Ad

Ad

26 June 2014

ຈູດທຳລາຍຢາເສບຕິດຈຳນວນຫຼາຍໃນໂອກາດສະຫຼອງວັນສາກົນຕ້ານຢາເສບຕິດ



     ໃນວັນທີ 25 ມິຖຸນານີ້ ຢູ່ນະຄອນຫຼວງວຽງຈັນໄດ້ມີພິທີຈູດທຳລາຍຢາເສບ ຕິດເປັນຈຳນວນ ຫຼາຍທີ່ຍຶດໄດ້ຈາກຂະ ບວນການຄ້າຂາຍສິ່ງຜິດກົດໝາຍດັ່ງກ່າວ ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສາກົນຕ້ານຢາເສບຕິດ, ໂດຍການເຂົ້າຮ່ວມ ຂອງ ທ່ານ ທອງສິງ ທຳມະວົງ ນາຍົກ ລັດຖະມົນຕີ, ປະທານຄະນະຊີ້ ນຳຂະບວນ ການຕໍ່ຕ້ານຢາເສບ ຕິດຂັ້ນສູນກາງ, ໂດຍ ມີບັນດາ ທູຕານູທູດ ແລະ ຜູ້ຕາງໜ້າອົງ ການຈັດຕັ້ງສາກົນຕ່າງໆປະຈຳລາວເຂົ້າຮ່ວມເປັນຈຳນວນ ຫຼາຍ.
        ທ່ານ ກຸ ຈັນສີນາ ປະທານ ຄະນະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດໄດ້ມີຄຳເຫັນໃນພິ ທີວ່າ: ດັ່ງພວກເຮົາໄດ້ຮັບຊາບນຳກັນແລ້ວວ່າ, ບັນຫາຢາເສບຕິດທີ່ເປັນໄພອັນຕະລາຍຮ້າຍແຮງຕໍ່ມວນມະນຸດນັ້ນ, ຍັງມີທ່າ ອ່ຽງ ແຜ່ລະບາດ ແລະ ຂະຫາຍຕົວຢູ່ໃນຫຼາຍປະເທດ ແລະ ຢູ່ໃນຫຼາຍທ້ອງຖິ່ນຂອງ ສປປ ລາວ, ມັນ ໄດ້ຄຸກຄາມຕໍ່ຄວາມ
ໝັ້ນຄົງ, ຄວາມສະຫງົບສຸກ ແລະ ຄວາມປອດໄພຂອງຊາດ, ດ້ວຍເຫດ ນັ້ນ, ພັກ ແລະ ລັດຖະບານລາວ ຈຶ່ງຖືເອົາການສະ ກັດກັ້ນ ແລະ ຕ້ານຢາເສບຕິດເປັນໜ້າທີ່ສຳ ຄັນ ແລະ ຈຳເປັນ, ພ້ອມໄດ້ຊີ້ ນຳ-ນຳພາການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງຈິງຈັງ ຕະຫຼອດມາ, ໂດຍໄດ້ເອົາໃຈໃສ່ຕໍ່ວຽກງານປ້ອງກັນເປັນບັນຫາສຳຄັນ, ຖືເອົາການສຶກສາອົບຮົມ ແລະ ໂຄສະນາ ເຜີຍແຜ່ດ້ວຍຮູບການຕ່າງໆເພື່ອສ້າງຈິດສຳນຶກໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າ ໃຈລະບຽກົດໝາຍ ແລະ ເຫັນ ໄດ້ເຖິງພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ, ພ້ອມທັງຊັກຊວນໃຫ້ປະຊາຊົນທຸກຊັ້ນຄົນ, ທຸກເພດໄວໄດ້ຕື່ນຕົວ ແລະ ສະໝັກໃຈເຂົ້າ ຮ່ວມໃນຂະບວນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງກວ້າງຂວາງ, ແຕ່ລະທ້ອງຖິ່ນກໍໄດ້ເອົາ ໃຈໃສ່ຢ່າງຕັ້ງໜ້າ ໃນການປະຕິບັດແຜນການສ້າງບ້ານປອດຢາເສບຕິດຕິດພັນກັບການສ້າງບ້ານວັດທະນະທຳ, ບ້ານປອດຄະດີ ແລະ ບ້ານພັດ ທະນາ, ຊຶ່ງມາຮອດປັດຈຸບັນນີ້, ໃນທົ່ວປະເທດໄດ້ມີຄອບຄົວປອດຢາເສບຕິດ ແລະ ຄອບຄົວພັດທະນາກວມເອົາ 65,60% ຂອງຄອບຄົວ ທັງໝົດ, ມີບ້ານປອດຢາເສບຕິດກວມເອົາ 27,45%, ໂຮງຮຽນປອດຢາເສບຕິດກວມເອົາ 37,90% ຂອງ ໂຮງຮຽນມັດທະຍົມທັງໝົດ, ຂະນະດຽວກັນເຈົ້າໜ້າທີ່ຕຳຫຼວດໄດ້ຮ່ວມມືກັບພາກສ່ວນກ່ຽວຂ້ອງຂັ້ນຕ່າງໆປະຕິບັດໜ້າທີ່ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ຍັງໄດ້ສົມທົບກັບປະເທດໃກ້ຄຽງເພື່ອ ຫາລື ແລະ ວາງແຜນສະກັດກັ້ນຢາເສບຕິດ ຕາມເຂດຊາຍແດນລວມທັງບັນຫາອາດຊະຍາກຳຕ່າງໆໄດ້ເປັນຢ່າງດີ.
           ທ່ານ ປະທານຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດໃຫ້ຮູ້ວ່າ: ລາວກໍເປັນອີກປະ ເທດໜຶ່ງທີ່ສຸມໃສ່ແກ້ໄຂບັນຫາຢາເສບຕິດນີ້ຢ່າງຈິງຈັງ, ແຕ່ກໍຍັງພົບວ່າການລະບາດຂະຫຍາຍຕົວຂອງມັນຍັງເພີ່ມຂຶ້ນ, ໂດຍສະເພາະຊາວໜຸ່ມທີ່ມີທ່າອ່ຽງຕິດຢາເສບຕິດສູງຂຶ້ນ, ຊຶ່ງພວກເຮົາກໍໄດ້ມີການແກ້ໄຂຊຶ່ງສະແດງອອກໃນການມ້າງຄະ ດີໄດ້ 1.581 ກໍລະນີ, ຈັບກຸມຜູ້ຕ້ອງ ຫາໄດ້ 2.140 ຄົນ, ໃນນີ້ມີຄົນ ຕ່າງປະເທດ 54 ຄົນ, ຍຶດຢາບ້າ ໄດ້ກວ່າ 3,8 ລ້ານ ເມັດ, ເຮໂລອິນ 238,5 ກິໂລ, ມອກຝິ່ນ 83,5 ກິໂລ, ກັນຊາແຫ້ງ 1.480 ກິໂລ ແລະ ມື້ນີ້, ພວກເຮົາໄດ້ຈູດທຳລາຍຢາ ເສບຕິດປະເພດຕ່າງໆ ຊຶ່ງເຈົ້າໜ້າທີ່ຢຶດໄດ້ຈາກການລັກລອບຄ້າຂາຍ ແລະ ລຳລຽງ ຂົນສົ່ງຂອງພວກຄົນບໍ່ດີທີ່ສານໄດ້ຕັດສິນ ແລະ ມີຄຳສັງ່ໃຫ້ທຳ ລາຍຖິ້ມຄື: ຢາບ້າ 5 ລ້ານກວ່າເມັດ, ຄັນຊາ 3.001 ກິໂລ, ຢາໄອ 49,2 ກຣາມ ແລະ ເຮໂລອິນ 334 ກຣາມ.

No comments:

Post a Comment