Ad

Ad

26 November 2014

ກອງ​ປະຊຸມ​ສຸດ​ຍອດ​ເຂດ​ສາມ ຫຼ່ຽມ​ພັດທະນາກຳປູ​ເຈຍ-ລາວ- ຫວຽດນາມ (​CLV) ຄັ້ງ​ທີ 8 ​ໄດ້​ຮັບຮອງ​ເອົາ​ຖະ​ແຫລ​ງການ​ຮ່ວມ 9 ຂໍ້​ສຳຄັນ



     ກອງ​ປະຊຸມ​ສຸດ​ຍອດ​ເຂດ​ສາມຫຼ່ຽມ​ພັດທະນາ​ ກຳປູ​ເຈຍ- ລາວ-ຫວຽດນາມ​ (CLV) ຄັ້ງ​ທີ 8 ​​ໄດ້​ສຳ​ເລັດ​ລົງ​ໃນຕອນ​ເຊົ້າ​ຂອງ​ວັນ​ທີ 25 ພະຈິກ​ນີ້ ພາຍ ຫລັງ​ດຳ​ເນີນ​ມາ 2 ວັນ ຢູ່ນະ ຄອນຫຼວງ​ວຽງ​ຈັນ ສປປ ລາວ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ ລັດຖະມົນຕີ​ແຫ່ງ​ ສປປ ລາວ ແລະ ການ​ເຂົ້າ​ຮ່ວມຂອງ ສົມ​ເດັດ ອັກຄະມະຫາ​ເສນາ​ບໍດີ ​ເຕ​ໂຈ ຮຸນ​ເຊັນ ນາຍົກລັດຖະມົນຕີ​ ແຫ່ງ ຣາຊະ​ອານາຈັກ​ກຳປູ​ເຈຍ ແລະ ​ທ່ານ ຫງວຽນ​ເຕີນ​ຢຸງ ນາ ຍົກລັດຖະມົນຕີ​ ແຫ່ງ​ ສສ ຫວຽດນາມ. ກອງ​ປະຊຸມ​ໄດ້​ທົບ​ທວນ​ຄວາມ​ຄືບ​ໜ້າ​​ ແລະ​ ສິ່ງ​ທ້າ​ທ້າຍ​ຕ່າງໆ​ຂອງການຈັດ​ຕັ້ງ​ປະ ຕິບັດ​ແຜນ​ແມ່ບົດ​ການ​ພັດະ​ທະ ນາ​ເສດຖະກິດ​-ສັງຄົມ​ເຂດ​ສາມ​ຫຼ່ຽມພັດທະນາ CLV ສະບັບ​ປຸງ​ປັບ​ໃໝ່​ຮອດ​ປີ 2020. ພ້ອມ​ນັ້ນ​ ກໍ​ໄດ້​ແລກ​ປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີບ​ການ​ຮ່ວມ​​ມື​ໃນ​ເຂດ CLV ທິດ​ທາງ​ໃນ​ອະ ນາຄົດ. ຈາກ​ນັ້ນ, ​ຜູ້ນຳ​ກຳປູ​ເຈຍ-ລາວ​-ຫວຽດ ນາມ ​ໄດ້​ລົງ​ນາມ​ຮັບ​ຮອງ​ເອົາ​ຖະ​ແຫຼງການ​ຮ່ວມ 9 ຂໍ້​ສຳຄັນ​ຂອງ​ກອງ​ປະ ຊຸມ​ດັ່ງກ່າວ​ຄື:

      1. ບັນດາຜູ້ນຳຈາກ ກຳປູ ເຈຍ- ລາວ - ຫວຽດນາມ (CLV) ຍັງຍຶດໝັ້ນ ແລະ ສືບຕໍ່ຍົກສູງ ບົດບາດການຮ່ວມມື 3 ຊາດ ພວກເຮົາບົນພື້ນຖານສາຍພົວ ພັນເພື່ອນມິດແບບອ້າຍນ້ອງທີ່ ເປັນມູນເຊື້ອມາແຕ່ດົນນານ ແລະ ເພື່ອຍົກລະດັບຊີ ວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ພັດທະນາເຂດສາມຫ່ຼຽມ ພັດທະນາໃຫ້ດີຂຶ້ນເລື້ອຍໆ.
     2. ກອງປະຊຸມໄດ້ສະແດງ ຄວາມຍິນດີຕໍ່ຄວາມພະຍາຍາມ ແລະ ຜົນງານຂອງຄະນະກຳ ມະການປະສານງານຮ່ວມຂອງ CLV ໃນການຈັດຕັ້ງປະຕິບັດ ແຜນແມ່ບົດການພັດທະນາເສດຖະກິດ-ສັງຄົມເຂດສາມຫ່ຼຽມພັດທະນາ 2010-2020 ແລະ ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມຄະນະກຳມະ ການປະສານງານຮ່ວມຂອງ CLV  ຄັ້ງທີ 9 ແລະ ກອງປະຊຸມ ຕ່າງໆທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດ ຂຶ້ນໃນວັນທີ 10-12 ກັນຍາ 2014 ທີ່ສຽມຣຽມຣຊະອານາຈັກກຳ ປູເຈຍ.
      3. ກອງປະຊຸມໄດ້ຕີລາຄາ ສູງຕໍ່ຜົນສຳເລັດຂອງການຈັດ ງານວາງສະແດງສິນຄ້າ, ກອງ ປະຊຸມສົ່ງເສີມການຄ້າ, ການ ລົງທຶນ ແລະ ການທ່ອງທ່ຽວ ແລະ ເວທີພົບປະຊາວໜຸ່ມ CLV ແລະ ຊຸກຍູ້ໃຫ້ພາກເອກະຊົນ ສ້າງກິດຈະກຳຮ່ວມກັນ ເຊິ່ງ ເປັນການຮ່ວມມືທ່ີສຳຄັນອັນໜຶ່ງໃນເຂດສາມຫ່ຼຽມພັດທະນາໃຫ້ຫລາຍກວ່າເກົ່າ.
     4. ກອງປະຊຸມໄດ້ຕົກລົງສືບ ຕໍ່ຈັດຕັ້ງປະຕິບັດສັນຍາຂອງ ຝ່າຍ ແລະ ຫຼາຍຝ່າຍວ່າດ້ວຍ ການຈໍລະຈອນສິນຄ້າ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນໃນເຂດສາມຫ່ຼຽມພັດທະນາ ໃນນີ້ໄດ້ສະແດງຄວາມຍິນດີຕໍ່ ຄວາມຄືບໜ້າໃນການກະ ກຽມການຈັດຕັ້ງປະຕິບັດການກວດກາປະຕູດຽວ-ຄັ້ງດຽວ ຂອງແລວ ເສດຖະກິດຕາເວັນອອກ - ຕາເວັນຕົກທີ່ດ່ານແດນສະ ຫວັນ (ສປປ ລາວ) - ລາວບາວ (ຫວຽດນາມ)
    ​ເຊິ່ງມີແຜນການຈະເປີດນຳໃຊ້ໃນວັນທີ 7 ມັງກອນ 2015 ເປັນຕົ້ນໄປ ແລະ ຈະເປັນ​ໂຕແບບສຳລັບການກວດກາຢູ່ດ່ານ ສາກົນຕ່າງໆໃນເຂດສາມຫ່ຼຽມ ພັດທະນາໃນອະນາຄົດ. ພ້ອມນີ້ ກໍມີຄວາມຍິນດີຕ້ອນຮັບຄະນະຜູ້ແທນຈາກກຳປູເຈຍ-ລາວ- ຫວຽດນາມ ໄປຢ້ຽມຢາມ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດຮູບແບບດັ່ງກ່າວ ແລະ ການດຳເນີນ ງານຮ່ວມລະຫວ່າງລາວ-ຫວຽດນາມ ຢູ່ດ່ານສາກົນແດນສະຫວັນ-ລາວບາວ.
      5. ກອງປະຊຸມຄັ້ງນີ້ໄດ້ ລົງນາມຮັບຮອງຕໍ່ຖະແຫລງການຮ່ວມຂອງບັນດາຜູ້ນຳທັງ ສາມປະເທດເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດຂອງເຂດການຮ່ວມມືເຂດສາມຫ່ຼຽມພັດ ທະນາໃນໄລຍະປີ 2014-2016 ໂດຍເພີ່ມທະວີການຮ່ວມ ມືຕ້ານກັບການຄ້າມະນຸດ, ຢາເສບຕິດ, ການກໍ່ອາດຊະຍາກຳຂ້າມແດນ, ການແຜ່ລະບາດຂອງເຊື້ອພະ ຍາດຂ້າມແດນລວມ ທັງການຮ່ວມມືດ້ານການຫລຸດຜ່ອນໄພພິບັດທາງທຳມະຊາດ ແລະ ການ ເກັບກູ້ລະເບີດຍັງບໍ່ທັນແຕກທີ່ຕົກຄ້າງຫັຼງສົງຄາມ.
