Ad

Ad

27 November 2014

ລັດຖະບານອອກແຈ້ງການໃຫ້ເພີ່ມທະວີຕ້ານການລະບາດຂອງພະຍາດອີໂບລາ



    ໂດຍປະຕິບັດຕາມທິດຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ແລະ ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ ນຳວຽກງານຂົງເຂດວັດທະນາທຳ-ສັງຄົມ,ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິ ລາ, ຫ້ອງວ່າການລັດຖະບານ ຈຶ່ງອອກແຈ້ງການກ່ຽວກັບໃຫ້ ເອົາໃຈໃສ່ເພີ່ມທະວີຕ້ານການ ລະບາດຂອງພະຍາດອີໂບລາ (Ebola) ໃນຂອບເຂດທົ່ວປະ ເທດດັ່ງນີ້: ໃຫ້ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາ ເຈົ້າແຂວງໃນຂອບເຂດທົ່ວປະ ເທດ, ບັນດາກະຊວງ-ອົງການ ທຽບ ເທົ່າ ແລະ ທຸກພາກສ່ວນ ກ່ຽວຂ້ອງໃຫ້ມີສະຕິປ້ອງກັນ ແລະ ສະກັດກັ້ນ, ມາດຕະການ ແກ້ໄຂຕິດຕາມຂໍ້ມູນຂ່າວສານ ທັງ ພາຍໃນ ແລະ ຕ່າງປະເທດ, ພ້ອມແຈ້ງເຕືອນບັນດາເປົ້າໝາຍທີ່ເຂົ້າມາໃນ ສປປ ລາວ ເພື່ອໃຫ້ມີສະຕິໃນການລະວັງຕົວ, ໃຫ້ ກະຊວງສາທາລະນະສຸກສົມທົບກັບພາກສ່ວນກ່ຽວຂ້ອງໃນການເຝົ້າລະວັງພະຍາດດັ່ງກ່າວ, ໂດຍສະເພາະແມ່ນກະຊວງຖະ ແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານກໍຄືພະແນກຢູ່ຂັ້ນ ແຂວງ ໂຄສະນາເຜີຍແຜ່ວິທີປ້ອງກັນການລະບາດດັ່ງກ່າວທາງໂທລະພາບ ແລະ ວິທະຍຸກະຈາຍສຽງ ຕ່າງໆເພື່ອໃຫ້ທຸກ ພາກສ່ວນສັງຄົມເຂົ້າໃຈເຖິງຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ລາຍງານຂັ້ນເທິງເພື່ອຂໍທິດຊີ້ນຳໃນການແກ້ໄຂ ຕໍ່ໄປ.

No comments:

Post a Comment