Ad

Ad

28 November 2014

ຜູ້ຂັບຂີ່ເປັນຫ່ວງເສັ້ນແບ່ງຊ່ອງຈະລາຈອນຕາມຖະໜົນຫລາຍສາຍຖືກລຶບ



     ບັນດາປະເທດໃກ້ຄຽງອ້ອມຂ້າງນັບທັງພາກພື້ນ ແລະ ອະນຸພາກພື້ນຕ່າງກໍ ເຫັນພ້ອມຕໍ່ນະໂຍບາຍ ຂອງ ສປປ ລາວ ທີ່ໄດ້ຍົກ ໃຫ້ເປັນປະເທດທາງຜ່ານ, ຊຶ່ງລັດຖະບານໄດ້ຕົກລົງທຸ້ມເທທຶນຮອນຢ່າງມະຫາສານເຂົ້າໃສ່ການກໍ່ສ້າງເສັ້ນທາງ ຫລາຍແຫ່ງພ້ອມບັນດາພື້ນຖານໂຄງລ່າງເສັ້ນທາງຍຸດທະສາດຫລາຍສາຍອອກ ສູ່ບັນດາປະເທດໄກຄຽງເບື້ອງຕາເວັນຕົກ ແລະ ຕາ ເວັນອອກໂດຍການສົມທົບທຶນ ຮອນຈາກປະເທດເພື່ອນມິດ, ສະ ຖາບັນການເງິນ ແລະ ອົງການຈັດຕັ້ງສາກົນອື່ນໆ ເຂົ້າໃນການພັດທະນາດັ່ງກ່າວເຮັດໃຫ້ເສັ້ນ ທາງຫລາຍສາຍໄດ້ຮັບການກໍ່ ສ້າງ ແລະ ຍົກລະດັບໃຫ້ມີມາດຕະຖານດີ, ແຕ່ຂະ ນະດຽວກັນເມື່ອເບິ່ງຕົວຈິງບັນດາປະເທດ ສະມາຊິກອາຊຽນພວມກະກຽມຢ່າງຂະຫຍັນຂັນແຂງເພື່ອຮອງຮັບກັບການເຂົ້າ ເປັນປະຊາຄົມເສດຖະກິດອາຊຽນ ນັບແຕ່ປີ 2015 ເປັນຕົ້ນໄປນັ້ນ  ສປປ ລາວ ກໍມີຫລາຍຢ່າງບໍ່ທັນພ້ອມເປັນ ຕົ້ນເສັ້ນທາງ ຄົມມະນາຄົມ, ທາງຫລວງແຫ່ງຊາດ ແລະ ເສັ້ນ ທາງຍຸດທະສາດອື່ນໆຖືກກໍ່ສ້າງສຳເລັດ ແລະ ນຳໃຊ້ບໍ່ພໍເທົ່າໃດ ປີກໍມີການ ສ້ອມແປງຄືນໃໝ່ຫລາຍລົບຫລາຍຕ່າວ, ຫລື ບາງ ເສັ້ນມີເສັ້ນແບ່ງຊ່ອງຈະລາ ຈອນ, ທາງມ້າລາຍ ແລະ ເສັ້ນ ຫ້າມອື່ນໆ
ເພື່ອແບ່ງການສັນຈອນ ແລະ ປ້ອງກັນອັນຕະລາຍ ຈາກອຸປະຕິເຫດ, ແຕ່ເສັ້ນແບ່ງ ດັ່ງກ່າວຖືກລຶບມາຫລາຍປີ, ເຊິ່ງ ເຮັດໃຫ້ນັກຂັບຂີ່ມີຄວາມເປັນຫ່ວງຢ້ານເກີດອັນຕະລາຍ.
     ຕໍ່ບັນຫາທີ່ກ່າວມານັ້ນ ບັນ ດາຂະແໜງການກ່ຽວຂ້ອງຍັງ ບໍ່ທັນຖືເປັນໜ້າວຽກທີ່ສຳຄັນ ຈຶ່ງເຮັດໃຫ້ຫລາຍຄົນເບິ່ງຂ້າມ ແລະ ບໍ່ຄຳນຶງເຖິງ, ແຕ່ສິ່ງທີ່ ຫຍຸ້ງຍາກ ແລະ ໜັກໃຈທີ່ສຸດ ແມ່ນໃນເວລາທີ່ເກີດມີບັນຫາອຸ ປະຕິເຫດຢູ່ຕາມທ້ອງຖະໜົນ ບາງກໍລະນີແກ້ບໍ່ຕົກຕ້ອງໄດ້ ຮ້ອງຫາເຈົ້າໜ້າທີ່ຈະລາຈອນ ເຂົ້າມາຊ່ວຍວັດແທກອັນໃດຖືກອັນໃດຜິດເຮັດໃຫ້ຜູ້ປະ ຕິບັດງານ ຕົວຈິງມີຄວາມໜັກໃຈຍ້ອນເສັ້ນແບ່ງຊ່ອງຈະລາຈອນຖືກລຶບເສຍຫາຍໄປໂດຍບໍ່ຮູ້ວ່າຈະເອົາອັນໃດມາເປັນສິ່ງຢັ້ງຢືນໃນ ການວັດແທກການກະທຳຜິດຂອງຜູ້ຂັບຂີ່, ຊຶ່ງເສັ້ນແບ່ງຈະລາຈອນ, ເສັ້ນທາງມ້າລາຍຕາມຖະໜົນ ແຕ່ລະເສັ້ນໄດ້ລະບຸໄວ້ ຕາມກົດໝາຍວ່າດ້ວຍການຈະລາຈອນ ແລະ ກົດໝາຍເສັ້ນທາງຫລວງແຫ່ງຊາດ, ໂດຍພົນລະເມືອງ ລາວທຸກຄົນຈະຕ້ອງມີ ຄວາມເຄົາລົບນັບຖືຢ່າງເຂັ້ມງວດເພື່ອ ເຮັດແນວໃດໃຫ້ປະເທດຊາດ ຂອງພວກເຮົາມີຄວາມຈະເລີນ ຮຸ່ງເຮືອງສີວິໄລ ແລະ ມີຄວາມ ສະຫງົບສຸກທີ່ຢືນຍາວ.

No comments:

Post a Comment