Ad

Ad

28 November 2014

ບໍ​ລິ​ສັດ ອາ​ລິ​ອັນ​ສ໌ ປະກັນ​ໄພ​ລາວ ​ເປີດ​ບໍລິການ​ຂາຍ​ປະກັນ​ສຸຂະພາບ​ຜ່ານ​ ທະນາຄານ​ກຸງ​ສີ​ອະ​ຍຸດ​ທະຍາ



    ວັນ​ທີ 27 ພະຈິກ​ນີ້, ຢູ່​ໂຮງ​ແຮມ​ວຽງຈັນ​ພລາຊາ ນະຄອນ ຫຼວງວຽງຈັນ ໄດ້​ມີພິທີ​ລົງ​ນາມ​ສັນຍາ​ເປີດ​ບໍລິການ​ຂາຍ​ປະກັນ​ສຸຂະພາບ​ຂອງ​ບໍລິສັດ ອາ​ລິ​ອັນ​ສ໌ ປະກັນ​ໄພ​ລາວ ( ບປລ) ​ຜ່ານ​ທະ ນາຄານ​ກຸງ​ສີ​ອະ​ຍຸດ​ທະຍາ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ກີ ອາ​ໂປວີ ອຳນວຍ​ການ​ ບໍລິສັດ ອາ​ລິ​ອັນ​ສ໌ ປະກັນ​ໄພ​ລາວ ທ່ານ ນາງ ຍິ່ງ​ລັກ ຄົງ​ຄາ​ໄສ ອຳນວຍ​ກາ​ນ ທະນາຄານ​ກຸງ​ສີອະ​ຍຸດ​ທະຍາ ພ້ອມ​ດ້ວຍພະ ນັກງານ​ທັງສອງ​ຝ່າຍ ​ແລະ ສື່​ມວນ​ຊົນເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ.
     ການ​ຮ່ວມ​ມື​ກັນ​ໃນ​ຄັ້ງນີ້​ເກີດ​ ຂຶ້ນ​ພາຍຫຼັງ​ສອງ​ຝ່າຍ​ເຫັນ​ໄດ້​ໂອ ກາດ​ທາງ​ທຸລະ​ກິດ​ຂອງ​ການ​ປະ ກັນ​ໄພ​ທີ່​ນັບ​ມື້​ນັບ​ມີ​ການ​ຂະ ຫຍາຍຕົວ​ຕາມ​ສະພາບ​ເສດຖະ ກິດ ​ແລະ ​ສຳຄັນ​ຂອງ​ການປະ ກັນໄພ​ຂອງສັງຄົມ​​ເພີ່ມ​ຂຶ້ນ​ຢູ່​ຕາມ​ອົງ​ກອນ​ຕ່າງໆ, ນັກທຸ ລະກິດ, ຊາວ​ຄ້າຂາຍ ​ແລະ ປະຊາ ຊົນ​ທົ່ວ​ໄປ, ເປັນ​ໂອກາ​ດດີ​ໃນ​ການ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ລູກ​ຄ້າ​ຂອງ​ທະນາຄານ​ກໍ​ຄື​ລູກ​ຄ້າ​ຂອງ​ບໍລິສັດ ອາລີ​ອັນ​ສ໌ ປະ ກັນ​ໄພ​ລາວ ​​ໃຫ້ສາມາດ​ຊື້​ປະກັນ​ໄພ​​ງ່າຍ​ຂຶ້ນພ້ອມ​ທັງ​ເປັນ​ການ​ພັດທະນາ​ການ​ບໍລິການ​ຂອງ​
ທະ ນາຄານ​ໃຫ້​ມີ​ຄວາມຫຼາກຫຼາຍ ແລະ ຂະຫຍາຍ​ຕາໜ່າງການ​ຈຳໜ່າຍປະກັນ​ໄພ​ໃຫກ້ວາງ​ຂວາງ, ທະນາຄານ​ກຸງ​ສີ​ອະ​ຍຸດ​ທະຍາ ຈຶ່ງ​ໄດ້​ຮ່ວມ​ກັບບໍ​ລິ​ສັດ ອາ​ລິ​ອັນ​ສ໌ ປະກັນ​ໄພ​ລາວ​ໃນ​ການສະໜອງຂາຍ​ຜະລິດ​ຕະພັນ​ປະກັນ​ໄພ ​ໂດຍ​ສະ​ເພາະ​ກໍ​ແມ່ນ​ປະກັນ​ສຸຂະພາບ​ໃຫ້​ແກ່​ລູກ​ຄ້າ​ທີ່​ມາ​ຊົມ​ໃຊ້​ບໍລິການ​ຂອງ​ທະນາຄານ​ກຸງ​ສີໃນລາວ.
          ອາ​ລິ​ອັນ​ສ໌ ປະກັນ​ໄພ​ລາວ​ເປັນ​ບໍລິສັດ​ປະກັນ​ໄພ​ແຫ່ງ​ທຳ​ອິດ​ທີ່​ໃຫ້​ບໍລິການ​ດ້ານ​ການ​ປະ ກັນ​ໄພ​ໃນ​ ສປປ ລາວ, ຫຼາຍກວ່າ 24 ປີ​ ​ແລະ ມີເຄືອ​ຂ່າ​ຍບໍລິການ​ຄວບ​ຄຸມ​ທົ່ວ​ປະ​ເທດຜະລິດ​ຕະ ພັນ​ຂອງ​ບໍລິສັດ ອາ​ລິ​ອັນ​ສ໌ ປະ ກັນ​ໄພ​ລາວ​​ແມ່​ນຄຸ້ມ​ກັນ​ໂຄງ ການ​, ການ​ລົງ​ທຶນຂະໜາດ​ໃຫຍ່ ຫຼື ລູກ​ຄ້າ​ທີ່​ເປັນ​ອົງ​ກອນ ແລະ ລູກ​ຄ້າ​ທົ່ວ​ໄປ ​ເຊັ່ນ: ປະກັນ​ໄພ​ລົດ, ທີ່ຢູ່​ອາ​ໄສ, ທຸລະ​ກິດ​ຂະ ໜາດນ້ອຍ, ປະກັນ​ສຸກຂະພາບ, ປະກັນ​ເດີນທາງ ​ແລະ ອື່ນໆ ແລະ ຈະ​ໄດ້​ຮັບ​ການ​ຄຸ້ມ​ກັນ ແລະ ທົດ​ແທນ​ຄືນ​ຄ່າ​ປິ່ນປົວ​. ບປລ-ກ​ຸງສີ ແມ່ນ​ມີ​ທັງໝົດ 4 ທາງ​ເລືອກ​ທີ່​ໃຫ້ການ​ຄຸ້ມ​ຄອງ​ການ​ປິ່ນປົວ​ແບບ​ນອນ​ໂຮງໝໍ ແລະ ບໍ່​ນອນ​ໂຮງໝໍ, ສາມາດ​ເຂົ້າ​ປິ່ນປົວ​ໃນ​ຄລີນິກ ​ແລະ ໂຮງ ໝໍ​ໃນ​ເຄືອ​ຂ່າຍຂອງ  ບປລ ທັງ​ໃນ ສປປ ລາວ ​ແລະ ປະ​ເທດ​ໄທ​ໂດຍ​ບໍ່ ຕ້ອງ​ຈ່າຍ​ຄ່າ​ປິ່ນປົວ​ກ່ອນ.

No comments:

Post a Comment