Ad

Ad

27 November 2014

ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທຢ້ຽມຢາມລາວຢ່າງເປັນທາງການ



    ​ຕອບ​ສະໜອງຕາມ​ການ​ເຊື້ອ​ເຊີນຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ, ທ່ານພົນ​ເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະ​ອານາຈັກ​ໄທ,​ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະໄດ້​ເດີນທາງ​ມາ​ຢ້ຽມ ຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 26-27 ​ພະຈິກນີ້, ​ເພື່ອ​ແນະນຳ​ໂຕ​, ພາຍຫລັງ​ຖືກ​ແຕ່ງຕັ້ງ​ເປັນ​ນາຍົກລັດຖະມົນຕີ​ແຫ່ງຣາຊະ​ອານາຈັກ​ໄທ .ທັງນີ້ກໍເພື່ອ​ສືບ​ຕໍ່ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືຖານ​ບ້ານ​ໃກ້​ເຮືອນ ຄຽງອັນ​ດີທີ່​ມີ​ມາ​ແຕ່​ດົນ​ນານ​ລະຫວ່າງ​ສອງ​ປະ​ເທດ​ ລາວ-​ໄທ ໃຫ້ແໜ້ນແຟ້ນກວ່າເກົ່າ. ໂດຍພິທີ​ຕ້ອນຮັບ​ທ່ານ ພົນ​ເອກ ປຣະຢຸດ ຈັນ​ໂອຊາ ຢ່າງ​ເປັນ​ທາງ​ການ​ໄດ້​ມີຂຶ້ນຢ່າງ​ສົມ​ກຽດທີ່​ຫ້ອງ​ວ່າການ​ລັດຖະບານ,​ ໂດຍ​ມີ​ທ່ານ ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີແຫ່ງ ສປປ ​ລາວ, ຄະນະ​ລັດຖະບານ ແລະ ພະນັກງານ​ຂັ້ງສູງ​ຈຳນວນ ໜຶ່ງ​ເຂົ້າ​ຮ່ວມ​ນຳ.

