Ad

Ad

29 June 2015

ເລື່ອນສອບເສັງສອງວິຊາຈົບຊັ້ນ ມ7 ຍ້ອນບາງເມືອງບໍ່ມີຄວາມພ້ອມ



    ພາຍຫລັງເກີດກໍລະນີມີຫົວບົດສອບເສັງວິຊາປະຫວັດສາດ ຈົບ ຊັ້ນມັດທະຍົມປາຍ (7) ສົກປີ 2014-2015, ຖືກ ເປີດເຜີຍຢູ່ໃນ ສື່ສັງຄົມອອນລາຍຢ່າງກວ້າງຂວາງກ່ອນຮອດ ການສອບເສັງ ໃນມື້ສຸດທ້າຍພຽງວັນດຽວ, ໄດ້ເຮັດໃຫ້ກະ ຊວງສຶກສາທິການ ແລະ ກິລາຕ້ອງມີຄຳສັ່ງດ່ວນຫາບັນດາສູນສອບເສັງໃນທົ່ວ ປະເທດເພື່ອ ໂຈະການສອບເສັງໃນມື້ດັ່ງກ່າວ ຄືໃນວັນທີ 26 ມິຖຸນາ 2015 ແລະ ໃຫ້ເລື່ອນມາສອບເສັງໃນວັນທີ 29 ມິຖຸນານີ້ແທນ, ອັນໄດ້ສ້າຄວາມ ປະຫລາດໃຈ ໃຫ້ກັບບັນດານ້ອງນັກຮຽນທີ່ໄດ້ກະກຽມຕົວມາສອບເສັງລວມເຖິງຜູ້ປົກຄອງ ແລະ ບັນດາຄູອາຈານຢູ່ແຕ່ລະສູນສອບເສັງ ທົ່ວປະເທດງົງໄປຕາມໆກັນ ແລະ ອັນສຳຄັນເຫດການ ນີ້ມັນ ໄດ້ເກີດຂຶ້ນພາຍຫລັງທີ່ກະຊວງສຶກສາທິການ ແລະ ກິລາ ຫາກໍສຳເລັດກອງປະຊຸມຜູ້ບໍລິຫານ ການ ສຶກສາທົ່ວປະເທດໄດ້ບໍ່ເທົ່າໃດວັນ.

ພາຍຫລັງເກີດກໍລະນີດັ່ງກ່າວແລ້ວ, ໃນມື້ດຽວກັນທ່ານຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ກໍໄດ້ອອກແຈ້ງການກ່ຽວກັບເຫດຜົນທີ່ມີການໂຈະການສອບເສັງວ່າ: ເນື່ອງຈາກບາງເມືອງມີຄວາມຫຍຸ້ງຍາກ ແລະ ບໍ່ທັນມີຄວາມພ້ອມໃນການຈັດຕັ້ງສອບເສັງບາງວິຊາຕາມຕາຕະລາງທີ່ກຳນົດ, ສະນັ້ນ ຈຶ່ງເລື່ອນການສອບເສັງວິຊາ ຄະນິດສາດ ແລະ ປະຫວັດສາດໄປໃສ່ວັນທີ 29 ມິຖຸນາ 2015 ຄື: ຕອນເຊົ້າ 9-11 ໂມງສອບເສັງວິຊາຄະນິດສາດ ແລະ ຕອນແລງ 14-15:30 ໂມງສອບເສັງວິຊາປະຫວັດສາດ, ຂະນະທີ່ນັກຂ່າວພວກເຮົາໄດ້ສອບຖາມທ່ານຫົວໜ້າກົມມັດ ທະຍົມກະຊວງສຶກສາທິການ ແລະ ກິລາ ກໍໄດ້ໃຫ້ຮູ້ວ່າ: ພາກສ່ວນກ່ຽວຂ້ອງພວມເລັ່ງກວດສອບກໍລະນີທີ່ເກີດຂຶ້ນ, ແຕ່ຢືນຢັນວ່າຂໍ້ສອບທີ່ມີການເຜີຍແຜ່ທາງສື່ອອນລາຍນັ້ນບໍ່ແມ່ນຫົວຂໍ້ສອບເສັງຂອງກະຊວງສຶກສາກຳນົດ, ເຊິ່ງແມ່ນ ກຸ່ມຄົນບໍ່ດີເຮັດຂຶ້ນມາເພື່ອສ້າງກະແສປັ່ນປ່ວນສັງຄົມກໍຄືນັກຮຽນນັກສຶກສາ, ໂດຍກະແສອັນບໍ່ດີແບບນີ້ ແມ່ນມັກເກີດມີຂຶ້ນ ເປັນປະຈຳໂດຍສະເພາະໃນໄລຍະການສອບເສັງຈົບຊັ້ນແຕ່ລະປີ, ສ່ວນວິຊາອຶ່ນໆທີ່ໄດ້ຈັດການ ສອບເສັງໄປແລ້ວ ນັ້ນກໍຖືວ່າແລ້ວໄປເລີຍ ແລະ ຕໍ່ເຫດການທີ່ເກີດຂຶ້ນນີ້ກະຊວງສຶກສາພວກເຮົາຈະໄດ້ສືບຕໍ່ກວດກາເພື່ອ ຫາຜູ້ທີ່ປ່ອຍ ກະແສປັ່ນປ່ວນການສອບເສັງຄັ້ງນີ້ມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment