Ad

Ad

13 November 2014

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງສິງ ທຳມະວົງ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ- ຍີ່ປຸ່ນຄັ້ງທີ 6



     ໃນວັນທີ 12 ພະຈິກນີ້, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວເຂົ້າ ຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 6 ທີ່ເນປີດໍ, ສາທາລະນະລັດສະຫະພາບມຽນມາ, ໂດຍການເປັນປະ ທານຮ່ວມກອງປະຊຸມຂອງ ທ່ານ ເທັນ ເຊັນ ປະທານາທິບໍດີ ແຫ່ງສາທາລະນະລັດສະຫະ ພາບມຽນມາ ແລະ ທ່ານ ຊິນໂຊ ອາເບະນາຍົກລັດຖະມົນຕີປະເທດຍີ່ປຸ່ນ ແລະ ມີບັນດາທ່ານນາຍົກລັດຖະມົນຕີຈາກປະເທດແມ່ນ້ຳຂອງເຂົ້າຮ່ວມຢ່າງ ພ້ອມ ພຽງ. ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂອບການຮ່ວມມື ແມ່ນ້ຳຂອງ-ຍີ່ປຸ່ນ ໃນກອບ ແຜນປະຕິບັດງານຍຸດທະສາດ ໂຕກຽວ 2012 ຕາມສາມເສົາຄ້ຳ ບູລິມະສິດຄື ການເຊື່ອມຈອດ ແມ່ນ້ຳຂອງ, ການພັດທະນາ ຮ່ວມກັນ ແລະ ການຮັບປະກັນ ຄວາມໝັ້ນຄົງຂອງມະນຸດ ແລະ ຄວາມຍືນຍົງຂອງສິ່ງແວດ ລ້ອມ, ພ້ອມກັນນີ້, ກອງປະ ຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດ ທາງການຮ່ວມມືໃນຕໍ່ໜ້າ, ໂດຍສະເພາະການກະກຽມສ້າງແຜນການຮ່ວມມືສະບັບໃໝ່ ເພື່ອ ປ່ຽນແທນແຜນປະຕິບັດງານຍຸດທະ ສາດໂຕກຽວ 2012 ສຳລັບ ຫລັງປີ 2015 ແລະ ກອງປະຊຸມຍັງໄດ້ສະແດງຄວາມ
ຍິນ ດີເປັນເອກະພາບຕໍ່ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະຊ່ວຍເຫລືອເຂົ້າໃນການຈັດຕັ້ງປະຕິບັດໂຄງ ການ ແລະ ແຜນງານຕາມແຜນຍຸດທະສາດໂຕ ກຽວ 2012 ໃນໄລຍະຜ່ານມາ. ສຳລັບ ສປປ ລາວ ຝ່າຍ ຍີ່ປຸ່ນຈະສືບຕໍ່ດຳ ເນີນການຈັດຕັ້ງປະຕິບັດໂຄງການຍົກລະດັບເສັ້ນທາງຫລວງແຫ່ງຊາດໝາຍເລກ 9, ໂຄງການຂະຫຍາຍອາຄານຜູ້ໂດຍສານ ຂອງສະໜາມບິນສາກົນວັດໄຕ, ໂຄງການພັດທະນາລະບົບສາຍສົ່ງໄຟຟ້າພາກໃຕ້ຂອງລາວ, ໂຄງການກໍ່ສ້າງຂົວເຊກອງ ແລະ ໂຄງການເລັ່ງລັດເກັບກູ້ລະເບີດບໍ່ທັນແຕກຢູ່ເຂດຊົນນະບົດ ແລະ ສປປ ລາວ ຈະສືບຕໍ່ເຂົ້າຮ່ວມກິດຈະກຳອື່ນໆ ຮ່ວມກັບ ປະເທດສະມາຊິກແມ່ນ້ຳຂອງ-ຍີ່ປຸ່ນສຳລັບສົກປີ 2015. ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫລງ ການກອງ ປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ 6 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຂອບການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 7 ຈະໄດ້ຈັດຂຶ້ນໃນເດືອນກໍລະກົດ 2015 ຢູ່ປະເທດ ຍີ່ປຸ່ນ.

No comments:

Post a Comment