     ການ​ພົບ​ສອງ​ຝ່າຍ​ຢ່າງ​ເປັນທາງ​ການ​ໄດ້​ຈັດ​ຂຶ້ນຢູ່ຫ້ອງ ວ່າການ​ລັດຖະບານ​ໃນ​ວັນ​ທີ 26 ພະຈິກ 2014, ເຊິ່ງທ່ານນາຍົກ ລັດຖະມົນຕີທັງສອງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ເຫັນ​ວ່າການ​ພົວ ພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືທີ່​ມີ​ມາ​ແຕ່​ດົນນານລະ ຫວ່າງສອງ​ປະ​ເທດ​ລາວ ​ແລະ ​ໄທ ​ໄດ້​ຮັບ​ການ​ຮັດ​ແໜ້ນ ​ແລະ ຂະ ຫຍາຍຕົວ​ໃນ​ຫລາຍ​ດ້ານ,​ ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາສູ່​ປະຊາຊົນ​ສອງ​ຊາດ​ນັບ​ມື້ ຫລາຍ​ຂຶ້ນ. ສອງ​ຝ່າຍ​ຍັງໄດ້ ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອ​ກະພາບ​ຮ່ວມ​ກັນ​ໃນ​ການ​ສືບຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດ ຕະພາບ ​ແລະ ການ​ຮ່ວມ​ມື​ສອງ​ປະ​ເທດໃຫ້​ແຕກ​ດອກອອກ​ຜົນ ຍິ່ງໆ​ຂຶ້ນ​ເພື່ອ​ກ້າວ​ໄປ​ສູ່​ການ​ເປັນ​ປະຊາ​ຄົມ​ເສດຖະກິດອາຊຽນ. ສອງ​ຝ່າຍ​ຍັງ​ເຫັນ​ດີ​ຮ່ວມ​ມື​ກັນ​ສ້າງ​ປະຖົມ​ປັດ​ໄຈ ​ແລະ ​ເງື່ອນ​ໄຂ​ເອື້ອອຳ​ນວຍ​ດ້ານ​ຕ່າງໆ ​ເປັນຕົ້ນ:​ ການ​ຮັກສາ​ຄວາມ​ສະຫງົບ​ຕາມ​ຊາຍ​ແດນ​ທົ່ວ​ໄປລາວ-​ໄທ, ການ​ສຳ​ຫລວດ ​ແລະ ປັກ​ຫລັກ ໝາຍຊາຍ​ແດນ, ການ​ສະກັດ​ກັ້ນ ແລະ ປາບ​ປາມ​ຢາ​ເສບ​ຕິດ,​ ການຮ່ວມມືດ້ານແຮງ​ງານ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ ຕະຫລອດ​ເຖິງ​ການ​ພັດທະນາ​ບຸກຄະລາ​ກອນ ​ແລະ ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງເພື່ອ​ສ້າງ​ສິ່ງ​ອຳນວຍ​ຕ່າງໆໃນ​ການ​ຮ່ວມ ມືພັດທະນາເສດ ຖະກິດ-ສັງຄົມຂອງ​ສອງ​ປະ​ເທດ, ລວມທັງ​ການ​ເຊື່ອມ​ໂຍງ​ເສດຖະກິດອາ ຊຽນກໍ​ຄື​ຂອງ​ພາກພື້ນ.
        ສຳລັບ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ແຮງ​ງານຝ່າຍ​ໄທ​ຈະ​ສືບຕໍ່ຂຶ້ນທະບຽນ ​ແລະ ​ໃຫ້ການ​ຄຸ້ມ​ຄອງ​ແຮງ​ງານ​ລາວຢູ່​ປະ​ເທດ​ໄທ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ປະຕິບັດ​ບັນ​ດາ​ຫລັກການ​ສິດທິ​ມະນຸດ​ຢ່າງ​ຍຸຕິ​ທຳ. ສ່ວນ​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ລະ ຫວ່າງ​ກັນໂດຍ​ສະ​ເພາະ​ການ​ຄ້າ​ຊາຍ​ແດນ, ສຳລັບ​ການ​ພັດທະ ນາ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ເຊື່ອມ​ຈອດລະຫວ່າງ​ສອງ​ປະ​ເທດ ກໍ​ຄື​ພາກພື້ນຝ່າຍ​ໄທ​ເຫັນ​ດີ​ໃຫ້ການ​ສະໜັບສະໜູນຊ່ວຍ​ເຫລືອ​ດ້ານ​ການ​ເງິນ​ໃນ​ໂຄງການ​ຕ່າງໆ. ສອງ​ຝ່າຍ​ເຫັນ​ດີ​ຈະສືບຕໍ່​ຮ່ວມ​ມື​ກັນ​ໃນ​ການ​ສຳ​ຫລວດ ​ແລະ ປັກ​ຫລັກໝາຍຊາຍ​ແດນ​ຢ່າງ​ຕໍ່​ເນື່ອງເພື່ອ​ສ້າງ​ເສັ້ນຊາຍ​ແດນ​ໃຫ້​ເປັນ​ຊາຍ​ແດນ​ແຫ່ງສັນຕິ ພາບ, ມິດຕະພາບ, ຄວາມໝັ້ນ ຄົງ ​ແລະ ການ​ຮ່ວມ​ມື ​ໂດຍ​ສະ​ເພາະ​ການ​ແກ້​ໄຂ​ບັນຫາ​ເສັ້ນ ຊາຍ​ແດນທາງບົກທີ່​ຍັງ​ຄົງ​ຄ້າງ​ຢູ່ 14 ບໍລິ​ເວນ​ໃຫ້​ສຳ​ເລັດ ​ແລະ ສືບຕໍ່ປຶກສາ​ຫາລື​ສ້າງ​ແຜນ​ທີ່​ສະ ບັບ​ໃໝ່​ເພື່ອ​ກ້າວ​ໄປ​ສູ່​ການ​ສຳ​ຫລວດ ​ແລະ ປັກ​ຫລັກໝາຍຊາຍ​ແດນ​ທາງນ້ຳ.
