Ad

Ad

26 November 2014

ລາຄາ​ສິນຄ້າ​ສະບຽງ​ອາຫານມີ​ທ່າ​ອ່ຽງສູງຂຶ້ນຍ້ອນການຕອບສະໜອງຄວາມຕ້ອງການບໍ່ພຽງພໍ



  ກະຊວງ​ອຸດ​ສາ​ຫະກຳ​ ແລະ ການ​ຄ້າ​ ໃຫ້ຮູ້​ວ່າ: ຕະຫຼອດ​ໄລ ຍະຜ່ານ​ມາ ເຖິງວ່າ​ຂະ​ແໜງ ອຸດສາຫະກຳ ​ແລະ ການ​ຄ້າ​ ໄດ້​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ລາຄາສິນຄ້າ​ໃຫ້​ຢູ່​ໃນ​ການ​ຄວບ​ຄຸມ​ຕາມ​ດັດ ຊະ​ນີລາຄາ​ການ​ຊົມ​ໃຊ້​ຢ່າງເປັນ ປົກກະຕິ, ແຕ່ກໍຍັງເຫັນ​ວ່າ​ໂດຍ​ລວມ​ແລ້ວ​ລາຄາ​ສິນຄ້າມີ​ທ່າ​ອ່ຽງ​ສູງ​ຂຶ້ນ ​ໂດ​ຍສະ​ເພາະ​ໜວດ​ສິນຄ້າ​ສະບຽງ​ອາຫານ​ມີ​ການ​ເໜັງ​ຕີງ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໝູ່​ ຄື​ຊີ້ນ​ງົວ-ຄວາຍ​ເປັນ​ຜົນ​ສືບ​ເນື່ອງ​ມາ​ຈາກ​ວ່າມີການ​ສົ່ງ​ອອກ​ງົວ​-ຄວາຍ​ໄປ​ປະ​ເທດ​ໃກ້​ຄຽງ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ເພາະ​ມີ​ລາ ຄາ​ສູງ​ກວ່າ​ການ​ຈຳໜ່າຍພາຍ​ໃນຈຶ່ງ​ເຮັດ​ໃຫ້ການ​ສະໜອງບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ ບວກ​ກັບ​ການ​ລ້ຽງສັດ​ທີ່​ມີ​ທ່າ​ອ່ຽງຫຼຸດ​ລົງ ເນື່ອງ​ຈາກ​ປະຊາ ຊົນ​ຫັນ​ໄປ​​ເຮ​ັດອາຊີບ​ອື່ນ​ແທນ ພ້ອມ​ນັ້ນ​ລາຄາ​ຜຶດ, ຜັກ ​ແລະ​ ໝາກ​ໄມ້​ກໍ​ມີ​ການ​ເໜັງ​ຕີງ​ຕາມ​ລະດູ​ການ​ ແລະ​ ລາຄານຳເຂົ້າ​ຈາກ​ຕ່າງປະ​ເທດ. ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​ຂອງ​ແຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ສ່ວນໃຫຍ່ແມ່ນ ເລັ່ງ​ຄວບ​ຄຸມ​ລາຄາ​ສິນຄ້າ​ຈຳນວນ 4 ປະ​ເພດ, 14 ລາຍການ​ເປັນ​ຕົ້ນ​ຕໍ ຄືນ້ຳມັນ​ເຊື້ອ​ໄຟ, ​ເຂົ້າ, ຊີ້ນ, ປາ ​ຕາມ​ດຳ​ລັດ 474/ນຍ, ລົງ​ວັນ​ທີ 18/11/ 2010.

   ຄຽງ​ຄູ່​ກັນນັ້ນ, ຂະ​ແໜງ ອຸດສາຫະກຳ ​ແລະ ​ການ​ຄ້າ​ກໍ​ຍັງ​ມີ​ບາງ​ດ້ານ​ທີ່​ຈະ​ຕ້ອງ​ໄດ້​ປັບ ປຸງ​ແກ້​ໄຂ ​ແລະ ​ໃຫ້ການ​ສົ່ງ​ເສີມ​​ເຊັ່ນ: ​ເພີ່ມ​ທະວີ​ຂະຫຍາຍ​ໂຮງ ງານ​ປຸງ​​ແຕ່ງ​ຜົນ​ຜະລິດ​ກະສິກຳ​ຕາມ​ເງື່ອນ​ໄຂ ​ແລະ​ ຄວາມ​ສາ ມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ທ້ອງ​ຖິ່ນ​ໃຫ້​ກວ້າງ​ຂວາງ ​ແລະ ເອົາ ໃຈໃສ່ຍົກ​ສູງອາດສາມາດໃນ ການ​ຕິດຕາມ​ກວດກາ​ການ   ເຄື່ອ​ນ​ໄຫວ​ການ​ຄ້າ​ຢູ່​ພາຍ​ໃນໃຫ້ ແຂງແຮງກວ່າເກົ່າ, ເອົາໃຈໃສ່ ຄຸ້ມ​ຄອງ​ການ​ຜະລິດ​ຂອງ​ປະຊາ ຊົນ, ​ມີ​ນະ​ໂຍບາຍ​ເກັບ​ຊື້​ໃຫ້​ສອດຄ່ອງ​ເພື່ອ​ເສີມ​ຂະຫຍາຍ​​ການ​ແຂ່ງຂັນ, ບຸກບືນ, ຫ້າວຫັນ​ຂອງ​ປະຊາຊົນ​ໃນ​ການ​ຜະລິດ​ເປັນ​ສິນຄ້າ ເຊິ່ງໃນຜ່ານມາສັງ ເກດເຫັນວ່າມີ​ຫຼາຍ​ປະ​ເພດ​ສິນ ຄ້າ​ທີ່​ປະຊາຊົນ​ຜະລິດ​ໄດ້, ​ແຕ່​ຍັງ​ບໍ່​ທັນ​ໄດ້​ຂໍ້​ຜູກພັນ​ສັນຍາ​ສອງ​ສົ້ນ​ລະ​ຫວ່າງ​ຜູ້​ຜະລິດ ​ແລະ​ ຜູ້​ຊີ້​ ​ເພື່ອ​ແນ​ໃສ່​ຕອບສະໜອງ​ຄວາ​ມຕ້ອງ ການ​ຂອງ​ຕະຫຼາດໄດ້ພຽງພໍ.

No comments:

Post a Comment