Ad

Ad

27 November 2014

ມີ​ຄ​ລີ​ນິກຈຳນວນ​ບໍ່​ໜ້ອຍເຄື່ອນ​ໄຫວ​ບໍ່​ຖືກ​ຕາມ​ລະ​ບຽບການ



ພາບປະກອບ
       ກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ: ປັດຈຸບັນ​ຢູ່​ບັນດາ​ແຂວງ​ ແລະ ນະຄອນ ຫຼວງ​ໄດ້​ມີ​ຄ​ລີ​ນິກ (ຫ້ອງ​ກວດ​ພະຍາດ​ເອກະ​ຊົນ)​ເກີດ​ຂຶ້ນ​ເປັນ​ຈຳນວນ​ຫຼາຍ,​ ເພື່ອ​ໃຫ້​ບໍລິ​ການ​ປິ່ນປົວ​ສຸ​ຂະ​ພາບ, ຊຶ່ງ​ສ່ວນ​ຫຼາຍ​​ເຫັນ​ວ່າ​ເຄື່ອນ​ໄຫວ​ດຳ​ເນີນ​ຖືກຕ້ອງ​ຕາມ​ລະບຽບ​ການ,​ ແຕ່​​ກໍຍັງ​ຈຳນວນ​ໜຶ່ງ​​ເຄື່ອນ​ໄຫວບໍ່​ຖືກຕ້ອງ​ຕາມ​ລະ​ບຽນ​ການ​ເຊັ່ນ: ​ໃຫ້​ຄົນ​ຕ່າງ​ຊາດ​ເຊົ່າ​ດຳ​ເນີນການ​ຕໍ່ ຫຼື ຄົນ​ລາວ​ເປັນ​ຜູ້​ຕັ້ງ​ແຕ່​ຮ່ວມ​ມື​ກັບ​ຕ່າງ​ຊາດ ​ແລະ ມີ​ການ​ໂຄສະນາ​​ໃຫ້​ຊວນ​ເຊື້ອ​ຢ່າງ​ແຜ່​ຫຼາຍ, ຕໍ່​ບັນຫາ​ນີ້​ຜ່ານ​ມາ​ກະຊວງ​ສາທາ ລະນະ​ສຸກ​ກໍ​ໄດ້​ອອກ​ແຈ້ງ​ການ​ໃຫ້​ບັນ ດາ​ຄລີ​ນິກດັ່ງກ່າວ​ຍຸດ​ເຊົ່າ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບການດັ່ງກ່າວ​,​ ແຕ່​ມາ​ຮອດ​ປັດຈຸບັນ​ກໍ​ຍັງເຫັນ​ວ່າຍັງ​ມີຄລີ​ນິກຈຳນວນ​ໜຶ່ງ​ຍັງ​ສືບ​ຕໍ່​ຝ່າ​ຝື່ນ​ຢູ່, ​ຢ່າງ​ໃດ​ກໍ​ຕາມ​ປັດຈຸບັນ​ກະຊວງ​ສາທາລະນະ​ສຸກ​ກຳລັງ​ສົມ​ທົບ​ກັບ​ບັນ​ດາ​ແຂວງ, ນະຄອນຫຼວງ, ​ເພື່ອ​ສັງ​ຢຸດການ​ເຄື່ອນ​ໄຫວ​ງານ​ຂອງຄລີ​ນິກ​ເຫຼົ່ານັ້ນ​ໂດຍ​​ໃຫ້​ປະຕິບັດຕາມດຳ ລັດ​​ວ່າ​ດ້ວຍ​ຫ້ອງ​ກວດ​ພະຍາດ​ເອກະ​ຊົນ​ຂອງ​ກະຊວງ​ສາທາລະ ນະ​ສຸກທີ່​ໄດ້​ກຳນົດ​ຄື: ຜູ້​ທີ່​ຈະ​ເ​ປີດ​ຫ້ອງ​ກວດ​ພະຍາດ​​ເອກະ​ຊົນ​ຕ້ອງ​​ເປັນ​ຄົນ​ລາວ, ຖື​ສັນ​ຊາດ​ລາວ, ຕັ້ງ​ພູມລຳ​ເນົາ​ຢູ່​ ສປປ
ລາວ ບໍ່​ຕ່ຳ​ກວ່າ 10 ປີ ແລະ​ຕ້ອງ​ເປັນ​ແພດ​ຊັ້ນ​ສູງ​ທຽບ​ເທົ່າ​ທີ່​ມີ​ໃບ​ປະກາດ​ຊະນີ​ຍາ​ບັດຮັບ​ຮູ້​ຈາ​ກ ກະຊວງ​ສາທາລະນະ​ສຸກ ​ແລະ ຕ້ອງ​ຜ່ານ​ວຽກ​ງານ​ຕົວ​ຈິງ​ມາ​ແລ້ວ​ຢ່າງ​ໜ້ອຍ 7 ປີ.
           ກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ: ປັດຈຸບັນ​ທົ່ວ​ປະ​ເທດ​ມີຄລີ​ນິກຫຼາຍກວ່າພັນ​ແຫ່ງ, ມີ​ໂຮງໝໍ​ເອກະ​ຊົນ 13 ແຫ່ງ​, ​ໃນ​ນັ້ນ​ຄລີ​ນິກທີ່​ເຄື່ອນ​ໄຫວ​ບໍ່​ຖື​ກຕ້ອງ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ມີ​ປະມານ​ເກືອບ 7 ແຫ້ງ.

No comments:

Post a Comment