Ad

Ad

26 November 2014

ຄວາມບໍ່ເຂົ້າໃຈເລິກຂອງພະນັກງານຄືສາເຫດໜຶ່ງພາໃຫ້ວຽກທົດລອງສາມສ້າງໃນບາງຂະແໜງມີປະສິດທິຜົນໜ້ອຍ



     ພາຍຫລັງມີມະຕິ 3 ຂອງກົມການເມືອງສູນກາງພັກວ່າ ດ້ວຍການສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຫລື ເອີ້ນຫຍໍ້ ວ່າ “ວຽກງານ 3 ສ້າງ” ແລະ ບັນດາ ກະຊວງ-ອົງການ, ແຂວງ, ເມືອງ ແລະ ບ້ານເປົ້າໝາຍ ຕ່າງກໍໄດ້ນຳເອົາເນື້ອໃນຈິດໃຈຂອງມະຕິນີ້ຫັນເປັນນິຕິກຳ ແລະ ແຜນ ງານລະອຽດ, ອັນເປັນພື້ນຖານສຳຄັນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍມະຕິດັ່ງກ່າວເຂົ້າສູ່ວຽກງານຕົວຈິງໄດ້ຢ່າງ ວ່ອງໄວ ແລະ ມີຈຸດສຸມເປັນຂະບວນຟົດຟື້ນ. ແຕ່ຜ່ານການຕີລາຄາ ການຈັດຕັ້ງປະຕິບັດການເຮັດ ທົດລອງວຽກງານ 3 ສ້າງຕະ ຫລອດສອງປີຜ່ານມາຂອງຄະ ນະຊີ້ນຳລະດັບຊາດເຫັນວ່າ: ມີກະຊວງ-ອົງການ, ແຂວງ, ເມືອງ ແລະ ບ້ານເປົ້າໝາຍ ຈຳນວນ ໜຶ່ງຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຫລາຍດ້ານເປັນຕົ້ນ: ການມອບສິດ, ມອບຄວາມຮັບຜິດຊອບໃຫ້ແກ່ທ້ອງຖິ່ນ ຮາກຖານຍັງບໍ່ແທດກັບຕົວ, ມີລັກສະນະຢຸດໆຢ່ອນໆບໍ່ບຸກທະລຸ, ວຽກທີ່ມອບໃຫ້ມີຫລາຍອັນບໍ່ທັນຈະແຈ້ງ, ບາງວຽກ ມອບເປັນພຽງຮູບການເທົ່ານັ້ນ, ແຕ່ ບາດເຮັດຕົວຈິງພັດຍັງຄືເກົ່າ, ການລົງໄປເຮັດທົດລອງ 3 ສ້າງ ຍັງໜັກໄປທາງດ້ານການ ຄົ້ນຄວ້າ ຂຶ້ນແຜນໂຄງການພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ໂດຍອີງໃສ່ງົບປະມານ ຂອງລັດ, ມີມູນຄ່າສູງເກີນ
ຄວາມສາ ມາດຕົວຈິງ ແລະ ຂາດຈຸດສຸມ, ສ່ວນການປະ ກອບສ່ວນຂອງປະຊາຊົນຍັງມີ ໜ້ອຍ, ການຄົ້ນຄວ້າກຳນົດເປົ້າ ໝາຍລົງທຶນພັດທະນາໃສ່ ການຜະລິດເປັນສີນຄ້າ, ການ ຈັດສັນອາຊີບໃຫ້ປະຊາຊົນຍັງບໍ່ທັນຈະແຈ້ງ ແລະ ບໍ່ແທດເໝາະກັບ ທ່າແຮງ ແລະ ມູນເຊື້ອຂອງ ທ້ອງຖິ່ນ, ການເອົາພະນັກງານ ລົງໄປກໍບໍ່ຖືກຕາມໂຄງການພັດທະນາ ແລະ ບໍ່ພາປະຊາຊົນເຮັດ ຕົວຈິງ, ການປັງປຸງກົງຈັກຂັ້ນ ບ້ານຍັງບໍ່ທັນມີຄວາມເປັນເອກ ກະພາບກັນທາງດ້ານຈຳນວນ ພະນັກງານ, ເຮັດໃຫ້ການປະຕິ ບັດລະ ບອບເງິນອຸດໜູນຈາກຄັງບໍລິຫານຂອງບ້ານທີ່ຂັ້ນເມືອງ ມອບໃຫ້  40% ນັ້ນມີຄວາມຫຍຸ້ງ ຍາກ ແລະ ມີຫລາຍບ້ານ ບໍ່ສາມາດປະຕິບັດໄດ້, ຍ້ອນຖານຈັດ ເກັບລາຍຮັບຂອງບ້ານມີໜ້ອຍ, ຈຶ່ງມີຫລາຍບ້ານເປົ້າໝາຍທົດ ລອງສະເໜີຂໍແບ່ງລາຍ ຮັບຈາກ 40% ມາເປັນ 60%. ເຊິ່ງບັນຫາ ດັ່ງກ່າວນີ້, ແມ່ນເກີດຈາກ ຄວາມຮັບຮູ້ເຂົ້າໃຈຕໍ່ມະຕິ 3 ຂອງກົມການເມືອງ ສູນກາງ ພັກຂອງພະນັກງານລັດຖະກອນຢູ່ ບັນດາກະຊວງ-ອົງການ, ແຂວງ, ເມືອງ ແລະ ບ້ານເປົ້າ ໝາຍບໍ່ທັນເລິກເຊິ່ງເຖິງ ຖອງ, ຍ້ອນຖືເບົາໃນການຄົ້ນຄວ້າເຊື່ອມຊືມບັນດາເອກກະສານ ແລະ ນິຕິກຳຕ່າງໆຂອງວຽກງານ ສາມສ້າງ, ຈຶ່ງສົ່ງຜົນໃຫ້ກົນ ໄກ ແລະ ແບບແຜນວິທີເຮັດວຽກ, ການປະສານງານລະຫວ່າງຂະແໜງການ, ສູນກາງ ແລະ ທ້ອງ ຖິ່ນບໍ່ກົມກຽວ, ການເສີມຂະ ຫຍາຍຫົວຄິດປະດິດສ້າງບໍ່ທັນສູງ, ການຂຶ້ນແຜນງານ, ແຜນຄົນບໍ່ຕິດພັນກັບແຜນເງິນຈຶ່ງພາໃຫ້ ຂາດງົບປະມານໃນການ ເຄື່ອນໄຫວຕົວຈິງ ແລະ ເກີດປະສິດທິຜົນໜ້ອຍ, ຊຶ່ງທັງໝົດນີ້ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ ປັບປຸງແກ້ໄຂໃຫ້ມີປະສິດ ຕິຜົນດີຂຶ້ນກວ່າເກົ່າ.

No comments:

Post a Comment