Ad

Ad

13 November 2014

ອົງການກວດສອບແຫ່ງລັດລາວ-ຫວຽດນາມ-ກຳປູ​ເຈຍຮ່ວມແລກປ່ຽນ​ບົດຮຽນ



        ອົງການ​ກວດ​ສອບ​ແຫ່ງ​ລັດ​ຂອງລາວ, ຫວຽດນາມ ​ແລະ ກຳປູ​ເຈຍ, ໄດ້ຮ່ວມກັນປືກສາ​ຫາລື​ ​ແລະ ​ແລກປ່ຽນ​ບົດ ຮຽນ​ກ່ຽວ​ກັບ​ວຽກ​ງານກວດ​ສອບ, ​ເພື່ອ​ໃຫ້​ລະບົບ​ການກວດ​ສອບ ແຫ່ງ​ລັດມີ​ຄວາມ​ເຂັ້ມ​ແຂງ  ​ແລະ ຖືກຕ້ອງ​ຕາມມາດຕະ ຖານ​ສາກົນ,​ ໂດຍ​ໄດ້ລົງ​ເລິກ​ແລກປ່ຽນ​ບົດຮຽນ​ການຈັດຕັ້ງປະຕິບັດ​ມາດຕະຖານ​ການກວດ​ສອບ​ຂອງ​ສະຫະພັນ​ສະ​ຖາ​ບັນ​ກວດ​ສ​ອບສາກົນ ​ແລະ ການສະ​ເໜີ​ບົດຮຽນ​ການ​ນຳ​ໃຊ້​ມາດຕະຖານ​ສາກົນ​ເຂົ້າ​ໃນ​ການກວດ​ສອບ​ຕົວ​ຈິງ​ໃນ​ການສະກັດ​ກັ້ນການ​ທຸ​ຈະລິດ​ຂອງ​ພະນັກງານ​ລັດຖະກອນ ​ແລະ ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ອົງການ​ຈັດຕັ້ງຂອງ​ລັດ, ນອກຈາກ​ນີ້, ທັງສາມ​ປະ​ເທດ​ຍັງ​ໄດ້​ລາຍ​ງານ​ສະພາບ​ການຈັດຕັ້ງປະຕິບັດ​ການກວດ​ສອບ​ແຫ່ງ​ລັດ​ຢູ່​​ປະ​ເທດ​ຕົນ​ໃຫ້​ກັນຊາ​ບ ​ແລະ ​ແລກ ປ່ຽນ​ບົດ​ຮຽນ​ດ້ານ​ວິຊາ​ການ​ຮ່ວມ​ກັນ ເພື່ອ​ໃຫ້​ວຽກ​ງານ​ກວດ​ສອບ​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ​ເຊື່ອມ​ຈອດ​ເຂົ້າກັນ​ດີກ​ວ່າ​​ເກົ່າ.

     ກອງ​ປະຊຸມ​ພົບ​ປະດັ່ງກ່າວ ມີຂຶ້ນ​ໃນ​ວັນ​ທີ 11 ພະຈິກ​ນີ້, ຢູ່​ນະຄອນຫລວງ​ວຽງ​ຈັນ,​ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ເຄນ ລໍ​ວັນ​ໄຊ ຮອງ​ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ​​ແຫ່ງ ສ ປປ ລາວ, ມີ​ຮອງ​ປະທານ​ກວດ​ສອບ​ແຫ່ງ​ລັດ ສສ ຫຽດນາມ ​ແລະ ກຳປູ​ເຈຍ ພ້ອມ​ດ້ວຍ​ພະນັກງານ​ກ່ຽວຂ້ອງ​ທັງ​ສາມ​ປະ​ເທດ​ເຂົ້າ​ຮ່ວມ.

No comments:

Post a Comment