Ad

Ad

26 November 2014

ປະຊາຊົນຊານເມືອງໄຊເສດຖາດີໃຈໄດ້ຊົມໃຊ້ເສັ້ນທາງໃໝ່



     ເສັ້ນທາງໃໝ່ປູດ້ວຍເບຕົ້ງ ຄອນກີດຈາກຕະຫລາດທາດຫລວງ-ຫົວຂົວຜ່ານ ໂນນຊາຍອອກສູ່ຊຳເຄ ແລະ ຈາກແຍກ ໂນນຊາຍ, ດົງຈອງ ອອກໃສ່ ໜອງໜ່ຽງ ເຊື່ອມຕໍ່ຫລັກ 6 ເສັ້ນທາງ 13 ໃຕ້, ໄດ້ສຳເລັດການກໍ່ສ້າງເມື່ອບໍ່ດົນຜ່ານມາ ອັນໄດ້ ສ້າງຄວາມດີ​ອົກ​ດີໃຈໃຫ້ແກ່ປະຊາຊົນຜູ້​ຢູ່​ເຂດ​ຊານເມືອງໄຊເສດຖາ  ​ແລະ ຜູ້​ທຽວ​ທາງໃຊ້ລົດໃຊ້ຖະໜົນພາຍຫລັງຄອງ ຄອຍການກໍ່ສ້າງມາເປັນເວລາຫລາຍປີ.
     ຜົນສຳເລັດການກໍ່ສ້າງເສັ້ນ ທາງສາຍນີ້ໄດ້ປະກອບສ່ວນສຳຄັນໃຫ້ແກ່ການກໍ່ສ້າງ ພື້ນຖານໂຄງລ່າງທາງດ້ານເສດຖະກິດຂອງນະຄອນຫລວງວຽງຈັນ,  ເຮັດໃຫ້ໂສມໜ້າໃນຕົວເມືອງຫັນປ່ຽນໄປສູ່ ຄວາມຈະ ເລີນເທື່ອລະກ້າວ ແລະ ອຳນວຍຄວາມ ສະດວກໃຫ້ແກ່ລົດຂົນສົ່ງໜັກຕະຫລອດເຖິງລົດໂດຍສານສອງແຖວທີ່ຈະເຂົ້າໃນ ຕົວເມືອງຕ້ອງໄດ້ໃຊ້ເສັ້ນທາງນີ້ເປັນທາງ ເວັ້ນ, ເພື່ອຫລຸດຜ່ອນການສັນຈອນຢູ່ຕາມຕົວເມືອງບໍ່ໃຫ້ມີສະພາບ ສັບສົນແອ
ອັດຄືດັ່ງທີ່ຜ່ານມາ ແລະ ນອກຈາກຜົນສຳເລັດການກໍ່ສ້າງເສັ້ນທາງສາຍນີ້ແລ້ວ, ໃນປັດຈຸບັນຊາວນະຄອນຫລວງວຽງຈັນ ຍັງລໍຄອຍຕິດຕາມຢ່າງໃກ້ຊິດວ່າ: ເສັ້ນທາງສາຍໃໝ່ຈາກທາງແຍກຕະຫລາດຫົວຂົວ-ຄຳສະຫວາດໄປ ສູ່ນາຄວາຍ ແລະ ອີກເສັ້ນທາງ ໜຶ່ງຈາກແຍກຄຳສະຫວາດຜ່ານ ໂນນຫວາຍໄປສູ່ດົງຄຳຊ້າງ, ຍັງ​ດົນ​ປານ​ໃດ ຈຶ່ງ​ຈະໄດ້ສຳເລັດ ແລະ ເປີດ ການນຳໃຊ້ໄດ້ເພາະເສັ້ນທາງສາຍນີ້ກໍໃຊ້ເວລາກໍສ້າງ ມາດົນແລ້ວ, ປູດ້ວຍເບຕົ້ງເສີມເຫລັກທີ່ໄດ້ລະດັບ ມາດຕະຖານໃນໄລ ຍະຍາວປະມານ 6-7 ກິໂລແມັດ, ເຊິ່ງເສັ້ນ ທາງຫົວ ຂົວ-ນາຄວາຍອອກສູ່ ເສັ້ນທາງ 450 ປີ ຕັດໃສ່ຫລັກ 21 ເສັ້ນທາງ 13 ໃຕ້ ຈະສ້າງເງື່ອນ ໄຂອັນສະດວກອີກສ່ວນໜຶ່ງໃຫ້ ແກ່ການຄົມມະນາຄົມຂົນສົ່ງໃນ ເຂດຕົວເມືອງຫລວງອີກດ້ວຍ.

No comments:

Post a Comment