      6. ເພື່ອນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນສາມຊາດພວກເຮົາໄດ້ມອບໃຫ້ ຄະນະກຳມະການປະສານງານ ຮ່ວມເຂດສາມຫ່ຼຽມພັດທະນາ ຂອງ CLV ສ້າງຕັ້ງໜ່ວຍງານ ສະເພາະກິດຂຶ້ນ:   1. ເພື່ອສຶກສາຄວາມເປັນໄປໄດ້ໃນການ ຂະຫຍາຍຂອບການຮ່ວມມືຂອງ ເຂດສາມຫ່ຼຽມພັດທະນາ CLV ແລະ ຂໍ້ສະເໜີແນະໃນການນຳໃຊ້ທ່າແຮງບົ່ມຊ້ອນທາງ ດ້ານຊັບພະຍາກອນ ແລະ ຂົງເຂດທີ່ມີ ຄວາມອາດສາມາດສຳລັບການພັດທະນາໃນຂົງເຂດດັ່ງກ່າວ;  2. ເພື່ອພັດທະນາ ແລະ ກຳນົດບັນດາໂຄງການບູລິມະສິດຂອງ CLV ເພື່ອຜັນຂະຫຍາຍແຜນ ແມ່ບົດວ່າດ້ວຍການພັດທະນາ ເສດຖະກິດ-ສັງຄົມ ຂອງເຂດສາມຫ່ຼຽມພັດທະນາສະບັບປັບປຸງ;  3. ເພື່ອຈັດງານວາງສະແດງ ສິນຄ້າ ແລະ ສົ່ງເສີມການທ່ອງ ທ່ຽວເພື່ອດູດດຶງ ການລົງທຶນຈາກຕ່າງປະເທດ ແລະ ຈັດເວທີພົບປະຊາວໜຸ່ມ ແລະ ເວທີລະດົມທຶນຈາກຄູ່ຮ່ວມພັດທະນາ ແລະ 4. ສືບຕໍ່ຂໍ ການສະໜັບສະໜູນດ້ານການເງິນຈາກປະເທດຍີ່ປຸ່ນ, ບັນດາຄູ່ຮ່ວມພັດທະນາ ແລະ ສະຖາບັນການເງິນສາກົນເພື່ອນຳໃຊ້ເຂົ້າ ໃນການຈັດຕັ້ງປະຕິບັດບັນດາໂຄງການບູລິມະສິດທີ່ກ່າວມາຂ້າງເທິງນັ້ນລວມ ທັງການພັດທະນາພື້ນຖານໂຄງລ່າງ.
     7. ກອງປະຊຸມໄດ້ສະແດງ ຄວາມຂອບໃຈມາຍັງລັດຖະ ບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ ປະກອບສ່ວນສະໜັບສະ ໜູນນ ແລະ ຊ່ວຍເຫືຼອເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ໃນ ເຂດສາມຫ່ຼຽມພັດທະນາໃນໄລ ຍະຜ່ານມາໃນນີ້ ກອງປະຊຸມເຫັນດີຈະນຳສະເໜີໂຄງການທີ່ເປັນບູລິມະສິດໃນເຂດສາມຫ່ຼຽມພັດທະນາຂອງສາມປະເທດເພື່ອສະເໜີໄປ ຍັງບັນດາຄູ່ຮ່ວມພັດທະ ນາໂດຍສະເພາະປະເທດຍີ່ປຸ່ນ ແລະ ສະຖາບັນການເງິນສາກົນ ຕ່າງໆພິຈາລະນາໃຫ້ການຊ່ວຍ ເຫືຼອທາງດ້ານການເງິນ.
     8. ກອງປະຊຸມໄດ້ຕົກລົງ ເຫັນດີຈັດກອງປະຊຸມສຸດຍອດ CLV ຄັ້ງທີ 9 ຂຶ້ນຢູ່ຣາຊະອາ ນາຈັກກຳປູເຈຍໃນປີ 2016.
     9. ກອງປະຊຸມສຸດຍອດເຂດ ສາມຫ່ຼຽມພັດທະນາ ຄັ້ງທີ 8 ນີ້ ໄດ້ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນດີລະ ຫວ່າງປະຊາຊົນ 3 ຊາດ ກຳປູເຈຍ-ລາວ- ຫວຽດນາມ ໃຫ້ມີຄວາມແໜ້ນ ແຟ້ນ, ກົມກຽວ ແລະ ສືບຕໍ່ສະ ໜັບສະໜູນເຊິ່ງ ກັນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຮ່ວມກັນທີ່ຍືນ ຍົງ.
       ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ໃນ​ຕອນ​ບ່າຍ​ຂອງ​ມື້​ດຽວ​ກັນ​ນີ້​, ​ນາຍົກ​ລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ​ແລະ ຣາຊະ​ອານາຈັກ​ກຳປູ​ເຈຍ​ ກໍໄດ້​ເຂົ້າ​​ຢ້ຽມ​ຂ່ຳນັບ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະ​ທານ​ປະ​ເທດ​ ແຫ່ງ ສປປ ລາວ ​ໂດຍ​ທ່ານ​ປະທານ​ປະ​ເທດ ​ໄດ້​ສະ​ແດງ​ຄວາມ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ ແລະ ​ຕີ​ລາຄາ​ສູງ​​ຕໍ່ຜົນສຳ​ເລັດ​ອັນ​ຈົບງາມ​ຂອງ​ກອງ​ປະຊຸມ​ສຸດ ຍອດສາມຫລ່ຽມ​ພັດທະ ນາ​ຄັ້ງນີ້.

No comments:

Post a Comment