ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫລວງວຽງຈັນ, ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍໃນຕອນເຊົ້າວັນທີ 19 ສິງຫານີ້,
ທີ່ສູນປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ,
ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈູມມາລີ ໄຊຍະສອນ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ
ລາວ, ມີບັນດາພະນັກງານບຳນານ, ອາວຸໂສ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ ແລະ
ຜູ້ແທນສົມບູນຈຳນວນ 313 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກສົມບູນ ແລະ ສຳຮອງຂອງທົ່ວໜ່ວຍພັກອ້ອມຂ້າງນະຄອນຫລວງວຽງຈັນເຂົ້າຮ່ວມ, ກອງປະຊຸມຄັ້ງນີ້ຈະໄດ້ສຸມໃສ່ຕີລາຄາຜົນການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ແລະ
ແຜນພັດທະນາເສດຖະ ກິດ-ສັງຄົມ
5 ປີຄັ້ງທີ VII ຂອງນະຄອນຫລວງ
ວຽງຈັນ, ຄົ້ນຄວ້າທິດທາງ ແລະ
ຄາດໝາຍໃຫຍ່ໃນການພັດທະນານະຄອນ ຫລວງວຽງຈັນໃນໄລຍະກາງທົດສະວັດທີ 2 ແລະ 3 ຂອງສະຕະວັດທີ 21 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII
(2016-2020), ຜູ້ແທນຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນເພື່ອປ່ອນບັດເລືອກເອົາຄະນະບໍລິຫານງານພັນະຄອນຫລວງສະໄໝທີ VI ແລະ ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ພິເສດຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ເພື່ອເປັນທິດເຍືອງທາງໃນການສືບຕໍ່ພັດທະນານະຄອນຫລວງວຽງຈັນຈະເລີນກ້າວຂຶ້ນ.
ໃນໂອກາດນີ້, ສະຫາຍ ດຣ
ສີນລະວົງ ຄຸດໄພທູນ
ກຳມະການສູນກາງພັກ, ເລຂາຄະນະພັກ,
ເຈົ້າຄອນະຄອນຫລວງວຽງຈັນ, ໄດ້ຂຶ້ນຜ່ານບົດລາຍງານການເມືອງຕໍ່ກອງປະຊຸມດັ່ງກ່າວວ່າ: ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງກົມການເມືອງສູນກາງພັກ ແລະ
ລັດຖະບານ ແລະ
ດ້ວຍຄວາມຮັບ ຜິດຊອບຂອງຄະນະພັກ,
ອົງການປົກຄອງທຸກຂັ້ນ ແລະ ການຮ່ວມມືຂອງຊາວນະຄອນຫລວງວຽງຈັນທຸກທົ່ວໜ້າ, ສາມາດເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫລວງວຽງຈັນຕະຫລອດໄລຍະ 5 ປີຜ່ານມາມີຜົນສຳເລັດຫລາຍດ້ານຄື: ເສດຖະກິດຂະຫຍາຍຕົວສະເລ່ຍ 12% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນແຕ່ໄລຍະປີ 2011-2015 ບັນລຸໄດ້ 124.900 ຕື້ກີບ, ລາຍໄດ້ສະເລ່ຍສົກປີ 2014-2015 ປະມານ
4.390 ໂດລາສະຫະລັດຕໍ່ຄົນຕໍ່ປີເພີ່ມຂຶ້ນສອງເທົ່າເມື່ອທຽບໃສ່ປີ 2010 ແລະ ໂຄງປະກອບເສດຖະກິດກໍມີການຫັນປ່ຽນໄປຕາມກົນໄກຕະຫລາດ, ໃນນັ້ນຂົງເຂດກະສິກຳເພີ່ມຂຶ້ນ 8%, ກວມເອົາ 17%, ອຸດສະຫະກຳເພີ່ມຂຶ້ນ 18% ກວມ 47% ແລະ ບໍລິການເພີ່ມຂຶ້ນ 12% ກວມ
36%, ສາມາດລະດົມການລົງທຶນໄດ້ຫລາຍກວ່າ 84.200 ຕື້ກີບ ແລະ
ມີຫລາຍຂະແໜງເສດຖະກິດສາມາດບັນລຸຄາດໝາຍກຳນົດໄວ້. ອັນພົ້ນເດັ່ນແມ່ນ: ສາມາດຜະລິດເຂົ້າ,
ປູກພືດອຸດສະຫະກຳ, ຜະລິດຊີ້ນ-ປາ,
ພືດຜັກ, ໝາກໄມ້ສະໜອງຄວາມຕ້ອງການໄດ້ໂດຍພື້ນຖານ ແລະ ເກີດມີປັດໃຈໃໝ່ໃນການຜະລິດກະສິກຳເຊັ່ນ: ນຳໃຊ້ກົນຈັກເຕັກນິກໃໝ່, ການປັບປຸງນາໄຮ່ນ້ອຍເປັນນາໄຮ່ໃຫຍ່, ການເຮັດນາຫວ່ານ, ເສດຖະກິດຄອບຄົວມີການເປີດກວ້າງ, ການລ້ຽງສັດເປັນຟາມກໍເພີ່ມຂຶ້ນ. ດ້ານອຸດສະຫະກຳ,
ພະລັງານ ແລະ
ບໍ່ແຮ່ກໍມີຈັງຫວະການເຕີບໂຕໄວ, ມາຮອດປັດຈຸບັນມີໂຮງງານອຸດສະຫະກຳ ແລະ ຫັດຖະກຳປະມານ
2.800 ກວ່າແຫ່ງ, ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນເປັນຈຳນວນຫລວງຫລາຍ, ຂະນະດຽວກັນທຸກຄອບຄົວໃນນະຄອນຫລວງແມ່ນມີໄຟຟ້າຊົມໃຊ້ທົ່ວເຖິງແລ້ວ. ສ່ວນດ້ານການບໍລິການ, ຊຶ່ງເປັນອີກຂະແໜງໜຶ່ງທີ່ມີການເຕີບໂຕໄວຢູ່ນະຄອນຫລວງວຽງຈັນໄດ້ມີສູນການຄ້າທັນສະໄໝ ແລະ ຕະຫລາດຫລາຍແຫ່ງ,
ພື້ນຖານໂຄງລ່າງດ້ານຄົມມານາຄົມກໍໄດ້ຮັບການປັບປຸງຍົກລະດັບໃຫ້ມີມາດຕະຖານ ແລະ ຂະຫຍາຍຕົວໄວ,
ປັດຈຸບັນມີເສັ້ນທາງປູເບຕົງ 162 ກິໂລແມັດ,
ປູຢາງອັດຟານ 153 ກິໂລແມັດ,
ປູຢາງສອງຊັ້ນ 594 ກິໂລແມັດ
ແລະ ທາງດິນແດງ
1.135 ກິໂລແມັດ, ຂະນະດຽວກັນການກໍ່ສ້າງເຄຫາສະຖານ, ທີ່ຢູ່ອາໄສ, ຍານພາຫະນະ, ການບໍລິການດ້ານໄປສະນີ,
ໂທລະຄົມ, ວິທະຍາສາດ-ເຕັກໂນໂລຊີ ກໍແມ່ນຂະຫຍາຍຕົວໄວ,
ມີຜູ້ປະກອບດ້ານໂທລະຄົມ 787 ຫົວໜ່ວຍ,
ມີຜູ້ນຳໃຊ້ໂທລະສັບຫລາຍກວ່າລ້ານເລກໝາຍ, ສ່ວນການອອກໃບຕາດິນແມ່ນສຳເລັດຫລາຍກວ່າ 22.400 ຕອນ, ໂຮງແຮມ, ຮ້ານອາຫານ, ພັດຕະຄານແມ່ນສາມາດຮອງຮັບປະກັນຄວາມຕ້ອງການ, ປັດຈຸບັນມີໂຮງແຮມ
206 ແຫ່ງ, ດ້ານການພັດທະນາຕົວເມືອງກໍມີບາດກ້າວດີຂຶ້ນເປັນຕົ້ນ: ການບູ
ລະນະຄຸ້ມເມືອງເກົ່າ, ພັດທະນາເຂດແຄມຂອງ,
ປະຕິສັງຂອນວັດຖຸບູຮານຈຳນວນໜຶ່ງ, ປະຕິບັດນະໂຍບາຍໂຄງການ 6 ສ,
ສ້າງສວນ ແລະ
ຂະຫຍາຍກິດຈະການດ້ານສາທາລະນະປະໂຫຍດຫລາຍແຫ່ງ, ເຊິ່ງພົ້ນເດັ່ນຫລາຍແມ່ນສວນເຈົ້າອານຸວົງ, ແກ້ໄຂເຂດຊຸມຊົນແອອັດ, ການສັນຈອນແອອັດ ແລະ ຄຽງຄູ່ກັນນັ້ນ, ກໍປະກອບສວນສ້າງເຂດພັດທະນາຕ່າງໆເຊັ່ນ: ເຂດບຶງທາດຫລວງ,
ລ່ອງແທງ-ວຽງຈັນ, ເຂດນິຄົມອຸດສະຫະກຳວຽງຈັນໂນນທອງ, ໄຊເສດຖາ, ໜອງທາ, ໜອງປິງ, ດົງໝາກຄາຍ, ເມືອງເວຫາ, ເຂດແຄມຂອງ,
ວຽງຈັນໂລກໃໝ່ ແລະ
ໂຄງການອື່ນໆ ແລະ
ມີນັກທ່ອງທ່ຽວເຂົ້າມານະຄອນຫລວງວຽງຈັນປະມານ 6,3 ລ້ານຄົນໃນ 5 ປີຜ່ານມາ.
