Ad

Ad

26 November 2014

ອາຊຽນຫາລືວຽກປົກປ້ອງຜູ້ສູງອາຍຸ,ເດັກນ້ອຍ ແລະ ຜູ້ພິການ





    ເຈົ້າໜ້າທີ່ອາວຸໂສດ້ານສະ ຫວັດດີການ-ສັງຄົມອາຊຽນໄດ້ຮ່ວມກັນປືກສາຫາລືກ່ຽວກັບ ການລະດົມທຶນສະໜັບສະໜູນ ວຽກງານປົກປ້ອງຜູ້ສູງອາຍຸ, ເດັກນ້ອຍ ແລະ ຜູ້ພິການ, ເພື່ອຫລຸດຜ່ອນບັນຫາການຫລຸດໂຕນທາງດ້ານສະຫວັດດີການ- ສັງຄົມໃນອາຊຽນ, ໂດຍສະເພາະໃຫ້ກຸ່ມຄົນເຫລົ່ານັ້ນໄດ້ຮັບການຄຸ້ມຄອງດ້ານສະຫວັດດີການ ແລະ ປະກັນສັງຄົມຢ່າງເທົ່າ ທຽມ ແລະ ຍືນຍົງ.
     ທ່ານນາງ ຄຳໃບ ຂັດຕິຍະ ລັດຖະມົນຕີຊ່ວຍວ່າການກະ ຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວກ່າວວ່າ: ຂະແໜງສະຫວັດດີການ ແລະ ພັດທະນາສັງຄົມແມ່ນວຽກງານກວ້າງຂວາງ ແລະ ມີການຜູກພັນຫລາຍຂະແໜງການ ແລະ ພົວພັນໂດຍກົງກັບການດຳລົງຊີວິດຂອງມະນຸດ, ສະນັ້ນ, ເພື່ອກ້າວສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015 ນີ້, ພວກ ເຮົາຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ຈັດ ຕັ້ງປະຕິບັດບັນດາຖະແຫລງການຕ່າງໆຂອງອາຊຽນທີ່ພົວ ພັນກັບວຽກງານຜູ້ພິການ, ການປົກປ້ອງສັງຄົມ, ສະຫວັດດີການສັງຄົມ, ຄອບຄົວ, ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວມີຄວາມສອດຄ່ອງກັບສົນທິ ສັນຍາສາກົນດີຂື້ນເທື່ອລະກ້າວ, ເພື່ອໃຫ້ສະມາຊິກອາຊຽນສືບຕໍ່ ແລກປ່ຽນບົດຮຽນກັບບັນດາປະເທດຄູ່ເຈລະຈາໃນການ
ຮ່ວມມື ແລະ ລະດົມທຶນສະໜັບສະໜູນ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ໂຄງການຮ່ວມມືຂອງ ອາຊຽນໃນວຽກ ງານສະຫວັດດີການ ແລະ ພັດທະນາສັງຄົມໃຫ້ ປາກົດຜົນເປັນຈິງເທື່ອລະກ້າວ.
     ກອງປະຊຸມປືກສາຫາລື ດັ່ງກ່າວມີຂື້ນໃນວັນທີ 25 ພະຈິກ ນີ້ຢູ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ, ໂດຍ ການເປັນປະທານຂອງລັດຖະມົນຕີ ຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ, ມີຄະນະຜູ້ແທນ ເຈົ້າໜ້າທີ່ອາວຸໂສຈາກປະເທດສະມາຊິກອາຊຽນເຂົ້າຮ່ວມເປັນຈຳ ນວນຫລາຍ.

No comments:

Post a Comment