Ad

Ad

26 June 2014

ໄຂກອງ​ປະຊຸມ​ວຽກ​ງານວິທະຍາສາດ-ເຕັກ​ໂນ​ໂລ​ຊີ ທົ່ວ​ປະ​ເທດ​ຄັ້ງ​ທີ 1



    ກອງ​ປະຊຸມ​ວຽກ​ງານ​ວິທະ ຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທົ່ວ​ປະ​ເທດຄັ້ງທີ 1 ໄດ້ໄຂຂຶ້ນຢ່າງ ເປັນທາງການ​ໃນ​​ວັນ​ທີ 25 ມິ ຖຸນານີ້, ຢູ່​ສູນ​ການ​ຄ້າ​ລາວ​ໄອ​ເຕັກ, ນະຄອນຫລວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສາດສະດາຈານ ດຣ ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.
     ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫລຸບການ ຈັດຕັ້ງປະ ຕິບັ ວຽກງານວິທະຍາສາດ ແລະ ເຕັກໂນໂລ ຊີ ໃນໄລຍະຜ່ານມາ ແລະ ທິດທາງ ແຜນການ 2013-2015, ການບຸກ ທະລຸສ້າງຈິນຕະນາການທາງ ດ້ານວິທະຍາສາດ-ເຕັກ ໂນໂລຊີ ແລະ ການພັດທະນາຊັບ ພະຍາ ກອນມະນຸດເພື່ອຄົ້ນຄວ້າພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຢູ່ ສປປ ລາວ, ການກໍ່ສ້າງ ແລະ ນຳໃຊ້ພະນັກ ງານໃນຂົງ ເຂດວິທະຍາສາດ ແລະ ເຕັກໂນ ໂລຊີ, ວຽກງານການຄົ້ນຄວ້າວິທະຍາສາດການ ແພດ, ການພັດທະນາຊັບພະຍາ ກອນມະນຸດໃນຂົງເຂດວິທະຍາສາດ-ເຕັກໂນໂລຊີຢູ່ບັນດາແຂວງພາກເໜືອ, ກາງ ແລະ ພາກ ໃຕ້, ການພັດທະ ນາແຮງງານ
ແລະ ສີມືແຮງງານໃຫ້ມີລະດັບວິທະຍາສາດ-ເຕັກໂນໂລຊີໃນເງື່ອນໄຂການເຊື່ອມໂຍງກັບສາ ກົນ; ການນຳໃຊ້ວິທະຍາ ສາດ- ເຕັກໂນໂລຊີເພື່ອການພັດທະນາເສດຖະກິດ-ສັງຄົມ, ຫັນເປັນທັນສະໄໝ, ພັດທະນາພະລັງ ງານ ແລະ ບໍ່ແຮ່, ພັດທະ ນາພື້ນ ຖານໂຄງລ່າງ, ການຂົນສົ່ງ, ສົ່ງເສີມການຜະລິດກະສິກຳ ແລະ ປົກປັກຮັກສາປ່າໄມ້ຢູ່ ສປປ ລາວ, ພ້ອມນັ້ນຍັງໄດ້ຮັບ ຟັງ ການລາຍງານກ່ຽວກັບການນຳໃຊ້ວິທະຍາສາດ ແລະ ເຕັກ ໂນໂລຊີເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ແລະ ລຶບລ້າງ ຄວາມທຸກຍາກຂອງບັນດາແຂວງໃນທົ່ວປະເທດ ແລະ ຮັບ ຟັງການລາຍງານກ່ຽວກັບການພົວ ພັນຮ່ວມມືດ້ານວຽກງານວິ ທະຍາສາດ ແລະ ເຕັກໂລຊີ ກັບ ບັນດາປະເທດເພື່ອນມິດ ແລະ ສາກົນ.
