Ad

Ad

27 November 2014

ຜົນການເຮັດທົດລອງ 3 ສ້າງ ຂອງກະຊວງການເງິນໄລຍະສອງປີຜ່ານມາ



     ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ໄດ້ລາຍງານ ຜົນການຈັດຕັ້ງປະຕິບັດເຮັດ ທົດລອງ 3 ສ້າງ, ໂດຍສະເພາະກ່ຽວ ກັບການມອບສິດມອບຄວາມຮັບພິຊອບການຄຸ້ມຄອງດ້ານການ ເງິນຢູ່ເມືອງ ແລະ ບ້ານເປົ້າໝາຍໃນຕະຫລອດໄລຍະສອງປີຜ່ານມາວ່າ: ເພື່ອຜັນຂະຫຍາຍ ມະຕິ 3 ຂອງກົມການເມືອງສູນກາງພັກວ່າດ້ວຍ ການສ້າງແຂວງໃຫ້ເປັນຫົວ ໜ່ວຍຍຸດ ທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນ ຫົວໜ່ວຍພັດທະນາໃຫ້ເປັນແຜນວຽກລະອຽດນັ້ນ, ກະຊວງການເງິນໄດ້ສ້າງ ນິຕິກຳຈຳນວນໜຶ່ງເປັນຕົ້ນ: ຄຳແນະນຳກ່ຽວກັບ ການເຮັດທົດລອງສາມຂອງຂະແໜງການ ເງິນ ແລະ ຄູ່ມືຈັດຕັ້ງປະຕິບັດ ຕົວຈິງຢູ່ນະຄອນຫລວງ, ແຂວງ, ເມືອງ ແລະ ບ້ານເປົ້າໝາຍເຮັດ ທົດລອງທົ່ວປະເທດ, ໄດ້ອອກຂໍ້ ຕົກລົງຂອງລັດຖະມົນຕີວ່າ ດ້ວຍການຫັນເມືອງເປັນຫົວ ໜ່ວຍງົບປະ ມານຂັ້ນໜຶ່ງຂຶ້ນກັບແຂວງ ແລະ ນະຄອນຫລວງ, ຂໍ້ຕົກລົງວ່າດ້ວຍການເງິນບ້ານ ແລະ ປະສານສົມທົບກັບກະ ຊວງພາຍໃນ ແລະ ກອງເລຂາສາມາສ້າງປັບປຸງຄືນມະຕິຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການໃຫ້ອຸດໜູນພະນັກ ງານຮາກ
ຖານບ້ານທີ່ບໍ່ມີເງິນ ເດືອນຈາກສຸງສຸດ 150 ພັນກີບ ແລະ ຕ່ຳສຸດ 100 ພັນກີບມາເປັນ 500 ພັນກີບ ແລະ 300 ພັນກີບ ຕໍ່ເດືອນ. ສ່ວນການມອບສິດ ແລະ ມອບຄວາມຮັບພິຊອບ ຕາມການແບ່ງຂັ້ນຄຸ້ມຄອງນັ້ນ, ໃນຂະແໜງສ່ວຍສາອາກອນ ແມ່ນສູນກາງມອບໂອນໃຫ້ ແຂວງ, ນະຄອນຫລວງຈຳ ນວນ 683 ຫົວໜ່ວຍ, ນະຄອນຫລວງ, ແຂວງມອບໂອນໃຫ້ເມືອງ ແລະ ເມືອງມອບໂອນໃຫ້ບ້ານກໍມີລັກສະນະເພີ່ມຂຶ້ນ, ໂດຍໄດ້ແບ່ງຕົວເລກລາຍຮັບຈາກອາກອນມູນຄ່າເພີ່ມ 20% ໃຫ້ ແຂວງ-ນະຄອນຫລວງສຳລັບຫົວໜ່ວຍທີ່ຂຶ້ນທະບຽນຢູ່ສູນກາງ ແລະ ແຂວງ. ຂະແໜງພາສີມີດ່ານຕັ້ງຢູ່ເມືອງທົດລອງ ທັງ ໝົດ 17 ດ່ານ, ໃນນີ້, ດ່ານສາກົນ 10 ແຫ່ງ, ດ່ານທ້ອງຖິ່ນ 3 ແຫ່ງ ແລະ ດ່ານປະເພນີ 4 ແຫ່ງ, ເຊິ່ງ ໄດ້ແບ່ງອັດຕາສ່ວນ ຈາກລາຍຮັບຈິງມອບໃຫ້ແຂວງ, ນະ ຄອນຫລວງ 10% ແລະ ແຂວງ, ນະຄອນຫລວງແບ່ງໃຫ້ເມືອງ 40% ຂອງ 10%, ສ່ວນດ່ານທ້ອງ ຖິ່ນແມ່ນມອບໃຫ້ແຂວງ, ນະ ຄອນຫລວງ 100%, ໃນນັ້ນແບ່ງ ໃຫ້ເມືອງທີ່ມີດ່ານ 40% ແລະ ດ່ານປະ ເພນີແມ່ນມອບໃຫ້ເມືອງທົດລອງ 100%. ຂະແໜງຄຸ້ມຄອງຊັບສີນຂອງລັດແມ່ນໄດ້ແບ່ງຕົວເລກລາຍຮັບຈາກການສຳປະ ທານທີ່ດິນ, ແຮ່ທາດທີ່ສູນກາງອະນຸຍາດ ແລະ ລາຍຮັບຈາກການຂາຍໄມ້ຢຶດໃຫ້ ແຂວງ, ນະຄອນຫລວງບ່ອນທີ່ ໂຄງການຕັ້ງ ຢູ່ 50% ແລະ ໄດ້ແບ່ງໃຫ້ເມືອງທີ່ມີໂຄງການຕັ້ງຢູ່ແຕ່ 30%, 40% ແລະ 60% ຕາມລຳດັບ. ສຳລັບຂະແໜງ ງົບປະມານ, ໄດ້ປັບປຸງຄືນໃໝ່ ໜ່ວຍງານງົບປະມານໃນກົງຈັກການເງິນເມືອງ, ນຳພາການ ສ້າງແຜນງົບປະມານ, ການອະນຸມັດ-ການສັ່ງ ຈ່າຍງົບປະມານໃຫ້ໄປຕາມສາລະບານງົບປະມານ, ພ້ອມທັງແນະນຳໃຫ້ຮູ້ໄດ້ທ່າແຮງຄວາມອາດສາມາດບົ່ມຊ້ອນຂອງ ຖານ ລາຍຮັບພາຍໃນ ເມືອງ ແລະ ກຳນົດໄດ້ພູດໃດ ເປັນຂອງເມືອງ ແລະ ບ້ານ ເພື່ອມອບຄວາມຮັບພິຊອບໃຫ້ບ້ານ ໄດ້ຈັດຕັ້ງປະ ຕິບັດ. ສຳລັບວຽກງານຄັງເງິນ ແລະ ບັນຊີແມ່ນໄດ້ຈັດຕັ້ງນຳພາຫົວໜ່ວຍງົບປະມານຢູ່ຂັ້ນເມືອງ ແລະ ບ້ານເຮັດຕົວຈິງການ ເປີດບັນຊີເງິນຝາກຂອງງົບປະມານຢູ່ຄັງເງິນແຫ່ງຊາດປະຈຳເມືອງ ແລະ ເຮັດທົດລອງການເກັບລາຍຮັບ, ຂຽນໃບສັ່ງແຍກ ພູດລາຍຮັບ 40-60% ເຊິ່ງເບື້ອງຕົ້ນມອບເຂົ້າບັນຊີງົບປະມານແຫ່ງລັດຂັ້ນເມືອງ 100%, ພ້ອມດຽວກັນກໍຈົດລົງ ບັນຊີຈ່າຍ ລ່ວງໜ້າພູດ 40% ເຂົ້າບັນຊີເງິນຝາກຂອງການເງິນບ້ານເພື່ອໃຫ້ບ້ານສາມາດນຳໃຊ້ເຂົ້າໃນການບໍລິຫານຂອງຕົນໄດ້ຢ່າງມີປະ ສິດທິຜົນ.
              ທ່ານລັດຖະມົນຕີຊ່ວຍ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາສັງ ເກດເຫັນວ່າ: ມີຫລາຍ ເມືອງ ແລະ ບ້ານເປົ້າໝາຍສາມສ້າງ ສາມາດຈັດເກັບລາຍຮັບເຂົ້າງົບປະມານຂອງຕົນໄດ້ຕາມແຜນການ ແລະ ລື່ນແຜນການ, ການ ແບ່ງຜົນປະໂຫຍດຕາມການ ແບ່ງຂັ້ນຄຸ້ມຄອງເລີ່ມຄ່ອງຕົວ ເປັນກ້າວໆໂດຍຜ່ານການໄລ່ລຽງສະສາງ ແລະ ມອບລາຍ ຮັບພູດແບ່ງປັນລະຫວ່າງສູນກາງກັບແຂວງ, ແຂວງກັບເມືອງ ແລະ ເມືອງກັບບ້ານໄດ້ເປັນຢ່າງດີ.

No comments:

Post a Comment