Ad

Ad

27 June 2014

ສານປະຊາຊົນນະຄອນຫລວງວຽງຈັນລົງໂທດຜູ້ລັກລອບຄ້າຂາຍງາຊ້າງ



       ໃນວັນທີ 26 ມິຖຸນານີ້ ສານປະຊາຊົນນະຄອນຫຼວງ ວຽງຈັນ ໄດ້ຕັດສິນລົງໂທດ ທ້າວ ສອນໄຊ ດວງສະຫວັນ ອາຍຸ 25 ປີ ອາຊີບຄ້າຂາຍ ຢູ່ ບ້ານຫົງຈະເລີນ ເມືອງຄຳ ແຂວງບໍລິຄຳໄຊ ແລະ ທ້າວ ຫງຽນຫິວຫ່ຽວ ອາຍຸ 24 ປີ ສັນຊາດ ຫວຽດນາມ, ຢູ່ບ້ານ ດິວວິງ ເມືອງງີລອງ ແຂວງ ເງະອານ ໃນຂໍ້ຫາຄ້າຂາຍສິນ ຄ້າທີ່ເກືອດຫ້າມ ແລະ ການລັກລອບເອົາອ ະໄວຍະ ວະຕ່າງໆຂອງສັດ(ຜະລິດຕະພັນງາຊ້າງ) ເພື່ອຂາຍ, ຊຶ່ງຖືກເຈົ້າໜ້າທີ່ກັກ ຕົວມາດຳເນີນຄະດີໃນວັນທີ 26 ກຸມພາ 2014.
      ຈຳເລີຍທັງສອງໃຫ້ການ ຮັບສາລະພາບຢູ່ໃນສານວ່າ: ໄດ້ ຮ່ວມກັນລັກລອບຊື້-ຂາຍສິນຄ້າ ເກືອດຫ້າມ ແລະ ຜະລິດ ຕະພັນ ງາຊ້າງ, ໂດຍໃນວັນທີ 12 ກຸມ ພາ 2014 ທັງສອງໄດ້ໄປຊື້ຜະລິດຕະພັນງາຊ້າງຈາກປະເທດອູການດາ, ແລ້ວນຳເຂົ້າ ມາຜ່ານ ສປປ ລາວ, ເພື່ອຈະສົ່ງຂາຍໄປ ຍັງປະເທດຫວຽດນາມ ແລະ ພໍມາຮອດສະໜາມບິນສາກົນວັດໄຕ ຈຶ່ງຖືກເຈົ້າໜ້າ ທີ່ຈັບຕົວ ແລະ ກວດຄົ້ນກະເປົາຂອງພວກກ່ຽວ ຈຶ່ງພົບເຫັນປະຫຼັກແຂນເຮັດດ້ວຍງາຊ້າງ ແລະ ອື່ນໆ ໂດຍບໍ່ມີເອກະສານ ນຳເຂົ້າ ແລະ ເອກະ ສານການຊື້-ຂາຍມາດຳເນີນຄະດີຕາມລະບຽບກົດໝາຍ.

            ຜ່ານການຄົ້ນຄ້ວາເອກະສານ, ບັນດາຫຼັກຖານຕ່າງໆທີ່ມີຢູ່ໃນ ສຳນວນຄະດີ ແລະ ອີງຕາມຜົນ ການໄຕ່ສວນໃນທີ່ ປະຊຸມສານ ແລ້ວ ເຫັນວ່າ: ການກະທຳຂອງ ທ້າວ ສອນໄຊ ແລະ ທ້າວ ຫງຽນຫີວຫ່ຽວເປັນການກະທຳຜິດທາງອາຍາໃນສະ ຖານຄ້າຂາຍສິນຄ້າທີ່ເກືອດຫ້າມ ແລະ ການລັກລອບຂາຍອະໄວຍະຕ່າງໆຂອງສັດ (ຜະລິດຕະພັນ ງາຊ້າງ), ຕາມທີ່ໄດ້ກຳ ນົດໄວ້ໃນມາດຕາ 145 ຂອງກົດໝາຍອາຍາ, ສານຈຶ່ງລົງໂທດຕັດອິດສະຫຼະພາບ ທ້າວ ສອນໄຊ ຈຳ ຄຸກ 2 ເດືອນ ກັບ 19 ວັນ, ທ້າວ ຫງຽນຫີວຫ່ຽວ  4 ເດືອນ 20 ວັນ ແລະ ປັບໃໝລະບຽບທາງ ດ້ານພາສີ 30% ຕົກເປັນເງິນ 145 ລ້ານກວ່າກີບ.

No comments:

Post a Comment