Ad

Ad

29 June 2015

ທະນາຄານລາວ-ຫວຽດມອບລາງວັນໃຫ້ລູກຄ້າໂຊກດີ



ພາຍຫລັງທະນາຄານຮ່ວມທຸລະກິດລາວ-ຫວຽດ(LVB)ໄດ້ຈັດພິທີໝູນລາງວັນ ລາຍການເງິນຝາກລຸ້ນຮັບໂຊກຄັ້ງທີ 1 ປະຈຳປີ 2015 ໃນວັນທີ 20 ມິຖຸນາ ຜ່ານມາ ແລະ ໃນວັນທີ 25 ມິຖຸນານີ້, ທີ່ສຳນັກງານໃຫຍ່ທະນາ ຄານດັ່ງກ່າວ ກໍໄດ້ມີພິທີມອບລາງວັນໃຫ້ລູກຄ້າຜູ້ໂຊກດີໃນລາຍການດັ່ງກ່າວຄື: ລາງວັນທີ 2 ລົດໃຫຍ່ໂຕໂຍຕາ ອອລນິວວີອອດ ໜຶ່ງຄັນ(Toyota AIInewVios), ລາງວັນທີ 3 ແມ່ນໂຮມເທຍເຕີໜຶ່ງຊຸດ, ລາງວັນທີ 4 ລົດຈັກຮອນດາເວບ 2 ລາງວັນ, ລາງວັນທີ 5 ໂທລະສັບໄອໂຟນມີ 5 ລາງວັນ, ລາງວັນທີ 6 ບັນຊີເງິນຝາກມູນຄ່າ 3 ລ້ານກີບ 10 ລາງວັນ ແລະ ລາງວັນທີ 7 ບັນຊີເງິນຝາກມູນຄ່າໜຶ່ງລ້ານກີບ 15 ລາງວັນ, ໂດຍຄະນະອຳນວຍ ການທະນາ ຄານດັ່ງກ່າວໄດ້ພັດປ່ຽນກັນຂຶ້ນມອບລາງວັນໃຫ້ລູກຄ້າຜູ້ໂຊກດີຄັ້ງນີ້, ໂດຍມີທ່ານເຈົ້າເມືອງຈັນທະບູລີ, ຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ບົວວັນ ສີມມະລີວົງ ຮອງອຳນວຍການທະນາຄານລາວ-ຫວຽດ ກ່າວວ່າ: ສຳລັບການໝູນລາງວັນຄັ້ງທີ 2 ແມ່ນຈະຈັດຂຶ້ນໃນວັນທີ 19 ທັນວາ 2015 ລວມມີທັງໝົດ 37 ລາງວັນ, ໃນນັ້ນລາງວັນທີ1ແມ່ນລົດໂຕໂຍຕາຟໍຈູນ ເນີໜຶ່ງຄັນມູນຄ່າ 450 ລ້ານກີບ, ລາງວັນທີ 2 ລົດໂຕໂຍຕາວີອອດໜຶ່ງຄັນມູນຄ່າ 200 ລ້ານກວ່າກີບ ແລະ ລາງ ວັນອື່ນໆ ແລະ ການຈັດລາຍການມອບໂຊກປະຈຳປີຂອງທະນາຄານພວກເຮົານີ້ກໍແມ່ນໄດ້ຮັບການສະໜັບສະ ໜູນອັນໃຫຍ່ ຫລວງຈາກລູກຄ້າ ແລະ ຈະສືບຕໍ່ຜັນຂະຫຍາຍໃນຊຸມປີຕໍ່ໜ້າໃຫ້ມີລາງວັນຫລາຍຂຶ້ນກວ່າເກົ່າ.

No comments:

Post a Comment