Ad

Ad

27 November 2014

ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍຄືບຫນ້າ 19%



        ໂຄງການກໍ່ສ້າງເຂື່ອນໄຟ ຟ້າເຊປຽນ-ເຊນ້ຳນ້ອຍ ທີ່ຕັ້ງຢູ່ ເຂດເມືອງປາກຊ່ອງ ແຂວງຈຳ ປາສັກ ມາຮອດປັດຈຸບັນມີ ຄວາມຄືບໜ້າປະມານ 19% ແລະ ຄາດວ່າ ຈະໃຫ້ສຳເລັດປີ 2019, ຄຽງຄູ່ກັບການເລັ່ງມືກໍ່ ສ້າງໂຄງການ, ບໍລິສັດຮັບເໝົາ ກໍ່ ສ້າງຍັງໄດ້ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ຈະຖືກຍົກຍ້າຍຈັດສັນ ອອກຈາກ ເຂດທີ່ໄດ້ຮັບຜົນກະທົບໃນ 4 ບ້ານ ຄືບ້ານນ້ຳໂກງ, ສາລະສິນ, ເຊນ້ຳ ນ້ອຍ ແລະ ຫ້ວຍຊອຍ ເຊິ່ງໄດ້ມອບເງິນຊົດເຊີຍໃຫ້ປະຊາ ຊົນທີ່ໄດ້ຮັບຜົນກະທົບ ແລ້ວມູນຄ່າ 1 ຕື້ກວ່າກີບ.
      ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ມີມູນຄ່າ ການກໍ່ສ້າງທັງໝົດ 1 ຕື້ 20 ລ້ານ ໂດລາສະຫະລັດ ຫລື ປະ ມານ 8.160 ຕື້ກີບ, ມີກຳລັງການຜະ ລິດ 410 ເມກາວັດ; ເປັນໂຄງການລົງທຶນຂະໜາດໃຫຍ່ຂອງ ນັກລົງທຶນຈາກປະເທດ ສ.ເກົາຫລີ, ໄທ ແລະ ລາວ; ກະແສໄຟຟ້າທີ່ຜະລິດສ່ວນໜຶ່ງຈະຂາຍໃຫ້ບໍລິສັດການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ.
ປັດຈຸບັນພວມສ້າງ ອ່າງເກັບນ້ຳໃນເຂື່ອນໄຟຟ້າເຊນ້ຳນ້ອຍ ສາມາດບັນຈຸນ້ຳໄດ້ 1 ພັນລ້ານແມັດກ້ອນ ໂດຍໄດ້ຮັບ ນ້ຳຈາກ ຝາຍຫ້ວຍໝາກຈັນ ແລະ ເຂື່ອນເຊປຽນ. ສຳລັບອ່າງ ໂຕ່ງແມ່ນຕັ້ງຢູ່ເທິງພູພຽງບໍລະ ເວນ, ສ່ວນໂຮງໄຟຟ້າແມ່ນຕິດ ຕັ້ງຢູ່ ດ້ານລຸ່ມ, ປະລິມານນ້ຳໃນອ່າງໂຕ່ງມີຄວາມສູງເຖິງ 630 ແມັດ, ສະເພາະນ້ຳທີ່ໄຫລຜ່ານ ຈັກປັ່ນໄຟຟ້ານັ້ນຈະໄຫລຜ່ານອຸ ໂມງແລ້ວໄຫລລົງສູ່ແມ່ນ້ຳເຊ ກອງ. ນອກນີ້ນ້ຳທີ່ປັ່ນກະແສໄຟ ຟ້າຍັງສາມາດນຳໃຊ້ເຂົ້າໃນລະ ບົບຊົນລະປະທານ ຢູ່ເມືອງສະ ໝາມໄຊ ແຂວງອັດຕະປື ນຳ ດ້ວຍ. ຄວາມຄືບໜ້າດັ່ງກ່າວໄດ້ ຮັບການລາຍງານຈາກຜູ້ຮັບຜິດ ຊອບໂຄງການ ໃນໂອກາດທີ່ ທ່ານ ສົມສະໜິດ ບຸດຕິວົງ ຮອງ ເຈົ້າແຂວງຈຳປາສັກ ລົງເຄື່ອນ ໄຫວຢ້ຽມຢາມຊຸກຍູ້ການຈັດຕັ້ງ ປະຕິບັດໂຄງການດັ່ງກ່າວ ເມື່ອ ບໍ່ດົນມານີ້. ພ້ອມທັງໃຫ້ທິດຊີ້ນຳ ໃນການຈັດຕັ້ງປະຕິບັດໂຄງ ການ ຕ້ອງດຳເນີນໄປຕາມແນວ ທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດ ແລະ ໃຫ້ ແທດເໝາະກັບແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ກຳນົດອອກ ແລະ ຖືເອົາຜົນປະໂຫຍດລວມຂອງຄົນສ່ວນໃຫຍ່ ເປັນບັນຫາສຳຄັນຕົ້ນຕໍ, ສ່ວນ ການຍົກຍ້າຍຈັດສັນປະຊາຊົນທີ່ ໄດ້ຮັບຜົນກະ ທົບຈາກໂຄງການ ຕ້ອງເອົາໃຈໃສ່ການຈັດສັນເນື້ອ ທີ່ປຸກສ້າງ ແລະ ເນື້ອທີ່ທຳການ ຜະລິດ, ການພັດທະນາພື້ນຖານ ໂຄງລ່າງ, ລະບົບໄຟຟ້າ, ນ້ຳບາດານ, ຕະຫລາດ, ສຸກສາລາ, ໂຮງຮຽນ ແລະ ອື່ນໆອີກ ເພື່ອ ອຳນວຍຄວາມສະດວກແກ່ການ ພັດທະ ນາຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນກວ່າເກົ່າ.

No comments:

Post a Comment