Ad

Ad

13 November 2014

ແນະນຳໂອກາດລົງທຶນຢູ່ລາວໃຫ້ນັກລົງທຶນນະຄອນຊົງຊີ້ງ ສປ ຈີນ



    ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​​ແຫ່ງ​ຊາດ​ລາວຮ່ວມກັບພະ​ແນ​ກພົວພັນການ​ຄ້າ​ຕ່າງ ປະ​ເທດນ​ະຄອນ​ຊົງ​ຊີ້ງ ສປ ຈີນ, ໄດ້​ຈັດກອງປະຊຸມພົບ​ປະ​ແລກປ່ຽນ​ບົດຮຽນ​ກ່ຽວກັບການ​ສົ່ງ​ເສີມ​ການພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ດ້ານ​ການ​ພັດທະນາ​​ແຫ​ລ່ງ ທ່ອງທ່ຽວ, ກະສິກຳ-ປ່າ​ໄມ້, ການ​ກໍ່ສ້າງ, ກົນ​ຈັກ ​ແລະ ອື່ນໆ, ເພື່ອເປັນການແນະນຳໂອກາດ ການລົງທຶນຢູ່ລາວໃຫ້ນັກທຸລະກິດ ແລະ ນັກລົງທຶນນະຄອນ ຊົງຊີ້ງ ສປຈີນ ໄດ້ຮັບຮູ້ ແລະ ເຂົ້າ ໃຈຕໍ່ນະໂຍບາຍສົ່ງ ເສີມ ການລົງທຶນຂອງລັດຖະບານລາວ, ເພື່ອດຶງ ດູດການເຂົ້າມາລົງທຶນຢູ່ລາວຫລາຍຂຶ້ນ.
     ທ່ານ ​ດຣ ສະ​ນັ່ນ ຈຸນລະ​ມະນີ ຮອງ​ປະທານ​ສະພາ​ການ​ຄ້າ ແລະ ອຸດ​ສາ​ຫະກຳ​ແຫ່ງ​ຊາດ​ລາວ ​ກ່າວ​​ວ່າ: ການ​ພົບ​ປະ​​ແລກ ປ່ຽນ​ບົດຮຽນ​​ຄັ້ງນີ້,​ ​ເພື່ອ​ສ້າງ​ໂອກາດ​ອັນ​ດີ​ໃຫ້​ນັກ​ທຸລະ​ກິດ​ລາວ ​ແລະ ຈີນ​ ໂດຍ​ສະ​ເພາະ​ແມ່ນ​ນັກທຸລະກິດ​ຈາກ​ນະຄອນ​ຊົງ​
ຊິ້ງ ສປ ຈີນ​ ໄດ້​ມີການ​ແລກ ປ່ຽນຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນລະຫວ່າງ​ສອງ​ປະ​ເທດ​ໃຫ້​ຫລາຍ​ຂຶ້ນ, ທັງ​ເປັນ​ໂອກາດອັນດີ​ທີ່​ສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ​ ​ໄດ້​ແນະ​ນຳ​ກ່ຽວ​ກັບ​ນະ​ໂຍ ບາຍ​ການ​ລົງທຶນຂອງ​ລັດຖະ ບານ​ລາວຕໍ່ ສປ ຈີນ​ ​ເພື່ອໃຫ້​ນັກທຸລະກິດ​ຈີນໄດ້​ຮັບ​ຊາບ, ​ທັງ​ເອື້ອອຳນວຍ​ຄວາມ​ສະດວກ​ ແລະ ດຶງ​ດູດ​ນັກ​ລົງທຶນ​ຈີນ​ໃຫ້​ເຂົ້າ​ມາ​ລົງທຶນ​ຢູ່ລາວຫລາຍ​ຂຶ້ນ, ປັດຈຸບັນ​ມູນ​ຄ່າ​ການ​ລົງທຶນ​ຂອງ​​ຈີນ​​ໃນລາວມີ​ສູງ​ເຖິງ 2,7 ຕື້​ໂດ​ລາ ສະຫະລັດ, ເພີ່ມ​ຂຶ້ນຢ່າງ​ຫລວງ​ຫລາຍນັບ​ແຕ່ປີ 2013 ເປັນຕົ້ນມາ.
    ກອງປະຊຸມ​ດັ່ງກ່າວຈັດ​ຂຶ້ນໃນ​ວັນ​ທີ 12 ​ພະຈິກນີ້, ຢູ່ນະຄອນຫລວງ​ວຽງ​ຈັນ.

No comments:

Post a Comment