Ad

Ad

27 November 2014

ກະຊວງ​ກະສິກຳ ​ແລະ ອົງການ​ອາຫານ​ ແລະ ການ​ກະ​ເສດ​ລົງ​ນາມ​ສັນຍາ​​ຮ່ວມ​ມື​ໂຄງການ​ໃໝ່​ (CPF)



     ວັນ​ທີ25 ພະຈິກ​ນີ້, ກະຊວງ​ກະສິກຳ ​ແລະ​ ປ່າ​ໄມ້​ ແລະ ອົງການ​ອາຫານ​ ແລະ​ ການ​ກະ​ເສດ (FAO)​ ໄດ້​ລົງ​ນາມສັນ ຍາ​ແຜນ​ງານ​ຮ່ວມ​ມື​ແລະໂຄງການ​ໃໝ່ (CPF) ປະກອບ​ມີ: ​ໂຄງການ​ເຊື່ອມ​ໂຍງ​ຄວາມ​ສາມາດ​ໃນ​ກນ ຫຼຸດຜ່ອນຄວາມ​ສ່ຽງ​ຈາກໄພ ພິບັດ​ຢູ່ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້,​​​ ແຜນ​ງານ​ຮ່ວມ​ມື​ລະຫວ່າງ​ລາວ ​ແລະ​ ອົງການ​ອາ ຫານ​ ແລະ​ ການ​ກະ​ເສດ,​ໂຄງ ການ​ສ້າງ​ນະ​ໂຍບາຍ​ເພື່ອ​ການ​ພັດທະນາ​ຂະ​ແໜງ​ການ​ລ້ຽງສັດ​ແບບ​ຍືນ​ຍົງ ​ແລະ​ໂຄງການ​ສ້າງ​ລະບົບ​ການ​ຄຸ້ມ​ຄອງ ​ແລະ​ຫຼຸດ ຜ່ອນ​ດ້ານ​ຄວາມ​ສ່ຽງ​ໄພພິບັດ​ໃນ​ວຽກ​ງານ​ກະສິກຳ​, ລະ ຫວ່າງ​ທ່ານ  ພວງ​ປ​ະຣິສັກ ປຣະວົງ​ວຽງ​ຄຳ ລັດຖະ ມົນຕີ​ຊ່ວຍວ່າການ​ກະຊວງ​ກະສິກຳ ແລະ ປ່າ​ໄມ້​ແລະ ທ່ານ ສະຕີ​ບ​ເຟັນ ຮູດ​ກາດ, ຜູ້ຕາງໜ້າ​ອົງການ​ອາຫານ​ແລະ​ການ​ກະ​ເສດ​ປະຈຳ​ພາກ​ພື້ນອາຊີ​ປາຊີ​ຟິກ, ມີ​ພະນັກງານ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.
     ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ກະສິກຳ ​ແລະ​ ປ່າ​ໄມ້​ກ່າວວ່າ: ​ແຜນ​ງານ​ຮ່ວມ​ມື​ແລະ​ໂຄງການ​ໃໝ່ (CPF)​ແມ່​ນ​ຖືກ​ຮັບ ຮອງ​ເອົາ​ໂດຍ​ອົງການ​ອາຫານ​ແລະ​ການ​ກະ​ເສດ (FAO)​ ໃນ​ປີ 2012 ເພື່ອ​​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​
ປະ​ເທດ​ສະມາ​ຊິກ​ໃນ​ການ​ຕິດຕາມ​​ເປົ້າ​ໝາຍ​​ການ​ພັດທະນາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນັ້ນໆ​ໃນ​ແຕ່ລະ​ໄລຍະ, ​ແຜນ​ງານ​ຮ່ວມ​ມື CPF ສະ​ແດງ​ໃຫ້​ເຫັນ​​ການ​ຮ່ວມ​ມື​ອັນ​ເປັນບຸລິມະສິດ​ຂອງ​ລັດຖະບານ​ແລະ​ອົງການ​ອາຫານ​ແລະ​ການ​ກະ​ເສດ​ສຳລັບ​ປີ 2013 - 2015,​ແຜນ​ງານ​ນີ້​ແມ່ນ​ສອດ​ຄ່ອງ​ກັບ​ກອບ​ແຜ​ນຍຸ​ດທະ​ສາດ​ຂອງ​ອົງການ FAO  ​ແລະ​ ບັນດາ​ບຸລິມະສິດ​ຂອງ ພາກ​ພື້ນ,​ ແຜນ​ງານ​ຊ່ວຍ​ເຫຼືອ​ເພື່ອ​ການ​ພັດທະນາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ (UNDAF),​ ເປົ້າ​ໝາຍ​ສະຫັດ​ສະວັດ ​ແລະ ​ເປົ້າ​ໝາຍ​ການ​ພັດ ທະນາ​ອື່ນໆ​ທີ່​ສາກົນ​ຮັບ​ຮູ້,​ ໂດຍ​ແຜ່ນ​ງານ​ດັ່ງກ່າວ​ຈະ​ເຊື່ອມໂຍງ​ກັບ​ບຸລິ​ມະ​ສິດ​ແຫ່ງ​ຊາດ, ສະໜັບສະໜູນ​ແຜນ​ການ ແລະ​ ການຈັດ​ຕັ້ງ​ປະຕິບັດ​ແຫ່ງ​ຊາດ, ການ​ຮັບ ຮອງ​ເອົາ​ແຜນ​ງານທີ່​ແທດ​ເໝາະ​ຂອງ​ການ​ປະສານ​ງານ​ລະ ຫວ່າງ​ລັດຖະບານ​ ແລະ​ ຄູ່​ຮ່ວມ​ພັດທະນາ, ສ້າງຄວາມ​ເຊື້ອ​ໝັ້ນ​ເຊິ່ງກັນ​ແລະ​ກັນ, ຄວາມ​ໂປ່​ງ​ໃສ່,​ ເປົ້າ​ໝາຍ​ລວມຂອງ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຄວາມ​ອຶດ​ຫິວ ​ແລະ ການ​ສ້າງວຽກ​ເຮັດ​ງານ​ທຳ​ທີ່​ເໜາະ​ສົມ.

No comments:

Post a Comment