Ad

Ad

28 November 2014

ສານນະຄອນຫລວງຕັດສິນຄາດຕະກອນໃຊ້ໄຟຈູດຄົນເສຍຊີວິດຈຳຄຸກ 14 ປີ



    ໃນວັນທີ 25 ພະຈິກຜ່ານມານີ້, ສານນະຄອນຫລວງວຽງຈັນ, ໄດ້ຕັດສິນລົງໂທດ ທ້າວ ເລ້ ອາຍຸ 29 ປີຢູ່ບ້ານຈັນ ສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ໃຫ້ຈຳ ຄຸກເປັນເວລາ 14 ປີ, ພ້ອມ ປັບໃໝເງິນ 4 ລ້ານກີບ, ໃນຂໍ້ຫາຄາດຕະກຳ, ເຊິ່ງເລື່ອງມີຢູ່ ວ່າ:  ໃນວັນທີ 4 ມັງກອນ 2011 ທ້າວ ເລ້ ໄດ້ເອົາແກ້ວທີ່ມີນ້ຳມັນສອງແກ້ວ, ໃນ ນັ້ນແກ້ວໜຶ່ງແມ່ນເຮັດຄືຕະກຽງມີໄຟລຸກໄປແກວ່ງໃສ່ນາງ ຄຳພອນ ທີ່ຢູ່ເຮືອນໃກ້ຈົນ ເຮັດໃຫ້ໄຟລຸກໄໝ້ຖ້ວມຮ່າງກາຍນາງ ຄຳພອນ ແລະ ລູກສາວໄດ້ຖືກໄຟລວກບາດເຈັບ ສົມຄວນ, ຈາກນັ້ນ ຜົວຂອງນາງຄຳພອນ ທີ່ຢູ່ໃ ເຮືອນຈຶ່ງຟ້າວອອກມາ ມອດໄຟ ແລະ ຟ້າວນຳສົ່ງເມຍ ແລະ ລູກໄປໂຮງໝໍ ແລະ ຕົກມາຮອດວັນ ທີ 12 ມັງກອນ 2011 ນາງ ຄຳພອນ ຈຶ່ງເສຍຊິວີດ, ສ່ວນລູກສາວແມ່ນປິ່ນປົວຢູ່ໂຮງໝໍເປັນ ເວລາ 8 ເດືອນ, ຫລັງເກີດເຫດ ທ້າວເລ້ ໄດ້ເອົາຕົວຫລົບໜີ ແລະ ຕົກມາຮອດວັນທີ 18 ມັງກອນ 2014 ທ້າວ ເລ້ ໄດ້ກັບມາເຮືອນຈຶ່ງຖືກ ເຈົ້າໜ້າທີ່ຈັບຕົວມາດຳ ເນີນຄະດີຕາມລະບຽບກົດໝາຍ, ໂດຍທ້າວ ເລ້ ຮັບສາລະພາບວ່າ: ຕົນເອງໄດ້ພົວພັນກັບຢາເສບ ຕິດມາແຕ່ປີ 2008 ແລະ ສາເຫດການລົງມືຄາດຕະກຳຄັ້ງນີ້ແມ່ນຍ້ອນມີຄວາມແຄ້ນໃຫ້ຜູ້ຕາຍມັກເວົ້າສຽດສີໃຫ້ຕົນວ່າ ເປັນຄົນຂີ້ຢາຈຶ່ງລົງມືຄາດຕະກຳດັ່ງກ່າວ.                         

No comments:

Post a Comment