Ad

Ad

26 June 2014

ຍົກ​ລະດັບ​ດ່ານ​ທ້ອງ​ຖິ່ນ​ລະ​ໄລ​ເປັນ​ດ່ານ​ສາກົນ



     ພິທີ​ເປີດ​ການ​ຍົກ​ລະດັບ​ດ່ານ​ທ້ອງ​ຖິ່ນ​ລະ​ໄລ (​ແຂວງ​ສາລະ​ວັນ) - ລະ​ໄລ (​ແຂວງ​ກວາງ​ຈິ) ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 25 ມິຖຸນາ​ນີ້ ຢູ່​ດ່ານ​ດັ່ງ ກ່າວ ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະ ມົນຕີ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດ​ແຫ່ງ ສປປ ລາວ, ທ່ານ ຟາ​ມ ບິງ​ມິ​ງ ຮອງ​ນາຍົກລັດຖະ ມົນຕີ, ລັດຖະມົນຕີ​ວ່າການ​ກະ ຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສສ ຫວຽດນາມ ພ້ອມ​ເຈົ້າ​ແຂວງ​ສາ ລະ​ວັນ ​ແລະ ​ເຈົ້າ​ແຂວງ​ກວາງ​ຈິ ​ແລະ ບັນດາ​ການ​ນຳ​ແຂວງ​ໃກ້​ຄຽງ​ຂອງ​ສອງ​ປະ​ເທດລາວ- ຫວຽດນາມເຂົ້າຮ່ວມ.
     ​ໃນ​ພິທີ​ອັນ​ສະຫງ່າ​ລາສີ ​ແລະ ​ເປັນ​ປະຫວັດສາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ກ່າວ​ປາ​ໄສ​ວ່າ: ພາຍ ຫລັງ​ສຳ​ເລັດ​ການ​ປັກ​ຫລັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫລັກ​ໝາຍ​ຊາຍ​ແດນລາວ-ຫວຽດ ນາມ ​ໂດຍ​ມີ​ເຈດ​ຕະນາ​ອັນ​ແຮງ​ກ້າ ​ເພື່ອ​ເຮັດ​ໃຫ້​ເສັ້ນຊາຍ​ແດນ​ຂອງ​ສອງ​ປະ​ເທດ​ມີ​ຄວາມ​ຈະ​ແຈ້ງ ​ແລະ ຊັດ​ເຈນ​ຕະຫລອດ​ການ; ​ເປັນ​ເສັ້ນຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​
ຄວາມ​ສົມບູນ​ພູນ​ສຸກ ​ແລະ ​ເປັນ​ມໍລະດົກ​ອັນ​ລ້ຳຄ່າ​ໃຫ້​ບັນດາ​ອະນຸຊົນ​ຮຸ້ນ ຫລັງ​ຂອງ​ສອງ​ປະ​ເທດ​ໄດ້​ສືບ​ທອດ​ຕໍ່​ໄປ​ຊົ່ວ​ກາລະ​ນານ. ຄຽງ​ຄູ່​ກັນນັ້ນ, ການ​ທີ່​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ສ້າງສາ​ພັດທະນາ​ຊາຍ​ແດນ​ນຳ​ກັນ ກໍ​ເພື່ອ​ເສີມ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​ທີ່​ດຳລົງ​ຊີວິດ​ຢູ່​ຕາມ​ບໍ ລິ​ເວນ​ຊາຍ​ແດນ ກໍ​ຄື​ປະຊາຊົນ​ຂອງ​ສອງ​ປະ​ເທດລາວ- ຫວຽດ ນາມ ​ໃຫ້​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ ແລະ ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ປະ​ເທດ​ຊາດ. ການ​ຍົກ​ລະດັບ​ດ່ານ​ແຫ່ງ​ນີ້ຂຶ້ນ​ເປັນ​ດ່ານ​ສາກົນ ຈະ​ເປັນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​ລະຫວ່າງ​ແຂວງ​ສາລະ​ວັນ ​ແລະ ​ແຂວງ​ກວາງ​ຈິ ​ໃຫ້​ມີ​ການ​ຂະຫຍາຍຕົວ​ຂຶ້ນກວ່າ​ເກົ່າ. ພ້ອມ​ດຽວ​ກັນ ກໍ​ເປັນ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ເປັນ​ເສັ້ນທາງ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ເຊື່ອມ​ຕໍ່​ເສດຖະກິດ​ໃນ​ພາກພື້ນນີ້. ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກ ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ມາ​ຍັງ​ຄະນະ​ກຳ ມະການ​ຊາຍ​ແດນ​ແຫ່ງ​ຊາດ ລາວ-ຫວຽດ ນາມ, ຫວຽດນາມ- ລາວ, ການ​ນຳ​ແຂວງ​ສາລະ​ວັນ, ​ແຂວງ​ກວາງ​ຈິ ຕະຫລອດ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ​ຂອງ​ສອງ​ປະ​ເທດ​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ ​ແລະ ຮ່ວມ​ມື​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ຕະຫລອດ​ມາ​ໃນ​ການ​ເຮັດ​ໃຫ້​ຊາຍ​ແດນ​ດັ່ງກ່າວ​ເປັນ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ ແລະ ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ.
     ດ່ານ​ສາກົນ​ລະ​ໄລ​ເປັນ​ດ່ານ​ສາກົນ​ທຳ​ອິດ​ຂອງ​ແຂວງ​ສາລະ​ວັນ ​ແລະ ​ເປັນ​ດ່ານ​ສາກົນ​ອັນ​ດັບ​ທີ 8 ຂອງ ສປປ ລາວ ທີ່​ເຊື່ອມ​ຈອດ​ກັບ ສສ ຫວຽດນາມ. ມາ​ຮອດ​ປັດຈຸບັນ, ສປປ ລາວ ມີ​ດ່ານ​ສາກົນ​ທັງ​ໝົດ 25 ​ແຫ່ງ ​ໃນ​ນີ້​ເຊື່ອມ​ຈອດ​ກັບ ສສ ຫວຽດ ນາມ 8 ​ແຫ່ງ, ສປ ຈີນ 2 ​ແຫ່ງ​, ກຳປູ​ເຈຍ 1 ​ແຫ່ງ, ຣາຊະ​ອານາ ຈັກ​ໄທ 10 ​ແຫ່ງ ​ແລະ ດ່ານ​ສະ ໜາມ​ບິນ​ສາກົນ 4 ​ແຫ່ງ.
     ດ່ານ​ສາກົນ​ລະ​ໄລ​ຕັ້ງຢູ່​ຈຸດ​ຍຸດ​ທະ​ສາດ​ອັນ​ສຳຄັນ​ຂອງ​ເສັ້ນ ທາງ 15 A ທີ່​ເຊື່ອມ​ຕໍ່​ຊາຍ​ແດນ ລາວ-ຫວຽດນາມ ຫາ​ເທສະ​ບານ​ແຂວງ​ສາລະ​ວັນ ມີ​ຄວາມ​ຍາວ 147 ກິ​ໂລ​ແມັດ ​ແລະ ມີ​ເສັ້ນ ທາງ 15 B ​ເຊື່ອມ​ຕໍ່​ຈາກ​ເທສະ​ບານ​ແຂວງ​ອີກ 75 ກິ​ໂລ​ແມັດ ໄປ​ຈອດ​ໃສ່​ທາງ​ເລກທີ 13 ​ໃຕ້ ທີ່​ບ້ານ​ນາ​ປົ່ງ. ​ເສັ້ນທາງ 15 A ແລະ 15 ​B ນີ້ ​ເປັນ​ທາງ​ປູຢາງ​ສອງ​ຊ່ອງ​ຈະລາຈອນທີ່​ຫາກໍ່​ສ້າງ​ສຳ​ເລັດ. ສະ​ເພາະ​ເສັ້ນທາງ 15 ​B ​ແມ່ນ​ເສັ້ນທາງ​ລັດ​ໃໝ່​ທີ່​ເຊື່ອມ​ຕໍ່​ເສັ້ນທາງ 13 ​ໃຕ້ ​ເຊິ່ງ​ເມື່ອກ່ອນ​ຜູ້​ທີ່​ຈະ​ເດີນທາງ​ໄປ​ແຂວງ​ສາລະ​ວັນ​ຕ້ອງ​ໄດ້​ເດີນ ທາງ​ຜ່ານ​ເມືອງ​ປາກ​ເຊ ແຂວງ​ຈຳປາ​ສັກ. ​ໃນ​ອະນາຄົດທັງ​ສອງ​ເສັ້ນທາງນີ້ຈະ​ເປັນ​ທ່າ​ແຮງ​ໃນ​ການ​ເຊື່ອມ​ຈອດ​ກັບ​ເສັ້ນທາງ​ໄປ​ຫາ​ດ່ານ​ປາກ​ຕະພານ ​ເມືອງ​ລະຄອນ​​ເພັງ (ຊາຍ​ແດນ​ນ້ຳຂອງ ລາວ-​ໄທ) ​ເຊິ່ງມີ​ແຜນການ​ຈະ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງ ​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​ແຂວງ​ສາລະ​ວັນ​ກັບ​ແຂວງ​ອຳນາດ​ຈະ​ເລີ​ນ ປະ​ເທດ​ໄທ. ນອກຈາກ​ນີ້ ດ່ານ​ຊາຍ​ແດນ​ສາກົນ​ລະ​ໄລ​ຍັງ​ຈະ​ກາຍ​ເປັນ​ດ່ານ​ທີ່​ຮັບ​ໃຊ້​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແລວ​ເສດຖະກິດ​ຕາ​ເວັນ​ອອກ- ຕາ​ເວັນ​ຕົກ, ການ​ເຊື່ອມ​ຕໍ່​ຂອງ​ອາ​ຊຽນ ​ແລະ ​ໂຄງການ​ເຊື່ອມ​ໂຍງ​ຂອງ​ພາກພື້ນ ​ແລະ ສາກົນນຳ​ອີກ.

No comments:

Post a Comment