Ad

Ad

26 November 2014

ປະທານປະເທດເນັ້ນໃຫ້ທຸກພາກສ່ວນສຸມຄວາມພະຍາຍາມເຂົ້າໃສ່ວຽກສາມສ້າງດ້ວຍຄວາມຮັບຜິດຊອບສູງ



    ໃນໂອກາດສຳເລັດການດຳເນີນກອງປະຊຸມສະຫລຸບຕີລາຄາການປະຕິບັດທົດ ລອງວຽກງານ 3 ສ້າງທົ່ວປະເທດ, ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມໂດຍ​ເນັ້ນ​ໃຫ້ທຸກ ພາກສ່ວນສືບຕໍ່ສຸມທຸກຄວາມພະຍາຍາມເຂົ້າໃສ່ການດຳເນີນວຽກງານ 3 ສ້າງຕິດພັນກັບການປັບປຸງບັນດາອົງການຈັດຕັ້ງທຸກຂັ້ນເຮັດໃຫ້ລະບົບການ ເມືອງພາຍໃຕ້ການນຳພາຂອງພັກມີຄວາມໜັກແໜ້ນເຂັ້ມແຂງນັບແຕ່ຮາກຖານ ຂຶ້ນມາ.
     ໃນສະເພາະໜ້ານີ້, ທ່ານປະທານປະເທດ, ໄດ້ຊີ້ນຳໃຫ້ທີ່ປະຊຸມເອົາໃຈໃສ່ປະຕິບັດວຽກງານພື້ນຖານຈຳນວນໜຶ່ງເປັນ ຕົ້ນ: ຕ້ອງບຸກທະລຸດ້ານຈິນຕະນາການ, ສິ່ງທີ່ຈຳເປັນທີ່ສຸດແມ່ນຕ້ອງເຮັດໃຫ້ຖັນແຖວການນຳ, ສະມາຊິກພັກ, ພະນັກງານ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງເຖິງ ຄວາມຈຳເປັນພາວະວິໄສຂອງວຽກງານ 3 ສ້າງ, ສຸມໃສ່ດຳເນີນກອງປະຊຸມອົງຄະນະພັກ ຂັ້ນເມືອງໃຫ້ສຳເລັດແລ້ວສືບຕໍ່ ຂັ້ນແຂວງ ແລະ ສູນກາງໂດຍໃຫ້ເອົາໃຈໃສ່ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າໃນລາຍງານ
ການເມືອງກໍຄືແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ວຽກ ງານບຸກຄະລາກອນ, ຕໍ່ໜ້ານີ້ ແມ່ນໄລຍະກະກຽມສະຫລຸບ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII, ກຽມວິໄສທັດຮອດປີ 2030, ຍຸດທະສາດພັດທະນາໄລ ຍະ 10 ປີ 2016-2025 ແລະ ແຜນພັດທະນາ 5 ປີຄັ້ງທີ 8 ໃຫ້ແທດເໝາະທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນ ຂອງປະເທດເຮົາ.
      ສຳລັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ຕ້ອງສ້າງໃຫ້ມີພື້ນຖານດ້ານເສດຖະ ກິດທີ່ເຂັ້ມແຂງບໍ່ພຽງແຕ່ສາ ມາດກ້າວຂຶ້ນກຸ້ມຕົນເອງດ້ານການເງິນເທົ່ານັ້ນ, ແຕ່ຍັງຕ້ອງດຸ່ນດ່ຽງໃຫ້ສູນກາງນຳອີກເພື່ອ ໃຫ້ສູນກາງມີກຳລັງແຮງປະຕິ ບັດຍຸດທະສາດລວມຂອງຊາດ, ການສ້າງຕັ້ງສະພາປະຊາຊົນຂັ້ນທ້ອງຖິ່ນກໍເປັນສິ່ງສຳຄັນໃນທິດການສ້າງແຂວງໃຫ້ເປັນຫົວ ໜ່ວຍຍຸດທະສາດເພື່ອເສີມກຳ ລັງແຮງສັງລວມຂອງການຈັດ ຕັ້ງທ້ອງຖິ່ນ, ສ່ວນການສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານຜ່ານມາຖືວ່າຍັງບໍ່ທັນມີບົດຮຽນຫລາຍ, ແຕ່ຕ້ອງປັບ ປຸງຍົກສູງຄວາມສາມາດນຳພາຮອບດ້ານຂອງຄະນະພັກເມືອງ ໄປຄຽງຄູ່ກັບການບໍລິຫານລັດ ແລະ ການຄຸ້ມຄອງເສດຖະກິດ- ສັງຄົມຂອງເມືອງ, ກຳນົດແຜນ ພັດທະນາເສດຖະກິດ-ສັງ ຄົມໂດຍອີງໃສ່ທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນຂອງ ເມືອງທັງມີແຜນສ້າງສາຍພົວ ພັນດ້ານເສດຖະກິດກັບເມືອງ ອື່ນໆພາຍໃນແຂວງລວມກັບ ຕ່າງປະເທດເພື່ອຊຸກຍູ້ການຜະ ລິດເປັນສິນຄ້າໃຫ້ແຂງແຮງຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ການຕະຫລາດທີ່ໝັ້ນ ທ່ຽງ. ການສ້າງບ້ານເປັນຫົວ ໜ່ວຍພັດທະນາໃຫ້ດຳເນີນການຕິດພັນກັບວຽກສາມສ້າງໂດຍມີ ການຖອດຖອນບົດຮຽນການທົດລອງຢູ່ 109 ບ້ານເປົ້າໝາຍທີ່ ເຫັນວ່າມີຜົນສຳເລັດເພື່ອເປັນ ຕົວແບບຂະຫຍາຍໄປສູ່ບ້ານ ອື່ນໆ.
    ທ່ານປະທານ​ປະ​ເທດ, ໄດ້ ຢ້ຳໃຫ້ຄະນະຮັບຜິດຊອບສາມ ສ້າງແຕ່ລະຂັ້ນເອົາໃຈໃສ່ຕິດຕາມການເຄື່ອນໄຫວຢູ່ບັນດາ ເມືອງ ແລະ ບ້ານເປົ້າໝາຍເພື່ອປະເມີນຜົນຊອກ​ໃຫ້ເຫັນປັດໄຈ ແລະ ໜໍ່ແໜງໃໝ່ທີ່ກ້າວໜ້ານຳມາເປັນບົດຮຽນໃນການ ປະຕິບັດວຽກສາມສ້າງໃຫ້ເໝາະສົມ. ການປະຕິບັດວຽກສາມສ້າງແຕ່ນີ້ຮອດທ້າຍປີ 2015 ຕ້ອງໃຫ້ຕິດແໜ້ນກັບການຊຸກຍູ້ ຂະບວນການຕ່າງໆຢ່າງຟົດຟື້ນຕໍ່ເນື່ອງເພື່ອຂຳ່ນັບຮັບຕ້ອນວັນສຳຄັນຂອງ ຊາດ ແລະ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ເຮັດໃຫ້ທົ່ວປະເທດມີສະຖຽນລະພາບທາງການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພຢ່າງ ໜັກແໜ້ນ.

No comments:

Post a Comment