Ad

Ad

28 November 2014

ສະຫລອງສາຍພົວພັນອາຊຽນ-ອົດສະຕຣາລີ ຄົບຮອບ 40ປີ



     ໃນວັນທີ 27 ພະຈິກນີ້, ຢູ່ສູນຝຶກອົບຮົມຫລັກ 5 (ICTC), ນະຄອນ ຫລວງວຽງຈັນມີການປາຖະກະຖາເນື່ອງໃນໂອ ກາດຄົບຮອບ 40 ປີ ແຫ່ງການ ເປັນຄູ່ຮ່ວມມືລະຫວ່າງອາຊຽນ-ອົດສະຕຣາລີ, ໃນຫົວຂໍ້ “ ອາຊຽນ: ກາລະໂອກາດ ແລະ ສິ່ງທ້າທາຍ ຕາມທັດສະນະຂອງອົດສະຕຣາລີປະຈຳລາວ, ໂດຍການບັນຍາຍ ຂອງທ່ານ ໄຊມອນ ເມີຣີ ຟຽວ ເອກອັກຄະລັດ ຖະທູດອົດ ສະຕຣາລີ ປະຈຳອາ ຊຽນ, ມີທ່ານ ຍົງ ຈັນທະລັງສີ ຫົວໜ້າສະຖາບັນການຕ່າງປະເທດ, ພ້ອມດ້ວຍ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນຈຳນວນຫລາຍ.
     ໃນໂອກາດນີ້ ທ່ານ ທູດອົດ ສະຕຣາລີປະຈຳອາຊຽນ, ໄດ້ເນັ້ນໃຫ້ເຫັນເຖິງສາຍພົວພັນທີ່ ມີມາຍາວນານຂອງອົດສະຕຣາ ໃນການໃຫ້ຄວາມຊ່ວຍເຫລືອຕໍ່ວິໃສທັດຂອງອາຊຽນກ່ຽວກັບ ການເຊື່ອມໂຍງຂອງພາກພື້ນພ້ອມນັ້ນຍັງໄດ້ປຶກສາຫາ ລືກ່ຽວກັບໂອກາດ ແລະ ສິ່ງທ້າທາຍຕ່າງໆທີ່ອາຊຽນພວມຈະປະເຊີນໃນປັດຈຸບັນ ແລະ ເນື່ອງໃນໂອ ກາດຄົບຮອບ 40ປີ ຂອງສາຍພົວພັນອາຊຽນ - ອົດສະຕຣາລີ ແມ່ນເປັນໂອກາດອັນດີໃນການປຶກສາຫາລືກ່ຽວກັບທິດທາງຍຸດທະສາດໃໝ່ນຳ
ກັນ, ໃນນັ້ນ ຈະໄດ້ພ້ອມກັນສຸມໃສ່ເຂົ້າການ ເຊື່ອມໂຍງກັບບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້, ໂດຍຜ່ານປະ ຊາຄົມເສດຖະກິດ ອາຊຽນ ແລະ ການພັດທະນາໃນກອງປະຊຸມສຸດຍອດອາຊີຕາເວັນອອກ. ນອກຈາກນັ້ນ ທ່ານ ທູດ ຍັງໄດ້ສະແດງຄວາມຍິນ ດີຕໍ່ສາຍພົວພັນທີ່ມີປະສິດທິຜົນກັບ ອາຊຽນໃນຫລາຍຂົງເຂດເຊັ່ນ: ດ້ານຄວາມປອດໄພ, ວັດທະນະທຳ, ການຄ້າ, ການສຶກ ສາ ແລະ ອື່ນໆ, ໂດຍສະເພາະສາຍພົວ ພັນທາງດ້ານການຄ້າສອງຝ່າຍ ລະຫວ່າງ ອົດສະຕຣາລີ ແລະ ອາຊຽນໄດ້ເພີ່ມຂຶ້ນ ຫລາຍກວ່າສອງເທົ່າ, ໄດ້ເຮັດໃຫ້ອົດສະຕຣາລີເປັນຄູ່ຮ່ວມການຄ້າກັບ ອາຊຽນທີ່ໃຫຍ່ເປັນອັນດັບສອງຮອງຈາກປະເທດຈີນ.
     ການປາຖະກະຖາດັ່ງກ່າວ ແມ່ນໜຶ່ງໃນຫລາຍໆກິດຈະກຳທີ່ຈັດຂຶ້ນໃນປີ 2014 ທັງຢູ່ໃນອົດ ສະຕຣາລີ ແລະ ອີກ 10 ປະເທດ ທີ່ເປັນສະມາຊິກອາຊຽນເພື່ອ ເປັນການສະເຫລີມສະຫລອງສາຍພົວພັນອາ ຊຽນ-ອົດສະຕຣາລີ ຄົບຮອບ 40 ປີ.

No comments:

Post a Comment