ຫົວໜ້າກົມສົ່ງເສີມກະສິກຳ
ແລະ ສະຫະກອນໃຫ້ຮູ້ວ່າ: ເພື່ອ ຊຸກຍູ້ສົ່ງເສີມການຜະລິດລະດູ ແລ້ງປີ 2015 ໃຫ້ໄດ້ຮັບ ຜົນດີ,
ໂດຍທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ກໍ ໄດ້ອອກຂໍ້ຕົກລົງສະບັບເລກທີ 2976/ກປ
ລົງວັນທີ 23 ກັນຍາ 2014 ເພື່ອຮີບໂຮມກົມຈຳນວນ
ໜຶ່ງທີ່ເປັນຫົວຈັກຫຼັກແຫຼ່ງຂອງ ການຜະລິດ, ໂດຍໄດ້ແຕ່ງຕັ້ງ ໜ່ວຍງານກະ ຕຸກຊຸກຍູ້ການຜະລິດກະສິກຳລະດູແລ້ງຢູ່ໃນ
4 ເຂດຄື ເຂດທີ 1 ແຂວງຜົ້ງສາ ລີ, ຫຼວງນ້ຳທາ, ບໍ່ແກ້ວ ແລະ ອຸດົມ ໄຊ, ເຂດ ທີ 2 : ແຂວງຫຼວງພະບາງ,
ໄຊຍະບູລີ, ຊຽງຂວາງ ແລະ ຫົວພັນ, ເຂດທີ 3 : ແຂວງ ວຽງຈັນ, ນະຄອນຫຼວງ, ບໍລິຄຳໄຊ, ຄຳມ່ວນ,
ໄຊສົມບູນ ແລະ ເຂດທີ 4 ປະກອບມີ ແຂວງສະຫວັນນະເຂດ, ສາລະວັນ, ຈຳປາ ສັກ, ເຊກອງ ແລະ ອັດຕະປື,
ເພື່ອລົງຊ່ວຍແນະນຳການຜະລິດລະດູແລ້ງຂອງກະສິກອນຢູ່ເຂດດັ່ງກ່າວໃຫ້ໄດ້ຮັບຜົນ.
ຫົວໜ້າກົມສົ່ງເສີມກ່າວ ວ່າ: ການລົງຊຸກຍູ້ຄັ້ງນີ້ແຕ່ລະໜ່ວຍງານຈະໄດ້ປະສານສົບທົບກັບອຳນາດການປົກຄອງ
ທ້ອງຖິ່ນ ແລະ ພະແນກກະສິກຳ ແຂວງ, ເມືອງ ແລະ
ຂະແໜງການກ່ຽວຂ້ອງຕ່າງໆເພື່ອເກັບກຳຂໍ້ມູນ, ຕິດຕາມປະເມີນຜົນ ລະຫວ່າງປີຜ່ານມາ ແລະ ປີຕໍ່ໜ້າໂດຍເລັ່ງໃສ່ກະຕຸກຊຸກຍູ້ການຜະລິດ
ແລະ ສົ່ງເສີກກະສິກຳຕາມພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນເປັນຕົ້ນແມ່ນການປູກລະດົມ,
ການສ້າງຂະບວນການເຂົ້າໃນການຜະລິດໃຫ້ທັນກັບລະດູ ການ ແລະ ມີສະມັດຕະພາບສູງ.
No comments:
Post a Comment