Ad

Ad

13 November 2014

ອຸຕຸແຈ້ງອາທິດນີ້ອາກາດຈະໜາວ ແລະ ຈະມີຝົນຕົກໃນຕົ້ນອາທິດໜ້າ



     ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບອາກາດ ແຕ່ວັນທີ 12-18 ພະຈິກນີ້, ບໍລິເວນຄວາມກົດດັນອາກາດ ເຢັນຈະມີກຳລັງປານກາງຫາແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ ເປັນສ່ວນໃຫຍ່, ຊຶ່ງລັກສະນະ ເຊັ່ນນີ້ຈະເຮັດໃຫ້ອຸນຫະພູມ ຫລຸດລົງອາກາດສືບຕໍ່ໜາວເຢັນຕື່ມອີກໃນຕອນຄ່ຳ, ໂດຍສະ ເພາະແຂວງພາກເໜືອດ້ານຕາ ເວັນອອກເຂດພູດອຍ, ແຂວງໄຊສົມບູນ, ຫລັກ 20, ພູພຽງບໍລະເວນ, ປາກຊ່ອງນິຄົມ 34, ທ່າແຕງ  ແລະ ເຂດເມືອງດາກຈຶງ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ.
     ສະພາບອຸນຫະພູມໃນໄລຍະນີ້ອາກາດຈະໜາວເຢັນຕື່ມອີກຢູ່ທາງແຂວງພາກເໜືອຫາພາກກາງດ້ານຕາເວັນອອກ, ເຂດ ພູດອຍ, ແຂວງໄຊສົມບູນ, ຫລັກ 20, ພູພຽງບໍລະເວນປາກຊ່ອງ ແລະ ເຂດເມືອງດາກຈຶງ, ທ່າແຕງ, ອາກາດຍັງຈະສືບຕໍ່
ໜາວເຢັນພ້ອມທັງມີໝອກປົກຄຸມໃນ ຕອນເຊົ້າ, ສະເພາະແຂວງພາກ ເໜືອດ້ານຕາເວັນຕົກລົງຫາ ພາກກາງ ແລະ ພາກໃຕ້ ອາກາດຈະເຢັນໃນຕອນກາງຄືນຫາຕອນເຊົ້າຫາຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງເປັນບາງໂອ ກາດໃນຕອນບ່າຍຫາຕອນຄ່ຳ. ໃນໄລຍະວັນທີ 12-16 ພະຈິກ ຈະບໍ່ມີຝົນຕົກ. ຈາກນັ້ນວັນທີ 17-18 ພະຈິກ 2014 ສະ ພາບຝົນຕົກຈະມີຕົກກະຈາຍຢູ່ບາງທ້ອງຖິ່ນແຂວງພາກເໜືອ.

No comments:

Post a Comment