Ad

Ad

13 November 2014

ຈັບຜູ້​ຂັບຂີ່​ຕຳ​ຄົນ​ເສຍ​ຊີວິດ​ແລ້ວ​ຫລົບໜີມາ​ດຳ​ເນີນ​ຄະດີ



     ​ເຈົ້າ​ໜ້າ​ທີ່​ຈະລາຈອນ​ແຂວງ​ຈຳປາ​ສັກ,​ ໄດ້​ຈັບ​ຕົວ​ທ້າວ ​ໄຊ ອາຍຸ 35 ປີ​ຢູ່​ບ້ານ​ນາ​ຂາມ,​ ເມືອງ​ຊະນະ​ສົມບູນ, ​ແຂວງ​ຈຳ ປາ​ສັກ ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດ ໝາຍ, ພາຍຫລັງ​ຜູ້ກ່ຽວ​ໄດ້​ຂັບ​ລົດ​ກະບະ​ວີ​ໂກ້ສີຂາວຕຳ​ລົດຈັກ​ຢູ່ເສັ້ນທາງ​ເຂດ​ບ້ານ​ດົງ​ລານ​ຄຳ, ​ເມືອງ​ຊະນະ​ສົມບູນ​ຢ່າງ​ຮຸນ​ແຮງ, ​ເຮັດ​ໃຫ້​ຜູ້​ຂັບ​ລົດຈັກ​ຊື່​ທ້າວ ​ໂຈ ອາຍຸ 18 ປີຢູ່​ບ້ານ​ໂຢງ​ກາງ, ​ເມືອງ​ຊະນະ​ສົມ ບູນ​ຟົ້ງ​ໄປຫາງຈາກ​ຈຸດ​ເກີດ​ເຫດຈົນເສຍ​ຊີ ວິດ​, ສ່ວນ​ລົດຈັກ​ແມ່ນ​ເກີດ​​ໄຟ​ລຸກ​ໃໝ້ໝົດ​ຄັນ, ​ຫລັງ​ຈາກເກີດ​ເຫດທ້າວ ​ໄຊ ​ໄດ້​ລົງ​ຈາກ​ລົດມາ​ເບິ່ງ​ແຕ່ບໍ່​​ໃຫ້ການ​ຊ່ວຍ​ເຫລືອ​ໃດໆ ​ແລະ ຂຶ້ນລົດ​ຂັບ​ໜີ​ໄປ. ແຕ່​ມີ​ພົນລະ​ເມືອງ​ດີ​ສາມາດຖ່າຍຮູບ​ຜູ້ກ່ຽວ​ເອົາໄວ້​ໄດ້ຈຶ່ງ​ເປັນ​ຫລັກ​ຖານ​ສຳຄັນ​ໃຫ້​ແກ່​ເຈົ້າໜ້າ​ທີ່​ໃນ​ການ​ຕິດຕາມ ແລະ ​ມື້ຕໍ່​ມາ​ກໍສາມາດຈັບຕົວ​ຜູ້ ຂັບ​ລົດ​ໃຫຍ່​ຄັນ​ດັ່ງກ່າວມາ​ດຳ​ເນີນ​ຄະດີ​ໄດ້.

No comments:

Post a Comment