ສະຫາຍ ດຣ ສີນລະວົງ
ຄຸດໄພທູນ ກ່າວວ່າ:
ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ
ປັບປຸງສະພາບແວດລ້ອມຂອງນະຄອນຫລວງວຽງໃຫ້ດີຄືດັ່ງກ່າວແລ້ວ, ຄະນະພັກ-ຄະນະນຳນະຄອນຫລວງຍັງໄດ້ມີຄວາມພະຍາຍາມສູງ ແລະປະ ກອບສ່ວນສຳຄັນເຂົ້າໃນການເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕິດພັນກັບການກໍ່ສ້າງຮາກຖານ, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໂດຍສະເພາະແມ່ນສາມາດລືບລ້າງຄອບຄົວທຸກຍາກໄດ້ 99,99% ຂອງຈຳນວນຄອບຄົວທຸກຍາກທັງໝົດ, ນອກຈາກນີ້,
ຢູ່ຫລາຍບ້ານ, ຫລາຍຄອບຄົວສາມາດບັນລຸເງື່ອນໄຂ ແລະ
ຄາດໝາຍການພັດທະນາ, ການເຮັດທົດລອງ
3 ສ້າງກໍມີຜົນສຳເລັດຢ່າງໜ້າພໍໃຈ. ສຳລັບດ້ານວັດທະນາທຳ-ສັງຄົມ
ກໍໄດ້ຮັບການພັດທະນາໃນທຸກຂະແໜງ, ໂດຍສະເພາະໄດ້ຍົກລະດັບຄຸນນະພາບການຮຽນ-ການສອນຕາມແຜນປະຕິຮູບການສຶກສາທີ່ກະຊວງສຶກສາວາງອອກ ແລະ ຕາໜ່າງການສຶກສາໄດ້ມີການຂະຫຍາຍເພີ່ມຂຶ້ນ, ປັດຈຸບັນມີໂຮງຮຽນນັບແຕ່ຊັ້ນອະນຸບານຈົນຮອດມັດທະຍົມປາຍ 961 ແຫ່ງ, ເພີ່ມຂຶ້ນ 23 ແຫ່ງ, ອັດຕາເຂົ້າຮຽນຊັ້ນປະຖົມປະຕິບັດໄດ້ 100%, ມັດທະຍົມຕົ້ນ 93%, ມັດທະຍົມປາຍ
70%,
ສ່ວນວຽກງານພັດທະນາຕາໜ່າງສາທາລະນະສຸກກໍມີການຂະຫຍາຍຕົວກວ້າງຂວາງສົມ
ຄວນ,
ປັດຈຸບັນມີໂຮງໝໍຢູ່ 9 ເມືອງທີ່ມີເຄື່ອງມືອຸປະກອນທັນສະໄໝ, ສຸກສາລາ
ແລະ ຫ້ອງກວດພະຍາດເອກະຊົນ
552 ແຫ່ງ ແລະ
ວຽກງານອື່ນໆກໍແມ່ນບັນລຸຄາດໝາຍ ແລະ ຍາດໄດ້ຜົນສຳເລັດທີ່ວາງໄວ້, ເຊິ່ງທັງໝົດນັ້ນກໍຍ້ອນມີແນວທາງປ່ຽນແປງໃໝ່ ແລະ ຢືດໝັ້ນໃນມະຕິ
IX ເປັນເຂັມຊີ້ທິດເຍືອງທາງໃນການພັດທະນາ ແລະ ສ້າງສານະຄອນຫລວງ,
ປະຊາຊົນຊາວນະ ຄອນຫລວງມີຄວາມສາມັກຄີ, ມີຄວາມຕື່ນຕົວໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ,
ກໍຄືນະຄອນຫລວງຢ່າງຕັ້ງໜ້າ ແລະ ພ້ອມດຽວກັນນີ້ກໍໄດ້ຮັບການຊ່ວຍເຫລືອສະໜັບສະໜູນຈາກປະເທດເພື່ອນມິດສາກົນຢ່າງຫລວງຫລາຍຈຶ່ງເຮັດໃຫ້ນະຄອນຫລວງວຽງຈັນມີໃບໜ້າການພັດທະນາຈະເລີນຂຶ້ນເທື່ອລະກ້າວຄືດັ່ງທຸກວັນນີ້.
No comments:
Post a Comment