງຄົມໃນຍຸກສະໄໝປັດ
ຈຸບັນເພື່ອອໍານວຍຄວາມສະດວກໃຫ້ລູກຄ້າ, ສາມາດເຂົ້່າເຖິງການບໍລິການຂອງ BCEL ດ້ວຍຕົນເອງ
ແລະ ຫຼຸດຜ່ອນການ ນໍາໃຊ້ເງິນສົດຂອງການຊໍາລະພາສີອາກອນ. ນອກຈາກນີ້ທະນາຄານການຄ້າຕ່າງປະເທດລາວຍັງໃຫ້ບໍລິການເຊື່ອມໂຍງ ກັບບັນດາທະນາ
ຄານອື່ນໆອີກຄືທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ ແລະ ທະນາຄານຮ່ວມທຸລະ ກິດລາວຫວຽດ,
ເພື່ອ ຊ່ວຍໃຫ້ລູກຄ້າ ແລະ ຜູ້ປະກອບການຕ່າງໆໃນທົ່ວປະເທດສາມາດເຂົ້າເຖິງການນຳໃຊ້ການຂອງທະ ນາຄານມີປະສິດທິຜົນ
ຫລາຍຂຶ້ນໂດຍສະເພາະແມ່ນການຊຳລະຄ່າພາສີອາກອນດ້ວຍບັດ Smart Tax ໄດ້ງ່າຍ, ໃນຂອບເຂດທົ່ວປະເທດ.

No comments:
Post a Comment