Ad

Ad

26 June 2014

ເປີດຂະບວນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ IV



     ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ IV ຢູ່ ສປປ ລາວ, ທີ່ຈະດຳເນີນການສຳຫລວດຕົວຈິງ ໃນປີ 2015 ໄດ້ເປີດຂະບວນການຢ່າງ ເປັນທາງການໃນວັນທີ 25 ມິຖຸນານີ້, ຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າ ຮ່ວມ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖຖະມົນຕີ, ຜູ້ຊີ້ ນຳວຽກງານເສດຖະກິດທັງເປັນຫົວໜ້າຄະນະຊີ້ນຳ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດ, ມີບັນດາລັດຖະມົນຕີ ວ່າການ, ເຈົ້າແຂວງ, ອົງການ ຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ.
      ໃນກອງປະຊຸມເປີດຂະບວນການສຳຫລວດດັ່ງກ່າວ,ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລືປະກອບຄຳຄິດເຫັນໃສ່ເນື້ອໃນ ການກະກຽມຂະບວນການສຳຫລວດເພື່ອໃຫ້ການສຳຫລວດດຳເນີນໄປດ້ວຍຜົນສຳເລັດເຊິ່ງບັນຫາສຳຄັນແມ່ນສຸມໃສ່ຮັບຟັງ ແລະ ປະກອບຄຳເຫັນໃນແຜນການຈັດຕັ້ງປະຕິບັດການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ IV ປີ
2015, ເນື້ອໃນໂຄສະນາການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ, ພ້ອມນີ້ບັນດາແຂວງຕ່າງໆໃນທົ່ວປະເທດຍັງໄດ້ປະ ກອບຄຳເຫັນກ່ຽວກັບການກະກຽມສຳຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສແນໃສ່ເຮັດໃຫ້ການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດທີ່ຈະດຳເນີນໃນເດືອນມີນາ 2015 ມີຜົນສຳເລັດ ແລະ ສາມາດເປັນຂໍ້ມູນພື້ນຖານໃຫ້ແກ່ ລັດ ຖະບານໃນການວາງນະໂຍບາຍແຜນພັດທະນາເສດຖະກິດ-ສັງຄົມໄດ້ຖືກຕ້ອງກັບສະພາບ ຄວາມເປັນຈິງຂອງພົນລະ ເມືອງ.
     ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການສຳຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສວ່າ: ຂໍ້ມູນທີ່ໄດ້ຈາກການສຳຫລວດຄັ້ງນີ້ ຈະຊີ້ໃຫ້ເຫັນສະພາບການຂະຫຍາຍໂຕຂອງປະຊາກອນ ລາວ,ຕີລາຄາໄດ້ຄວາມຄືບໜ້າການຈັດຕ້ັງປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ, ການຂະຫຍາຍໂຕດ້ານເສດ ຖະກິດ-ສັງຄົມລວມເຖິງສະພາບແຮງງານ ແລະ ອື່ນໆ ເຊິ່ງຂໍ້ມູນດັ່ງກ່າວຈະເປັນພື້ນຖານໃຫ້ລັດຖະບານນຳໄປດຳເນີນການ ສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ 5 ປີຄັ້ງທີ VII, ພ້ອມທັງກະກຽມໃຫ້ແກ່ການ ວາງວິໄສທັດປີ 2030 ແລະ ຍຸດທະສາດ ການພັດທະນາປະເທດຊາດໄລ ຍະ 10 ປີ ແຕ່ 2016-2025 ກໍຄືການວາງແຜນ ພັດທະນາເສດຖະກິດສັງຄົມ 5 ປີ ຄັງທີ VIII ເຊິ່ງ ໃນວິໄສທັດ ແລະ ແຜນພັດທະ ນາດັ່ງກ່າວແມ່ນແນໃສ່ນຳເອົາປະເທດ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ມີພື້ນຖານກ້າວໄປສູ່ປະເທດພັດທະນາໃນອະນາຄົດ.

No comments:

Post a Comment