Ad

Ad

28 November 2014

ທະນາຄານນະໂຍບາຍສະໜອງສິນເຊື່ອໃຫ້ບ້ານ 3 ສ້າງ 200 ຕື້ ກວ່າກີບ



     ນັບແຕ່ປີ 2012 ເປັນຕົ້ນມາທະນຄານນະໂຍບາຍ (ທນບ) ໃນຖານະທີ່ເປັນຜູ້ ປະຕິບັດບົດບາດ ສະໜອງແຫລ່ງທຶນສະ ໜັບສະໜູນບັນດາເມືອງ ແລະ ບ້ານເປົ້າ ໝາຍເຮັດທົດລອງ 3 ສ້າງໃນ ໄລຍະ 2 ປີຜ່ານມາສາມາດປ່ອຍ ສິນເຊື່ອເຂົ້າໃນ ວຽກງານສາມສ້າງໄດ້ທັງໝົດ 208,72 ຕື້ກີບໃນ 174 ໂຄງການ, ໃນນີ້ມີ 19 ໂຄງ ການຜະລິດທີ່ພົ້ນເດັ່ນໃນນັ້ນໂຄງການປູກຝັງ 14 ໂຄງການ, ລ້ຽງສັດ 4 ໂຄງການ ແລະ ຫັດຖະກຳ 1 ໂຄງການ ແລະ ມີຕົວແບບການຜະລິດທັງໝົດ 139 ຄອບ ຄົວ.  
         ທ່ານ ບົວເງິນ ພົງສະຫວັດ ອຳນວຍການທະນາຄານນະໂຍບາຍໄດ້ຍົກໃຫ້ເຫັນແຕ່ລະໂຄງການທີ່ພົ້ນເດັ່ນກໍຄືຕົວແບບ ທີ່ເດັ່ນກວ່າໝູ່ໃນການປູກຝັງຄື: ຄອບຄົວທ້າວ ໄມຈັນ ຈອມແປງ ປັດຈຸບັນຢູ່ບ້ານນາຄຳ ເມືອງສິງ ແຂວງຫລວງນ້ຳທາ, ອາ ຊີບຕົ້ນຕໍປູກໝາກໂມມີເນື້ອທີ່ 3 ເຮັກ ຕາ, ມີແຮງງານທັງໝົດ 4 ຄົນ, ແຮງງານຕົ້ນຕໍ 2 ຄົນ. ກ່ອນບໍ່ ທັນໄດ້ຮັບສິນເຊື່ອ ຈາກ (ທນບ), ຄອບຄົວດັ່ງກ່າວມີລາຍຮັບພຽງ 25 ລ້ານກີບ, ສະເລ່ຍ 6 ລ້ານ ກວ່າກີບ/ຄົນ/ປີ  ໃນປີ 2013 ທ້າວໄມຈັນໄດ້
ຮັບເງິນກູ້ຢືມຈາກ (ທນບ) ຈຳນວນ 30 ລ້ານ ກີບ, ເປົ້າໝາຍປູກໝາກໂມ ແລະ ໄດ້ຂະຫຍາຍເນື້ອທີ່ຜະລິດເພີ່ມ ອີກ 1 ເຮັກ ຕາລວມເປັນ 4 ເຮັກ ຕາ, ເຮັດໃຫ້ສະມັດຕະພາບຜະ ລິດໄດ້ 80 ໂຕນ, ສາມາດສ້າງ ລາຍຮັບທັງໝົດ 131 ລ້ານກວ່າກີບປີ, ສະເລ່ຍລາຍຮັບໃນຄອບ ຄົວໄດ້ 33 ລ້ານກີບ/ຄົນ/ປີ. ປັດ ຈຸບັນ, ຄອບຄົວທ້າວໄມຈັນໄດ້ ປຸກສ້າງເຮືອນຖາວອນສຳເລັດ ຫນຶ່ງຫລັງດ້ວຍການໝູນໃຊ້ລາຍຮັບຈາກການຜະລິດ ແລະ ກາຍ ເປັນຄອບຄົວຕົວແບບການຜະລິດຫນຶ່ງຫລັງ.
    ໂຄງການລ້ຽງສັດຕົວແບບທີ່ເດັ່ນກວ່າໝູ່ຄື: ຄອບຄົວ ທ້າວ ຫັດສະດີ ພຸດທະວົງ ປັດຈຸບັນຢູ່ ບ້ານໂພນສິມເມືອງໄກສອນ ພົມວິຫານ, ແຂວງສະຫວັນນະເຂດ, ອາຊີບຕົ້ນຕໍແມ່ນລ້ຽງສັດມີ ແຮງງານທັງໝົດ ແລະ ແຮງ ງານຕົ້ນຕໍ 6 ຄົນ. ກ່ອນບໍ່ທັນ ໄດ້ຮັບສິນເຊື່ອຈາກ (ທນບ) ຄອບຄົວດັ່ງກ່າວມີລາຍຮັບພຽງ 25 ລ້ານກີບ, ສະເລ່ຍ 4 ລ້ານ ກີບຄົນ/ປີ. ປີ 2013 