      ໃນ​ໂອກາດ​ນີ້, ທັງ​ສອງ​ນາຍົກລັດຖະມົນຕີ​ໄດ້​ເປັນສັກຂີ​ພິຍານ​ໃນ​ການ​ລົງ​ນາມ​ເອກ​ກະ ສາ​ນຮ່ວມ​ກັນ​ຈຳນວນ 3 ສະບັບ​ຄື: ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈວ່າ​ດ້ວຍ​ໂຄງການ​ພັດທະນາ​ໂຮງ ໝໍແຂວງ​ບໍ່​ແກ້ວ​ໄລຍະ 2, ບົດ ບັນທຶກ​ຄວາມ​ເຂົ້າ​ໃຈວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ,​ ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກຳ ແລະ ສັນຍາ​ການສະໜອງກອງ ທຶນພາຍໃຕ້ໂຄງການກໍ່ສ້າງ ທາງຈາກເມືອງຫົງສາ ແຂວງໄຊຍະບູລີ-ບ້ານຊຽງແມນ ເມືອງຈອມເພັດ ແຂວງຫລວງພະບາງ ແລະ ມີການມອບ-ຮັບອຸປະ ກອນການຮຽນ-ການສອນ ແລະ ການປັບປຸງອາຄານຮຽນ, ອາ ຄານຝຶກງານໃຫ້ແກ່ວິທະຍາໄລ ເຕັກນິກ 4 ແຫ່ງຂອງໂຄງການ ຮ່ວມມືໄລຍະຍາວ ເພື່ອການພັດທະນາດ້ານອາຊີວະສຶກສາ, ພາຍໃຕ້ການຮ່ວມມືທາງວິຊາ ການລາວ-ໄທ ​ເຊິ່ງປະກອບ​ມີ: ວິ ທະຍາໄລເຕັກນິກແຂວງວຽງຈັນ, ໂຮງຮຽນເຕັກນິກກະສິກຳ ດົງຄຳຊ້າງ, ໂຮງຮຽນເຕັກນິກ ວິຊາຊີບແຂວງຫລວງພະບາງ ແລະໂຮງຮຽນເຕັກນິກວິຊາຊີບແຂວງສະຫວັນນະເຂດ.
      ທ່ານ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະ ບານ ແລະ ປະຊາຊົນລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນສົມກຽດ, ດ້ວຍໄມຕີຈິດມິດຕະພາບ ແລະ ອຳນວຍຄວາມສະ ດວກໃນທຸກດ້ານເຮັດໃຫ້ການຢ້ຽມ ຢາມ ສປປ ລາວ ຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ. ໃນ ໄລຍະການຢ້ຽມຢາມລາວ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ກໍໄດ້ເຂົ້າຢ້ຽມຂ່ຳນັບທ່ານ ຈູມມາ ລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະ ພາແຫ່ງຊາດ, ໄປວາງພວງມາລາທີ່ອານຸສາວະລີນັກຮົບນິລະນາມ, ໃນຕອນແລງຂອງ ວັນດຽວກັນໄດ້ເຂົ້າຮ່ວມງານລ້ຽງອາຫານຄຳ່ຈັດເປັນກຽດໂດຍ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ທີ່ຫໍປະຊຸມ ແຫ່ງຊາດເປັນກຽດໃຫ້ແກ່ທ່ານນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ, ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ.      
       ສ່ວນໃນຕອນເຊົ້າຂອງວັນ ທີ 27 ພະຈິກ 2014, ທ່ານພົນເອກ ປຣະຢຸດ ຈັນໂອຊາ ແລະ ພັນລະຍາພ້ອມຄະນະໄດ້ ສືບຕໍ່ອອກເດີນທາງໄປຢ້ຽມຢາມ ສສ ຫວຽດນາມ.

No comments:

Post a Comment