Ad

Ad

27 November 2014

ລົດແກ່ດິນຕຳລົດຈັກຢູ່ທາງ 450 ປີເສຍຊີວິດໜຶ່ງຄົນ



  ເຈົ້າໜ້າທີ່ພະແນກຈະລາ ຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 17:30 ໂມງຂອງວັນທີ 23 ພະຈິກ 2014, ໄດ້ເກີດອຸປະຕິເຫດລົດບັນທຸກດິນ ໝາຍເລກທະບຽນ ບກ 7962 ກຳ ແພງນະຄອນ, ຂັບໂດຍທ້າວ ມີຊົງ ອາຍຸ 26 ປີ ຢູ່ບ້ານ ນາລ້ອງ, ເມືອງບໍລິຄັນ ແຂວງບໍລິຄຳໄຊ ຕຳລົດຈັກບໍ່ມີໝາຍເລກທະບຽນຢູ່ 4 ແຍກເຂດບ້ານດຸງເສັ້ນທາງ  450 ປີ ເມືອງໄຊ ເສດຖາ ນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກຊື່ທ້າວ ບົວທອງ ອາຍຸ 48 ປີ ຢູ່ບ້ານຫົວຊ້າງ, ເມືອງນາຊາຍ ທອງ, ນະຄອນຫລວງວຽງຈັນເສຍຊີວິດ. ຜ່ານ ການສືບສວນ-ສອບສວນສະຖານ ທີ່ເກີດເຫດຂອງເຈົ້າໜ້າທີ່ ຮູ້ວ່າ: ລົດຈັກ ແລະ ລົດບັນທຸກດັ່ງກ່າວໄດ້ແລ່ນມາໃນທິດດຽວກັນແຕ່ເສັ້ນທາງທ່າເດື່ອ, ພໍມາ ຮອດຈຸດເກີດເຫດລົດທັງສອງ ຄັນໄດ້ລ້ຽວຂວາແຕ່ໃນຂະນະນັ້ນລົດໃຫຍ່ໄດ້ແຊງລົດຈັກແຕ່ບໍ່ຫວິດຈຶ່ງເກາະລົດຈັກລົ້ມລົງ ແລະ ຢຽບລົດຈັກພ້ອມຜູ້ຂັບຂີ່ຈົນບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍ່ມາ, ສ່ວນສາເຫດອຸປະຕິເຫດເທື່ອນີ້ແມ່ນ ຍ້ອນຜູ້ຂັບລົດບັນທຸກຂັບຂີ່ໂດຍປະໝາດ ແລະ ແຊງບໍ່ຮັບປະກັນ. 

No comments:

Post a Comment