ໄດ້ຮັບເງິນ ກູ້ຈາກ (ທນບ) ຈຳນວນ 25 ລ້ານກີບ, ໃນເປົ້າໝາຍລ້ຽງປາ, ໄດ້ຂະຫຍາຍເນື້ອທີ່ໜອງປາ ຈຳ ນວນ 2 ໜອງ, ຜົນຜະລິດໄດ້ 6.680 ກິໂລ, ສາມາດສ້າງລາຍ ຮັບໄດ້ທັງໝົດ 42 ລ້ານກີບ/ປີ ສະເລ່ຍລາຍຮັບໃນຄອບຄົວໄດ້ 7 ລ້ານກີບ/ ຄົນ/ປີ. ປັດຈຸບັນຖານະຄອບຄົວທີ່ບ້ານຫັດສະດີ ໄດ້ ຮັບການພັດທະນາດີຂຶ້ນ, ສ່ວນໂຄງການຫັດຖະກຳມີຕົວ ແບບທີ່ເດັ່ນ ຄື: ຄອບຄົວນາງ ຍາດ ປັດຈຸບັນຢູ່ບ້ານນາຍາງເໜືອ, ເມືອງນ້ຳບາກ, ແຂວງຫລວງພະບາງອາຊີບຕົ້ນຕໍແມ່ນຕ່ຳຫູກແຮງ ງານ ໃນຄອບຄົວມີ 7 ຄົນ, ແຮງງານຕົ້ນຕໍມີ 2 ຄົນ. ກ່ອນ ໄດ້ຮັບສິນເຊື່ອຈາກ (ທນບ), ຄອບຄົວກ່າວມີລາຍຮັບ 63 ລ້ານກີບ, ສະເລ່ຍ 9 ລ້ານກີບ/ ຄົນ/ປີ. ມາຮອດປີ 2013 ໄດ້ຮັບ ການກູ້ຢືມຈາ (ທນບ) ຈຳນວນ 15 ລ້ານກີບ, ເປົ້າໝາຍຕ່ຳຫູກ ໄດ້ ຮັບການຂະຫຍາຍບໍລິມາດ ການຜະລິດ ແລະ ສາມາດສ້າງ ລາຍຮັບເພີ່ມຂຶ້ນເປັນ 80 ລ້ານ ກີບ/ປີ, ສະເລ່ຍລາຍ 11 ລ້ານ ກີບ/ຄົນ/ປີ. ປັດຈຸບັນຖານະ ຄອບຄົວນາງ ຍາດ ໄດ້ຮັບການ ປ່ຽນແປງດີຂຶ້ນກວ່າເກົ່າ. ບັນ ດາຄອບຄົວຕົວແບບທີ່ກ່າວມ ຂ້າງເທິງນັ້ນໄດ້ຊຳລະສະສາງ ໜີ້ສິນຕົ້ນທຶນ ແລະ ດອກເບ້ຍງິນ ກູ້ຕາມກຳນົດສັນຍາ, ຢ່າງໃດກໍ ຕາມ, ທ່ານບົວເງິນ ບອກວ່າ : ຍັງມີປະຊາຊົນຈຳນວນໝຶ່ງ, ພາຍຫລັງໄດ້ຮັບສິນເຊື່ອແລ້ວນຳໃຊ້ເງິນບໍ່ຖືກເປົ້າໝາຍ ແລະ ບໍ່ຈິງໃຈຊຳລະຕົ້ນທຶນ-ດອກເບ້ຍ ຕາມສັນຍາກຳນົດ, ຈຳນວນໝຶ່ງມີການຜະລິດພໍແຕ່ກຸ້ມກິນພາຍໃນຄອບຄົວບໍ່ທັນມີການຜະລິດເປັນສິນຄ້າຢ່າງກວ້າງຂວາງ.   
            ທ່ານ ບົວເງິນ ໃຫ້ຮູ້ວ່າ : ທິດທາງແຜນການໃນຕໍ່ໜ້າຈະໄດ້ເພີ່ມທະວີປະສານສົມທົບກັບອຳນາດການປົກຄອງທຸກ ຂັ້ນນັບແຕ່ສູນກາງລົງຮອດທ້ອງຖິ່ນເພື່ອຈັດຕັ້ງປະຕິບັດວຽກ 3 ສ້າງ ໃຫ້ໄປໃນລວງດຽວກັນ, ສືບຕໍ່ ປ່ອຍສິນເຊື່ອໃຫ້ບັນດາ ໂຄງການທີ່ໄດ້ອະນຸມັດແລ້ວໃນສົກປີ 2013-2014 ໃຫ້ໄດ້ຕາມຄາດ ໝາຍ. ສຳລັບສົກປີ 2014-2015 ແມ່ນຈະສູ້ຊົນປ່ອຍ ສິນເຊື່ອໃຫ້ໄດ້ 153,79 ຕື້ກີບ. ໃນນີ້ ປ່ອຍໃຫ້ ຂະແໜງປູກຝັງ 52 ຕື້ກວ່າກີບ, ລ້ຽງສັດ 100 ຕື້ກວ່າກີບ ແລະ ຫັດຖະກຳ 80 ລ້ານກວ່າກີບ.

No comments:

Post a Comment