Ad

Ad

27 November 2014

ສຳມະນາວິທະຍາສາດການສ້າງ​ຄວາມ​ສາມັກຄີ​ປອງ​ດອງ



     ​ນັກວິທະຍາສາດ ​ແລະ ນັກ​ຄົ້ນຄວ້າຈາກ​ສະ​ຖາ​ບັນ​ວິທະຍາ ສາດ​ສັງຄົມ​ແຫ່ງ​ຊາດ​ລາວ, ສະ​ຖາ​ບັນ​ບັນດິດ​ວິທະຍາສາດ​ສັງ ຄົມ​ຫວຽດນາມ ​ແລະ  ສະ​ຖາ​ບັນ​ບັນດິດ​ວິທະຍາສາດ​ສັງຄົມ​ ສປ ຈີນ ​ເຂົ້າ​ຮ່ວມ​ສຳ​ມະ​ນາວິທະ ຍາສາດສາ​ກົນ​ສັງຄົມ​ນິຍົມຄັ້ງ ທີ 2 ໃນ​ຫົວ​ຂໍ້ “ສ້າງ​ສັງຄົມ​ສາມັກຄີ​ປອງ​ດອງໃນ​ການ​ສ້າງ​ສັງຄົມ​ນິຍົມ” ຊຶ່ງຈັດຂຶ້ນ​ໃນວັນ​ທີ 26-27 ​ພະຈິກນີ້ຢູ່ນະຄອນ ຫລວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານສາດສະດາຈານ ດຣ ຈະ​ເລີ​ນ ​ເຢຍປາວ​ເຮີ ຫົວໜ້າ​ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ.
        ​ການສຳ​ມະ​ນາຄັ້ງນີ້, ບັນດາ​ນັກວິທະຍາສາດ ​ແລະ ນັກ​ຄົ້ນຄວ້າ,​ ໄດ້​ພ້ອມກັນຄົ້ນຄວ້າ ແລະ ​ປຶກສາ​ຫາ ລືຫລາຍບັນ ຫາ​ເຊັ່ນ:​ ທິດ​ສະ​ດີ​ລວມກ່ຽວ​ກັບ​ຄວາມ​ສາມັກຄີ​ປອງ​ດອງ ​ແລະ ບົດບາດ​ຂອງ​ຄວາມ​ສາມັກຄີ​ປອງ​ດອງ​ຕໍ່​ການ​ພັດທະນາ​ສັງຄົມ ເວົ້າ​ລວມ, ເວົ້າ​ສະ​ເພາະ​ສັງຄົມ​ນິຍົມ, ບົດຮຽນ​ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ສ້າງ​ສັງຄົມ​ສາ ມັກຄີ​ປອງ​ດອງ​ຢູ່​ແຕ່ລະ​ປະ​ເທດ, ທິດ​ທາງ ​ແລະ ວິທີ​ການ​ສືບຕໍ່​ສ້າງ​ສັງຄົມ​ສາມັກຄີ​ປອງ​ດອງ​ຢູ່​ແຕ່ລະ​ປະ​ເທດ, ພ້ອມ​ນີ້ບັນດາ​ນັກ​ວິທະຍາສາດ, ໄດ້​ນຳ​ສະ​ເໜີ​ບົດ​ຄົ້ນຄວ້າ​ຂອງ​ຕົນຈຳນວນ 32 ບົດ​ເພື່ອ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ໃນ​ບົດ​ຄົ້ນຄວ້າ​ດັ່ງກ່າວ, ທັງ​ນີ້ກໍ​ເພື່ອ​ຊອກ​ຮູ້,
ຮ່ຳຮຽນດ້ານ​ທິດ​ສະ​ດີ ​ແລະ ບົດຮຽນ​ພຶດຕິ​ກຳ​ກ່ຽວ​ກັບການ​ສ້າງ​ຄວາມ​ສາມັກຄີ​ປອງ​ດອງຢູ່​ແຕ່ລະ​ປະ​ເທດ​ແລ້ວ​ນຳ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ພາລະ ກິດແຫ່ງ​ການ​ສ້າງ​ສັງຄົມ​ນິຍົມ​ຢູ່​ແຕ່ລະ​ປະ​ເທດ ກໍ​ຄື​ເພີ່ມ​ພູນ​ຄູນ​ສ້າງ​ເຮັດ​ໃຫ້​ຄັງ​ສາງ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ສ້າງ​ສັງຄົມ​ນິ ຍົມ​ອຸດົມ​ຮັ່ງມີ, ຖືກ​ລັກສະນະ​ວິທະຍາສາດ ​ແລະ ​ແທດ​ເໝາະ​ກັບ​ສະພາບຕົວ​ຈິງ​ຍິ່ງ​ຂຶ້ນເພື່ອ​ຜົນ​ປະ​ໂຫຍ​ດລວມ​ແຫ່ງ​ພາລະ ກິດ​ສ້າງ​ສັງຄົມ​ນິຍົມ​ຢູ່​ແຕ່ລະ​ປະ​ເທດກໍ​ຄືຢູ່​ໃນ​ໂລກ.
       ທ່ານ ສຈ.ດຣ ຈະ​ເລີ​ນ ເຢຍປາວ​ເຮີ ​​ກ່າວ​ວ່າ: ຄວາມ​ສາມັກຄີ​ປອງ​ດອງ​ພາຍ​ໃນ​ແຕ່ລະ​ປະ​ເທດກໍ​ຄືບັນດາ​ປະ​ເທດ​ສັງຄົມ​ນິຍົມ​ດ້ວຍ​ການ​ນັ້ນ, ເປັນ​ປັດ​ໄຈ​ສຳຄັນ​ຍິ່ງ​ໃນ​ການ​ຕັດສິນ​ຕໍ່​ໄຊຊະນະ​ຂອງ​ພາລະກິດ​ປະຕິ ວັດ, ພາລະກິດ​ແຫ່ງ​ການ​ກໍ່ສ້າງ​ສັງຄົມ​ນິຍົມ, ພວກ​ເຮົາ​ບໍ່​ອາດ​ປົກ​ປັກ​ຮັກສາ​ໝາກຜົນ​ຂອງ​ການ​ປະຕິວັດ ​ແລະ ບໍ່​ສາມາດ​ສ້າງ​ສັງຄົມ​ນິຍົມ​ສຳ​ເລັດ​ຜົນ​ໄດ້ ຖ້າ​ຫາກ​ຂາດ​ຄວາມ​ສາມັກຄີ​ປອງ​ດອງ​ໃນ​ສັງຄົມ.

No comments:

Post a Comment