    ທ່ານລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ໃຫ້​ຮູ້ວ່າ:​ກອງ​ປະຊຸມ​ຄັ້ງນີ້, ​ແນໃສ່ ສະຫລຸບ​​ສັງ​ເກດ​ຕີ​ລາຄາ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ການ​ຄຸ້ມ​ຄອງ ​ແລະ ການ​ຄົ້ນຄວ້າ​ພັດທະນາ​ໃນ​ຂົງ​ເຂດ​ວຽກ​ງານ​ວິທະຍາສາດ ​ແລະ ເຕັກ​ໂນ​ໂລ​ຊີຂອງລາວ, ສ້າງ​ໂອກາດ​ໃຫ້​ບັນດາ​ນັກ​ບໍລິຫານ​ລະດັບ​ສູງ, ນັກ​ຄົ້ນຄວ້າ, ນັກວິທະ ຍາສາດ ​ແລະ ນັກ​ຄຸ້ມ​ຄອງ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໄດ້​ພົບ​ປະ​​ແລກປ່ຽນ​ບົດຮຽນ, ປະກອບ​ຄຳ​ຄິດ​ເຫັນ​ເພື່ອ​ກວດກາ​ຄືນ​ການຈັດ​ຕັ​້ງປະຕິບັດ​ວຽກ​ງານ​ວິທະ ຍາ ສາດ-​ເຕັກ​ໂນ​ໂລ​ຊີ ຢູ່​ບັນດາ​ກະຊວງ, ຂະ​ແໜງ​ການ​ ແລະ ຢູ່​ບັນ​ດາ​ພະ​ແນ​ກການ​ຂັ້ນ​ທ້ອງ​ຖິ່ນ, ເພື່ອ​ລຶບ​ລ້າງ​ຄວາມທຸກ​ຍາກ, ຊຸກ​ຍູ້​ສົ່ງ​ເສີມ​ການ​ຜະ​ລິດ ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນ​ດາ​ເຜົ່າ; ​ສ້າງ​ເງື່ອນ​ໄຂ​ໂຄສະນາເຜີຍ​ແຜ່​ໃຫ້​ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈາກ​ບັນດາ​ຂະ​ແໜງ​ການ​ຂອງ​ກະຊວງ ​ແລະ ທ້ອງ​ຖິ່ນ ມີ​ຄວາມ​ເຂົ້າ​ໃຈ​ ​ແລະ ເປັນ​ເອກະ​ພາບ​ສູງ​ຕໍ່​ວຽກ​ງານ​ການ​ຄົ້ນຄວ້າ​ພັດທະ ນາ ​ແລະ ນຳ​ໃຊ້​ຄວາມ​ກ້າວໜ້າ​ທາງ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ນະ​ວັດຕະ​ກຳ, ຊັບ​ສິນ​ທາງ​ປັນຍາ, ມາດຕະຖານ ​ແລະ ການ​ວັດ​ແທກເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການ​ລຶບ​ລ້າງ​ຄວາມທຸກ​ຍາກ​ຂອງ​ປະ ຊາຊົນ;​ ແກ້​ໄຂ​ບັນຫາ​ຂ້ໍ​ຄົງ​ຄ້າງ​​ກົນ​ໄກ​ການ​ປະສານ​ງານ​ລະ ຫວ່າງ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ ກ່ຽວ​ກັບ​ການ​ຄົ້ນຄວ້າ​ການ ພັດທະນາ ​ແລະ ນຳ​ໃຊ້​ວຽກ​ງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ໃຫ້ເປັນທ່າແຮງ​ຂ​ອງປະ​ເທດ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ເພື່ອ​ຫັນ​ເປັນ​ອຸດສາຫະກຳທັນ​ສະ​ໄໝ ​ແລະ ນຳ​ໃຊ້​​ເພື່ອ​ຮອງຮັບ​ໜ້າ​ທີ່​ການ​ເມືອງ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ​ເປັນ​ເຈົ້າ​ການ​ໃນ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ແລະ ເຊື່ອມ​ໂຍງ​ກັບ​ສາກົນ​ຕາມ​ແນວ ທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດໃນຊຸມປີຕໍ່ໜ້າ.

No comments:

Post a Comment