ວັນທີ 26 ມິຖຸນານີ້ບໍລິສັດ ໄຮເນເກນລາວ ເອເຊຍປາຊີຟິກ
ບີເວີລີ ຈຳກັດໄດ້ມອບທຶນການສຶກສາໃຫ້ແກ່ໂຮງຮຽນ ເຕັກນິກ ເຢຍລະມັນ, ຊຶ່ງພິທີມອບ-ຮັບ ໄດ້ມີຂຶ້ນລະຫວ່ງທ່ານ ໂຄຣໄຕ ຮອງ, ຜູ້ອຳນວຍການ ບໍລິສັດ ໄຮເນເກນ ລາວ ເອ ເຊຍປາຊີຟິກ ຈຳກັດ
ແລະ ທ່ານ ສົມລິດ ວິລິວົງ, ຜູ້ອຳນວຍການໂຮງຮຽນ ເຕັກນິກ ລາວ-ເຢຍລະມັນ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານຫົວໜ້າກົມອາຊີ ວະສຶກສາ ແລະ ຜູ້ກ່ຽວຂ້ອງສອງຝ່າຍ.
ບົດບັນທຶກລະບຸວ່າ:
ບໍລິສັດໄຮເນເກນຈະສະໜອງທຶນໃຫ້ຮຽນໂຮງເຕັກນິກລາວເຢຍລະ ມັນເປັນໂຄງການ 3 ປີ, ໂດຍ ຈະສຸມໃສ່ການສະໜອງທືນໃຫ້
ນັກສຶກສາພາກກົນຈັກໂຮງງານ ເຊັ່ນ: ສະໜັບສະໜູນນັກຮຽນປີ 1 ຈຳນວນ 45 ທຶນ ໄປທັກສະນະສຶກສາຢູ່ໂຮງງານ,
ສະໜັບສະ ໜູນນັກສຶກສາປີ 2 ຈຳນວນ 3 ທຶນໄປຝິກງານຕົວຈຶງຢູ່ໂຮງ ງານຜະລິດເບຍໄຮເນເກນ
ແລະ ໃຫ້ທຶນແກ່ນັກສິກສາປີ 2 ແລະ ປີ 3 ຈຳນວນ 2 ທຶນເພື່ອສຶກສາຮ່ຳ ຮຽນ ແລະ ເປີດໂອກາດໃຫ້ນັກ
ສຶກສາສາ
ມາດສະໝັກເຂົ້າວຽກກັບບໍລິສັດ ໄຮເນເກນ ຕາມໂອ ກາດ ແລະ ຕຳແໜ່ງທີ່ບໍລິສັດ ຕ້ອງການ, ຊຶ່ງການຊ່ວຍເຫຼືອ ຄັ້ງນີ້ຈະ ດຳເນີນໄປເປັນເວລາ 3 ປີ, ຕົກເປັນມູນຄ່າຫຼາຍກວ່າ 20 ລ້ານກີບ, ຊຶ່ງຈະເລີ່ມຈັດຕັ້ງປະຕິ ແຕ່ເດືອນກັນຍາປີ 2014 ນີ້ເປັນຕົ້ນໄປ ແລະ ກໍເປັນຄັ້ງທຳອີກທີ່ບໍລິສັດໄຮເນເກນໃຫ້ການສະໜັບ ສະໜູນແກ່ໂຮງຮຽນດັ່ງກ່າວ.

ຜູ້ອຳນວຍການບໍລິສັດໄຮ ເນເກນກ່າວວ່າ:ການສຶກສາເປັນຫົວໃຈ
ແລະ ເປັນເລືອດເນື້ອ ອັນສຳຄັນທີ່ຫຼໍ່ລ້ຽງສັງຄົມ, ຊຶ່ງ ປະເທດໜຶ່ງຈະພັດທະນາໄດ້ກໍ ຍ້ອນການສຶກສາ
ແລະ ການໃຫ້ທຶນການສຶກສາຄັ້ງນີ້ຈະຊ່ວຍນັກສຶກສາໃຫ້ມີໂອກາດໄດ້ຮັບການຝຶກອົບຮົມ
ແລະ ປະຕິບັດງານຕົວຈິ່ງຕາມໂຮງຈັກໂຮງງານຕ່າງໆເພື່ອທີ່ເຂົາເຈົ້າສາມາດຍົກສູງລະດັບຄວາມຮູ້ຄວາມສາ
ມາດດີຂຶ້ນ.
No comments:
Post a Comment